Ad

Ad

11 September 2015

ອຸຕຸເຕືອນ: ທ້າຍອາທິດນີ້ຈະ​ມີ​ພະຍຸ​ຮ້ອນ​ເຂົ້າ​ລາວ

     ກົມອຸຕຸນິຍົມແລະ ອຸທົກກະສາເຕືອນວ່າ : ໃນໄລຍະທ້າຍອາທິດນີ້ ບໍລິເວນຄວາມກົດດັນອາກາດຕ່ຳຢູ່ທະເລຈີນໃຕ້ຈະມີກຳລັງແຮງເພີ່ມຂຶ້ນແລະ ກໍຕົວເປັນພາຍຸໜຸນເຂດຮ້ອນ, ​ເຊິ່ງຈະມີທ່າອ່ຽງເຄື່ອນທີ່ເຂົ້າຝັ່ງ ສສ ຫວຽດນາມແລະ ຜ່ານເຂດພາກກາງ ຫລື ພາກໃຕ້ຂອງລາວ, ​ເຮັດໃຫ້ມີຝົນຕົກຫລາຍຂຶ້ນ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ໃນເຂດດັ່ງກ່າວ ຈຶ່ງເຕືອນໃຫ້ປະຊາຊົນຜູ້ຢູ່ເຂດສ່ຽງໄພດັ່ງກ່າວ ຈົ່ງເພີ່ມສະຕິລະວັງຕົວ ເພື່ອຫລີກເວັ້ນຜົນເສຍຫາຍອາດຈະເກີດຂຶ້ນ. ສ່ວນພາກເໜືອດ້ານຕາເວັນອອກຮ່ອງຄວາມກົດດັນອາກາດຈາກປະເທດຈີນຈະແຜ່ລົງມາປົກຄຸມຫລາຍຂຶ້ນ, ​ເຮັດໃຫ້ອາກາດເຢັນຢູ່ເຂດພາກເໜືອດ້ານຕາເວັນອອກແລະ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍໃນແຕ່ລະພາກແລະ ຕົກປາກກາງຢູ່ບາງທ້ອງຖິ່ນ, ​ໂດຍສະເພາະເຂດພາກກາງແລະ ພາກໃຕ້. ​

     ໃນອາທິດຕໍ່ໜ້າ ສະພາບອາກາດຈະເຢັນຢູ່ແຂວງພາກເໜືອດ້ານຕາເວັນອອກ, ສ່ວນພາກເໜືອດ້ານຕາເວັນຕົກລົງຫາພາກກາງແລະ ພາກໃຕ້ອາກາດຈະຮ້ອນຂຶ້ນ.

No comments:

Post a Comment