Ad

Ad

9 January 2013

ທ່ານ​ຮອງ​ນາຍົກດວງ​ໃຈ ພິຈິດ ​ເນັ້ນ​ໃຫ້​ກະຊວງ​ໄປສະນີສືບຕໍ່​ພັດທະນາ​ພື້ນຖານ​ໂຄງ​ລ່າງວຽກ​ງານ​ຂອງ​ຕົນ​ໃຫ້​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ



     ທ່ານ ພົນ​ໂທ ດວງ​ໃຈ ພິຈິດ ຮອງ​ນາຍົກລັດຖະມົນຕີ, ລັດຖະ ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ອົງຄະ​ນະ​ພັກ​ກະຊວງ​ໄປສະນີ, ​ໂທລະ​ຄົມ ມະນາຄົມ ​ແລະ ການ​ສື່ສານ ​ໃນ​ວັນ​ທີ 8 ມັງກອນ​ນີ້ ຢູ່​ກະຊວງ​ດັ່ງ ກ່າວ ​ໂດຍ​ໄດ້​ເນັ້ນ​ໃຫ້​ຄະນະ​ພັກ- ພະນັກງານ​ກະຊວງ​ດັ່ງກ່າວ ​ໃຫ້​ພ້ອມ​ກັນ​ສືບຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ຂອງ​ພັກ ກໍ​ຄື​ເນື້ອ​ໃນ 4 ບຸກທະລຸ ​ແລະ ນະ​ໂຍບາຍ 3 ສ້າງ ​ເພື່ອ​ສ້າງ​ບາດ ກ້າວ​ຫັນປ່ຽນ​ໃໝ່.
    ທ່ານ​ຮອງ​ນາຍົກລັດຖະມົນຕີ ດວງ​ໃຈ ພິຈິດ ກ່າວ​ວ່າ: ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ຂອງ​ພັກ ​ໄດ້​ກຳນົດ​ຕໍ່​ວຽກ​ງານ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ​ວ່າ: ສົ່ງ​ເສີມ​ການ​ພັດທະ ນາ​ໂຄງ​ລ່າງ​ດ້ານ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ອິນ​ເຕີ​ເນັດ​ທີ່​ມີ​ຄວາມ​ໄວ​ສູງ ​ເພື່ອ​ສ້າງ​ໃຫ້​ເປັນ​ຂະ​ແໜງ​ອຸດສາຫະກຳ​ທີ່​ສຳຄັນ​ໃນ​ການ​ຍູ້ດັນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃຫ້​ເຂັ້ມ​ແຂງ​ຍືນ​ຍົງ ​ແລະ ​ເປັນ​ຈຸດ​ເຊື່ອມ​ໂຍງ​ກັບ​ພາກພື້ນ ​ແລະ ສາກົນ. ດັ່ງນັ້ນ ​ເຫັນ​
ວ່າການ​ຊີ້ນຳ​ທາງ​ດ້ານ​ວຽກ​ງານ​ວິຊາ​ການ​ໃນ​ໄລຍະ​ຜ່ານ​ມາ​ກໍ​ມີ​ດ້ານ​ຕັ້ງໜ້າ, ​ໄດ້​ມີ​ການ​ປັບ ປຸງ ​ແລະ ຂະຫຍາຍ​ຕາໜ່າງ​ໄປ ສະນີ​ໄປ​ເຖິງ​ເມືອງ ທັງ​ຍົກ​ລະດັບ​ການ​ບໍລິການ​ໃຫ້​ມີ​ຄຸນ​ນະພາ​ບດີ​ຂຶ້ນກວ່າ​ເກົ່າ. ພິ​ເສດ​ແມ່ນ​ການ​ໃຫ້​ມີ​ລະບຽບ​ໃນ​ການ​ຂຶ້ນທະບຽນ​ໂທລະສັບ​ມື​ຖື​ແບບ​ຕື່ມ​ເງິນ, ດ້ານ​ການ​ພັດທະນາ​ໂຄງ​ລ່າງ​ດ້ານ​ໂທ ລະ​ຄົມ ກໍ​ໄດ້​ສືບຕໍ່​ບູລະນະ​ສາຍ ​ສົ່ງ​ໃຍ​ແກ້ວ​ແຕ່​ເໜືອ​ຕະຫລອດ​ໃຕ້ ​ເຊິ່ງ​ເປັນ​ກະດູກ​ສັນຫລັງ​ໃນ​ດ້ານ​ໂທລະ​ຄົມມະນາຄົມ, ​ໄດ້​ສືບຕໍ່​ຂະຫຍາຍ​ເຄືອ​ຂ່າຍ​ໂທລະ​ຄົມ, ມີ​ສັນຍານ​ໂທລະສັບ​ມື​ຖືກ​ວມໝົດ​ທຸກ​ແຂວງ ​ແລະ ​ເມືອງ​ໃນ​ທົ່ວ​ປະ​ເທດ ​ແລະ ບ້ານ​ຈຳນວນ​ໜຶ່ງ, ພັດ ທະນາ​ສັນຍານ​ໂທລະສັບ​ມື​ຖື​ຈາກ​ລະບົບ 3G ​ເປັນ 4G ​ເຊິ່ງສາມາດ​ຕອບ​ສະໜອງ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ ອາຊີ-​ເອີຣົບ (ອາ​ເຊັມ 9) ດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ພິ​ເສດ​ຄະນະ​ພັກ​ພວກ​ສະຫາຍ​ຍັງ​ໄດ້​ຊີ້ນຳ​ວຽກ​ງານ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ໃນ​ການ​ພັດທະນາ​ໂຄງການ​ດາວ​ທຽມ​ລາວ ດ້ວຍ​ບັນລຸ​ສັນຍາການຈັດຕັ້ງດຳ​ເນີນ​ໂຄງການ​ໃນ​ເດືອນ​ພະຈິກ 2012 ຜ່ານ​ມາ ​ເຊິ່ງ​ເປັນ​ວຽກ​ງານ​ສຳ ຄັນ​ອັນ​ໜຶ່ງ​ຂອງ​ຂະ​ແໜງ​ການ​ນີ້. ນອກຈາກ​ນີ້ ສ້າງ​ສູນ​ຄຸ້ມ​ຄອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຜ່ານ​ປະຕູ​ດຽວ ​ເຊິ່ງ​ເປັນ​ວຽກ​ງານ​ສຳ ຄັນ​ທາງ​ໄອ​ທີ ທັງ​ເປັນ​ການ​ປະ ກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັບ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ບໍລິຫານ​ລັດ ​ແລະ ການ​ດຳ​ເນີນ​ທຸລະ​ກິດ​ນຳ​ອີກ​. ກ​ານ​ບໍລິຫານ​ລັດ​ທາງ​ເອ​ເລັກ​ໂຕຣນິກກໍ​ໄດ້​ມີ​ການ​ພັດທະນາ ​ເປັນຕົ້ນການ​ພັດທະນາ​ອັກສອນ​ພາສາ​ລາວ,ອັກສອນ​ເພັດ​ຊະລາ​​ດ​ໃນ​ລະບົບ​ຄອມ​ພິວ​ເຕີ ​ແລະ ​ໂທລະສັບ​ມື​ຖື​ສຳ​ເລັດ​ໂດຍ​ພື້ນຖານ, ​ໄດ້​ປັບປຸງ​ລະບົບ​ເອ​ເລັກ​ໂຕຣນິກກອງ​ປະຊຸມ​ທາງ​ໄກ​ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ໂດຍ​ສະ​ເພາະ​ສູນ​ກາງ​ກັບ​ບັນ ດາ​ແຂວງ​ສາມາດ​ນຳ​ໃຊ້​ລະບົບ​ປະຊຸມ​ທາງ​ໄກ​ໄດ້ ອັນ​ເປັນ​ການ​ປະຢັດ​ເວລາ ​ແລະ ງົບປະມານ ທັງ​ເປັນ​ການ​ຍົກ​ລະດັບ​ເຕັກນິກ​ໃຫ້​ແກ່​ພະນັກງານ​ອີກ​ກ້າວ​ໜຶ່ງ.
