Ad

Ad

9 January 2013

ປະທານປະເທດຢ້ຽມຢາມໂຄງການພາກຂະຫຍາຍຂອງເຂື່ອນເທີນ-ຫີນບູນ


         ທ່ານ​ ຈູມ​ມາລີ​ ໄຊ​ຍະ​ສອນ ເລຂາທິການ​ໃຫຍ່​, ປະທານ​ປະ​ເທດ​ ແຫ່ງ​ ສ.ປ.ປ.ລາວ ພ້ອມ​ຄະນະ​ເດີນ​ຢ້ຽມຢາມ​ໂຄງ ການ​ພາກ​ຂະ ຫຍາຍ​ຂອງ​ເຂື່ອນ ​ເທີນ-ຫີນ​ບູນ ໂດຍ​ການ​ຕ້ອນ ຮັບ​ຂອງ​ທ່ານ​ ສຸລີວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່​ ພ້ອມ​ພະນັກງານ​ບໍລິສັດ ​ເທີນ-ຫີນ​ບູນ ພາວ​ເວີ​ ຈຳກັດ ຢູ່​ບ້ານ​ຄູນ​ຄຳ, ​ເມືອງ​ຄູນ​ຄຳ ​ແຂວງ​ຄຳ​ມ່ວນ ໃນ​ວັນ​ທີ 8 ມັງກອນ 2013 ນີ້.
           ​ໃນ​ໂອກາດ​ດັ່ງກ່າວ​ ທ່ານ​ ສຸ​ລິ​ວົງ​ ດາລາ​ວົງ,​ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ໄດ້ຂຶ້ນ​ລາຍ​ງານຄວາມ​​ເປັນ​ມາ​ຂອງ​ບໍລິສັດ ​ແລະ ຄວາມ​ພ້ອມ ໃນ​ການ​ກະກຽມ​ຂອງການສະ​ເຫລີ​ມສະຫລອງ ​ເປີດ​ການ​ນຳ​ໃຊ້​ໂຄງການ​ພາກ​ຂະຫຍາຍ​ຂອງ​ເຂື່ອນ​ ເທີນ-ຫີນ​ບູນ​ ໃນ​ວັນ​ທີ 11 ມັງກອນ 2013 ວ່າ:​ ໂຄງການ​ກໍ່ ສ້າງ​ໄຟຟ້າ​ນ້ຳຕົກ ເທີນ- ຫີນ​ບູນ  ພາກ​ຂະຫຍາຍ ​ມີ​ກຳລັງ​ຕິດ​ຕັ້ງ 500​ ເມ​ກາ​ວັດ ຄື: ​ເຂື່ອນ​ໄຟຟ້າ​ນ້ຳ​ຍ່ວງມີ​ກຳລັງ​ຕິດຕັ້ງ (2X30MW)=60 MW, ສາມາດ​ຜະລິດ​ພະລັງງາ​ນ​ໄຟຟ້າ​ສະ​ເລ່ຍ 310
GWhຕໍ່​ປີ. ເຂື່ອນ​ໄຟຟ້າ​ເທີນ​-ຫີນ​ບູນພາກ​ຂະຫຍາຍ ມີ​ກຳລັງ​ຕິດຕັ້ງ (1 X 220 MW)= 220 MW ສາ​ມາດ​ຜະລິດ​ພະລັງງານ​ໄຟຟ້າ​ສະ​ເລ່ຍ 1440 GWhຕໍ່​ປີ, ​ເຂື່ອນ​ໄຟຟ້າ​ ເທີນ-​ຫີນບູນ ປະຈຸ​ບັນ ມີ​ກຳລັງ​ຕິດຕັ້ງ (2X110 MW)= 220 MW, ສາມາດ​ຜະ ລິດ​ໄຟຟ້າ​ສະ​ເລ່ຍ 1.440 GWh ຕໍ່​ປີ ລວມກຳລັງ​ຕິດຕັ້ງທັງ​ໝົດ 500 MW, ສາມາດ​ຜະລິດ​ໄຟຟ້າ​ສະ​ເລ່ຍ 3.000 GWhຕໍ່​ປີ. ມູນ​ຄ່າ​ການ​ກໍ່ສ້າງ​ຂອງ​ໂຄງການ​ປະ ມານ 720 ລ້ານ​ໂດ​ລາ​ສະຫະລັດ​, ໃນ​ນີ້ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ຖື​ຮຸ້ນ 60%.
             ບໍລິສັດ​ໄຟຟ້າ ​ເທີນ-ຫີນ​ບູນ ພາວ​ເວີ​ ຈຳກັດ ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ລັດຖະບານ​ ໃນ​ຕະ ຫລອດ​ໄລ ຍະ 12 ປີ ຜ່ານມາ ຫລາຍ​ກວ່າ 300 ລ້ານ​ໂດ​ລາ​ສະ ຫະລັດ ​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານໂຄງ​ລ່າງ​ເສດຖະກິດ ​ຂອງ​ ລາວ ​ແລະ ສ້າງ​ວຽກ​ເຮັດ​ການ​ທຳ​ໃຫ້​ແກ່​ປະຊາຊົນ ​ຫລາຍ​ກວ່າ 3.000 ຄົນ​ໃນ​ໄລຍະ​ກໍ່ສ້າງ​​ໂຄງ ການ​ທີ່ໄດ້​ຮັບ​ຜົນ​ປະ​​ໂຫ​ຍດ ​ແລະ​ 97% ​ຂອງ​ພະນັກງານໃນ ບໍລິສັດແມ່ນ​ຄົນ​ລາວ.
         ໃນໂອກາດດັ່ງກ່າວນີ້ ທ່ານ​ ຈູມ​ມາລີ​ ໄຊ​ຍະ​ສອນ, ເລຂາທິ ການ​ໃຫຍ່​, ປະທານ​ປະ​ເທດ​ ກໍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງບໍລິສັດ​ໄຟຟ້າ ​ເທີນ- ຫີນ​ບູນ ພາວ​ເວີ​ ຈຳກັດ ກໍຄື ພະ ນັກ ງານ-ກຳມະກອນທຸກໆຄົນ ທີ່ສາມາດຍາດໄດ້ໃນໄລຍະຜ່ານ ມາ. ພ້ອມທັງ ໄດ້ເນັ້ນໃຫ້ບໍລິສັດ​ໄຟຟ້າ​ເທີນ-ຫີນ​ບູນ ພາວ​ເວີ​ ຈຳ ກັດ ເອົາໃຈໃສ່ກໍ່ສ້າງຊັບພະຍາກອນມະນຸດ, ສ້າງພະນັກງານວິຊາການທີ່ມີຄວາມຮູ້ຄວາມສາ ມາດໃຫ້ຫຼາຍ ແລະ ມີຄວາມຊຳນານງານເພື່ອສືບຕໍ່ສ້າງຜົນງານກໍຄືການປົກປັກຮັກສາ ແລະ ນຳ ໃຊ້ເຂື່ອນ ດັ່ງກ່າວໃຫ້ມີຜົນປະໂຫຍດສູງສຸດຕໍ່ປະເທດຊາດ.

No comments:

Post a Comment