ໃນວັນທີ 7 ມັງກອນ 2013 ຢູ່ສຳນັກງານ ໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ມີພິທີເຊັນບົດ ບັນທຶກຄວາມເຂົ້າໃຈລະຫວ່າງ ລັດວິສາຫະກິດ ໄຟຟ້າລາວ ກັບ ບໍລິສັດການໄຟຟ້າຝ່າຍຜະລິດອິນ
ເຕີເນຊັນແນວ ຈຳກັດ ກ່ຽວກັບການຮ່ວມມືພັດທະ ນາການລົງ ທຶນທາງດ້ານພະລັງງານ ແລະ ທຸລະກິດ ທີ່ກ່ຽວຂ້ອງ.
ຮ່ວມລົງ ນາມໃນຄັ້ງນີ້ມີທ່ານ ສີສະຫວາດ ທິຣາວົງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າ ລາວ
ແລະ ທ່ານ ສົມບູນ ອາຣາຍະສະ ກຸນ ຮັກສາການກຳມະການຜູ້ຈັດການໃຫຍ່ ກຟຜ. ໃຫ້ກຽດເຂົ້າ ຮ່ວມເປັນສັກຂີພະ
ຍານໂດຍ ທ່ານ ສົມບູນ ຣາຊາ ສົມບັດ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ-ບໍ່ແຮ່; ທ່ານ ພິສະນຸກ
ຈັນວິທັນ ເອກອັກຄະລາ ຊະທູດໄທ ປະຈຳລາວ ແລະ ພະ ນັກງານທີ່ກ່ຽວຂ້ອງທັງສອງ ຝ່າຍກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ລັດວິສາຫະກິດໄຟຟ້າລາວ ແລະ ກຟຜ ໄດ້ມີການຮ່ວມມືແລກ
ປ່ຽນປະສົບການວິຊາການ ຄວາມຮູ້, ເຕັກນິກ-ເຕັກໂນໂລຊີ ພ້ອມທັງຍົກລະດັບວິຊາສະເພາະ ໃຫ້ບຸກຄະລາກອນ.
ນອກຈາກນີ້ ທັງສອງການໄຟ ຟ້າກໍຄືທັງສອງປະເທດ ຍັງມີການແລກປ່ຽນຊື້- ຂາຍພະລັງງານໄຟຟ້າລະຫວ່າງກັນ
ແລະ ກັນ. ໂຄງການລິເລີ່ມ ການຮ່ວມມືນີ້ເປັນຈຸດເລີ່ມຕົ້ນ ທຳອິດທີ່ສຳຄັນທີ່ຈະຮ່ວມທຸລະ ກິດໃນການພັດທະນາລະບົບໄຟ
ຟ້າໃນ ສປປ ລາວ ກໍຄື ປັບປຸງ ແລະ ພັດທະນາຈຸດເຊື່ອມຕໍ່ຊື້- ຂາຍພະລັງງານຂອງທັງສອງ ບໍລິສັດໃຫ້ກວ້າງຂວາງຂຶ້ນເຊັ່ນ:
ສະຖານີນາບົງ ແລະ ບ່ອນອື່ນໆ ໃຫ້ມີສະເຖຍລະພາບໄດ້ປະໂຫຍດ ສູງສຸດ; ຮ່ວມກັນພັດທະນາໃນ ການບຳລຸງຮັກສາ
ແລະ ສ້ອມແປງລະບົບສາຍສົ່ງ-ສະຖານີ ຂອງຟຟລ ແລະ IPPs; ພັດທະ ນາລະບົບ Optical ເພື່ອໃຫ້ສາມາດເຮັດເປັນທຸລະກິດການສື່ສານ;
ພັດທະນາແຫລ່ງພະລັງ ງານໃນ ສປປ ລາວ ແລະ ຂະ ຫຍາຍການພັດທະນາບຸກຄະລາ ກອນຂອງທັງສອງການໄຟຟ້າເພື່ອໃຫ້ກາຍເປັນຊ່ຽວຊານ,
ມີເຕັກນິກ ທຽບເທົ່າສາກົນ.

No comments:
Post a Comment