Ad

Ad

10 September 2015

ລາວໄດ້ຮັບກຽດເປັນ​ເຈົ້າພາບຈັດ​ກອງ​ປະຊຸມ​ລັດຖະມົນຕີພັດທະນາ​ຊົນນະບົດ-ລຶບລ້າງ​ຄວາມທຸກ​ຍາກອາຊຽນ

ເນື່ອງໃນໂອກາດທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກອາຊຽນຄັ້ງທີ IX ພາຍໃຕ້ຄຳຂວັນ ສົ່ງເສີມການເປັນຄູ່ຮ່ວມງານກັນລະຫວ່າງພາກລັດ, ເອກະຊົນແລະ ອົງການຈັດຕັ້ງສັງຄົມເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຫລັງປີ 2015” ​ຕິດພັນກັບງານລະນຶກວັນສາກົນແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ, ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ຈັດຂຶ້ນແຕ່ວັນທີ 13-17 ຕຸລາ 2015 ທີ່ນະຄອນຫລວງວຽງຈັນ.
ທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ປະທານຄະນະພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ໃນນາມຜູ້ປະສານງານຂອງອາຊຽນໄດ້ຂໍເຊີນຊວນມາຍັງພີ່ນ້ອງຮ່ວມຊາດທຸກຖ້ວນໜ້າໃນທົ່ວປະເທດຈົ່ງຮ່ວມແຮງຮ່ວມໃຈເສີມຂະຫຍາຍສິດເປັນເຈົ້າເພື່ອສ້າງຂະບວນການຕ້ອນຮັບແລະເປັນເຈົ້າ
ພາບທີ່ດີໃຫ້ແກ່ກອງປະຊຸມດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດອັນຈົບງາມ. ກອງປະຂຸມຄັ້ງນີ້ຈະມີຕົວແທນຈາກ 10 ປະເທດສະມາຊິກອາຊຽນແລະ ຄາດວ່າຈະມີການ​​ເຊື້ອເຊີນບັນດາປະເທດຄູເຈລະຈາເຂົ້າຮ່ວມນຳ,​ ໂດຍ​​ປະເທດສະມາຊິກ​​ຈະມີການທົບທວນການຮ່ວມມືແລະ ນຳສະເໜີຜົນການແກ້ໄຂຄວາມທຸກຍາກຂອງແຕ່ລະປະເທດເພື່ອທອດຖອນບົດຮຽນນຳກັນ, ໃນຂະນະທີ່ ສປປ ລາວ ກໍຈະມີການສະເໜີຜົນສຳເລັດຂອງການແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາແລະ ສິ່ງສຳຄັນບັນດາປະເທດສະມາຊິກຈະໄດ້ສຸມໃສ່ປຶກສາຫາລືແລະ ພ້ອມກັນວາງທິດທາງແຜນການເພື່ອຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດແລະ ການແກ້ໄຂຄວາມທຸກຍາກກໍຄືການພັດທະນາແບບຍືນຍົງຢ່າງມີປະສິດທິພາບຫລັງປີ 2015 ກໍຄືໃນອະນາຄົດ.
ທ່ານ ບຸນເຮືອງ ດວງພະຈັນໃຫ້ຮູ້ຕື່ມວ່າ: ມາຮອດປັດຈຸບັນພັກ-ລັດຖະບານລາວໄດ້ມີຜົນສຳເລັດເປັນໜ້າພໍໃຈໃນວຽກງານດັ່ງກ່າວ, ​ເນື່ອງຈາກໄດ້ມີການສຸມທຶນຮອນເຂົ້າໃນການພັດທະນາດ້ານພື້ນຖານໂຄງລ່າງທັງຕົວເມືອງແລະ ຊົນນະບົດ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ​ສາມາດເຮັດໃຫ້ບັນດາເມືອງ, ບ້ານແລະ ຄອບຄົວທຸກ​ຍາກຫລຸດລົງ, ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ດີຂຶ້ນເລື້ອຍໆ.​ ຢ່າງໃດກໍຕາມ, ພວກເຮົາຕ້ອງຮັບຮູ້ວ່າຍັງມີປະຊາຊົນຈຳນວນບໍ່ໜ້ອຍທີ່ຍັງມີຄວາມຕ້ອງການໃຫ້ລັດຖະບານເພີ່ມທະວີການພັດທະນາດ້ານພື້ນຖານໂຄງລ່າງໃຫ້ຫລາຍຂຶ້ນເພື່ອອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ປະຊາຊົນໃນການຜະລິດຈຳໜ່າຍສິນຄ້າ, ການຂົນສົ່ງ, ການໄປມາຫາສູ່ແລະ ອື່ນໆເຊິ່ງລັດຖະບານກໍມີຄວາມພະຍາຍາມຕະຫລອດມາແລະ ຈະສືບຕໍ່ດຳເນີນການແກ້ໄຂໃຫ້ບັນລຸຕາມຄາດໝາຍວາງໄວ້.

No comments:

Post a Comment