Ad

Ad

10 January 2013

ອາສາສະຫມັກຈາກ ສ.ເກົາຫລີ ຊ່ວຍສອນນັກເທຄວັນໂດລາວ


        ອາສາ​ສະໝັກ ຈຳນວນ 6 ຄົນ ເປັນຍິງ 3 ຄົນ ຈາກ ສ.​ເກົາຫລີ ມາ​ຊ່ວຍ​ສິດສອນ​ນັກ​ເທ​ຄວັນ​ໂດ​ໄວ​ໜຸ່ມ​ຂອງ​ລາວ ພາຍ​ໃຕ້ໂຄງການ “ພີ​ສຄອບ” ຂອງສະຫະພັນເທ​ຄວັນ​ໂດ​ໂລກ.
       ສະຫະພັນເທ​ຄວັນ​ໂດ​ໂລກ ຈັດ​ໂຄງການ​ພັດທະນານັກ​ກິລາ​​ເທ​ຄວັນ​ໂດຂຶ້ນ ດ້ວຍ​ການ​ຄັດ​ເລືອກ​ເອົາ​ອາສາ​ສະໝັກ​ທີ່​ມີ​ຜົນ ງານມາ​ຊ່ວຍ​ສິດສອນ​ນັກ​ກິລາ​ເທ​ຄວັນ​ໂດ​ຢູ່​ປະ​ເທດ​ຕ່າງໆ ເຊິ່ງ​ໃນ​ປີ 2013 ນີ້ ກໍ​ເຊັ່ນ​ດຽວ​ກັນ ສະ ຫະພັນເທ​ຄວັນ​ໂລກ​ໄດ້​ສົ່ງ​ອາ ສາ​ສະໝັກ ສ.​ເກົາຫລີ ຈຳນວນ 6 ຄົນ ມາ​ສິດສອນ​ນັກ​ກິລາ​ເທ​ຄວັນ​ໂດ​ລາວ ​ໃນຄັ້ງນີ້ ຈະ​ໃຊ​້​ເວລາ​ເຝິກ​ສອນ​ຈຳນວນ 50 ວັນ, ການ​ສອນ​ແບ່ງ​ອອກ​ຄື: ສອນ​ວິທີ​ການ​ແຂ່ງຂັນ, ສອນ​ຟ້ອນ​ມວຍ, ສອນ​ວັດທະນະທຳ ເກົາຫລີ ແລະ ພາ ສາ ​ເກົາຫລີ ເຊິ່ງຈະ​ລົງ​ສິດສອນ​ຢູ່ສະ​ໂມ​ສອນ​ເທ​ຄວັນ​ໂດ ຕາ ວັນ, ສະ​ໂມ​ສອນເທ​ຄວັນ​ໂດ ມ/ຊ ແລະ ສະ​ໂມ​ສອນເທ​ຄວັ​ນ​ໂດ ຫງຽນຢູ.

       ​ໃນ​ວັນ​ທີ 9 ມັງກອນມານີ້ ຢູ່ ຕຶກ​ໃໝ່ກະຊວງສຶກສາ​ທິການ ແລະ ກິລາ ຂ້າງ​ສະໜາມກິລາ​ເຈົ້າ​ອະນຸວົງ ທ່ານ ແສງ​ພອນ ພົນ​ອາມາ​ດ, ຫົວໜ້າ​ກົມ​ກິລາ​ລະ ດັບ​ສູງກະຊວງສຶກສາ​ທິການ ແລະ ກິລາ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງອາສາ​ສະໝັກ​ ທັງ 6 ຄົນ, ພ້ອມ​ສະ​ແດງ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸຸ່ນ ແລະ ອວຍ ພອນ​ໃຫ້ການ​ເດີນທາງ​ມາ​ປະຕິບັດ​ໜ້າ​ທີ່​ຢູ່ລາວ ​ໃນ​ຄັ້ງນີ້ປະສົບ​ຜົນສຳ​ເລັດ​ຕາມ​ລະດັບ​ຄາດໝາຍ​ທີ່​ວາງ​ໄວ້.

No comments:

Post a Comment