      ທັງ​ໝົດ​ນີ້​ແມ່ນ​ໝາກຜົນ​ການ​ນຳພາ​ຂອງ​ຄະນະ​ພັກ​ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ, ​ແມ່ນ​ໝາກຜົນ​ຂອງ​ຄວາມ​ພະຍາຍາມ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງຂອງ​ພະ ນັກງານ​ສະມາຊິກ​ພັກ ​ແລະ ຂອງ​ບັນດາ​ການຈັດຕັ້ງ​ໃນ​ຄວາມ​ຮັບ ຜິດຊອບ​ຂອງ​ອົງຄະ​ນະ​ພັກ​ກະ ຊວງ​ໄປສະນີ, ​ໂທລະ​ຄົມມະນາ ຄົມ ​ແລະ ການ​ສື່ສານ. ດັ່ງນັ້ນ ​ໃນຕໍ່ໜ້າ​ນີ້ຂ​ໍ​ໃຫ້​ເພີ່ມ​ທະວີ​ວຽກ​ງານ​ການ​ເມືອງ​ແນວ​ຄິດ ​ເຊິ່ງ​ແມ່ນ​ວຽກ​ງານ​ສຳຄັນ​ແຖວ​ໜ້າ​ຂອງ​ຄະນະ​ພັກ, ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ​ໄດ້​ເລັ່ງທວງ​ໃຫ້​ບຸກທະ ລຸ​ທັງ 4 ດ້ານ ​ເພື່ອ​ສ້າງ​ບາດກ້າວ​ຫັນປ່ຽນ​ໃໝ່​ຕາມ​ທິດ​ຍົກສູງ​ຄຸນ​ນະພາ​ບ,ການ​ຍົກ​ສູງ​ຄຸນ​ນະພາ​ບ ຂອງ​ວຽກ​ງານ​ການ​ເມືອງ​ແນວ​ຄິດ​ແມ່ນ​ໄດ້​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ນຳພາ ​ແລະ ສຶກສາ​ອົບ ຮົມ​ການ​ເມືອງ​ແນວ​ຄິດ​ໃຫ້​ພະນັກ ງານ-ສະມາຊິກ​ພັກ ​ເພື່ອ​ສ້າງ​ໄດ້​ສະຕິ​ຕື່ນ​ຕົວ ​ແລະ ຄວາມ​ຮັບ​ຮູ້​ທາງ​ດ້ານ​ການ​ເມືອງ, ສ້າງ​ໄດ້​ຄວາມ​ເຊື່ອ​ໝັ້ນ ​ແລະ ການ​ນຳພາ​ຂອງ​ພັກ,ຕ້ານ​ແນວ​ຄິດ​ປາກົດ ການ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນ​ໃນ​ຖັນ​ແຖວ​ພະນັກງານ-ສະມາຊິກ​ພັກ. ​ເວົ້າ ລວມ​ແລ້ວ,ການ​ດຳ​ເນີນ​ວຽກ​ງານ​ການ​ເມືອງ​ແນວ​ຄິດ​ໃນຕໍ່ໜ້າ​ນີ້ຕ້ອງ​ຮັບ​ໃຊ້​ແກ່​ການ​ບຸກທະລຸ​ທັງ 4 ດ້ານ ​ເຊິ່ງ​ໃນ​ນີ້​ແມ່ນ​ການ​ບຸກທະລຸ​ທາງ​ດ້ານ​​ແນວ​ຄິດ-ຈິນ ຕະນາການ​ກ່ອນໝູ່​ໝົດ; ປັບປຸງ​ແບບ​ແຜນ​ເຮັດ​ວຽກ.ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ ​ໄດ້​ເນັ້ນ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ຄວາມ​ສາ ມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ, ຢຶດໝັ້ນຫລັກ ການ​ລວມສູນ​ປະຊາທິປະ​ໄຕ, ປະຊາທິປະ​ໄຕ​ພາຍ​ໃນ​ພັກ ​ແມ່ນ​ປັດ​ໄຈ​ຮັບປະກັນ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ ໝາຍ​ຄວາມ​ວ່າ: ທຸກ​ບັນຫາ​ສຳຄັນ​ຕ້ອງ​ນຳ​ມາ​ປຶກສາ​ຫາລື​ກັນ​ໃຫ້​ລະອຽດ​ກ່ອນ​ການ​ຕົກລົງ​ກັນ,​ໃຫ້​ຫລີກ​ເວັ້ນການ​ປຶກສາ​ຫາລື​ພໍ​ເປັນ​ຮູບ​ການ ຫລື ພໍ​ເປັນ​ພິທີວ່າ​ບັນຫາ​ດັ່ງກ່າວ​ໄດ້​ປຶກສາ​ຫາລື​ເປັນ​ເອກະ​ພາບ​ກັນ​ແລ້ວ;ປັບປຸງ​ແບບ​ແຜນ​ນຳພາ​ລັດ ພັກ​ປະຊາຊົນ​ປະຕິວັດ​ລາວ ​ແມ່ນ​ພັກ​ກຳ​ອຳນາດ. ສະນັ້ນ ຕ້ອງ​ເອົາ​ໃຈ​ໃສ່​ການ​ປັບປຸງ​ແບບ​ແຜນການ​ນຳພາ​ຂອງ​ພັກ​ໃຫ້​ສອດຄ່ອງ ​ແລະ ​ເໝາະ​ສົມ.ພວກ​ເຮົາ​ຢຶດ ໝັ້ນຫລັກການ​ທີ່​ວ່າ:ພັກ​ບໍ່​ປະ ການ​ນຳພາ​ລັດ,​ແຕ່​ກໍ​ບໍ່​ເຮັດ​ໜ້າ​ທີ່​ແທນ​ລັດ,ພັກ​ຕ້ອງ​ໃຫ້​ຄວາມ​ສຳ ຄັນ​ຂອງ​ລັດ,ພັກ​ນຳພາ​ລັດ​ເຄື່ອນ​ໄຫວ​ພາຍ​ໃຕ້​ລັດຖະທຳ​ມະນູນ ​ແລະ ກົດໝາຍ,ບັນຈຸບຸກຄະລາ​ກອນ​ທີ່​ມີ​ຄຸນສົມບັດ ​ແລະ ​ເງື່ອນ​ໄຂ​ເຂົ້າຕຳ​ແໜ່​ງສຳຄັນ​ຕ່າງໆ​ຂອງ​ລັດ; ບຸກທະລຸ​ໃນ​ວຽກ​ງານ​ພະນັກງານ,ມະຕິ 9 ຂອງ​ພັກ ​ໄດ້​ກຳນົດ​ໄວ້​ວ່າ: ​ໃນ​ເງື່ອນ​ໄຂ​ໃໝ່​ນີ້ ມີ​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ຖັນ​ແຖວ​ພະນັກງານ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ, ມີ​ຄຸນສົມບັດ, ມີ​ທາດ​ແທ້​ຫລັກ​ໝັ້ນການ​ເມືອງ​ໜັກ​ແໜ້ນ ​ເພື່ອ​ຢາກ​ເຮັດ​ໄດ້​ແນວ​ນັ້ນພວກ​ເຮົາ​ຕ້ອງ​ກວດກາ​ຄືນ ​ແລະ ຂຶ້ນ​ແຜນ​ກຳນົດ​ໃໝ່​ກ່ຽວ​ກັບ​ພະນັກ ງານ ​ໂດຍ​ອີງ​ໃສ່​ຄວາມ​ຮຽກຮ້ອ ງ​ຕ້ອງການ​ຂອງ​ໜ້າ​ທີ່​ການ​ເມືອງ ​ໃນ​ນີ້ພິ​ເສດ​ແມ່ນ​ການ​ສ້າງ​ພະນັກງານ​ສືບ​ທອດ​ເພື່ອ​ປ່ຽນ​ແທນ​ພະນັກງານ​ນຳພາ-ຄຸ້ມ​ຄອງ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ ສານ-ສື່ສານ ມີ​ການ​ພັດທະນາ ​ແລະ ຂະຫຍາຍ​ໄວ,ຕ້ອງ​ເອົາ​ໃຈ​ໃສ່​ກ​ານ​ຄົ້ນຄວ້າ​,​ແລກປ່ຽນ​ບົດຮຽນ ​ແລະ ຮ່ວມ​ມື​ກັບ​ສາກົນ ​ເພື່ອ​ຮັບປະກັນ​ນະ​ໂຍບາຍ​ຫັນ​ເປັນ​ອຸດສາຫະກຳ​ທັນ​ສະ​ໄໝ​ຂອງ​ພັກ ​ແລະ ທັງ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ດ້ານ​ໄປສະນີ ​ແລະ ​ໂທລະ​ຄົມມະນາຄົມ.

No comments:

Post a Comment