Ad

Ad

9 January 2013

ການ​ປັບປຸງ​ວຽກງານ​ໄອ​ຍະ​ການ​ປະຊາຊົນ​ຕ້ອງ​ຢຶດໝັ້ນ 5 ຈຸດໝາຍສຳຄັນ


            ໃນ​ໂອກາດ​ໃຫ້ກຽດ​ເຂົ້າ ຮ່ວມ​ໂອ​ລົມ​ຕໍ່ກອງ​ປະຊຸມ​ໄອ​ຍະ​ການ​ປະຊາຊົນ​ທົ່ວ​ປະ​ເທດ​ປະຈຳ​ປີ ຊຶ່ງ​ຈັດ​ຂື້ນ​ໃນ​ລະຫວ່າງ​ວັນ​ທີ 7-8 ມັງກອນ 2013 ນີ້. ທ່ານ ດຣ ບຸນ​ປອນ ບຸດ​ຕະນະ​ວົງ ກຳມະ ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຫົວໜ້າຫ້ອງ​ວ່າການ​ສູນ​ກາງພັກ ​ໄດ້ໃຫ້​ທິດ​ຊີ້ນຳ​ການ​ປະຕິບັດ​ວຽກ ງານ​ຂອງ​ຂະ​ແໜງການ​ດັ່ງກ່າວ​ສຳລັບ​ປີ 2013 ໂດຍ​ໃຫ້​ເລັງ​ໃສ່​ເລັ່ງປັບ​ປຸງ​ການ​ປະຕິບັດ​ວຽກ ງານ​ໃນ​ທົ່ວ​ຂະ​ແໜງ ການ​ຕົນ ຕ້ອງ​ໄດ້​ສຸມ​ໃສ່​ 5 ບັນຫາ​ສຳຄັນ​ຕົ້ນຕໍ​ເພື່ອ​ເຮັດ​ໃຫ້​ວຽກງານ​ໄອ​ຍະ​ການ​ປະຊາຊົນ​ມີ​ຄວາມ​ໂປ່​ງ​ໃສ ​ແລະ ຫຼຸດຜ່ອນ​ຫາງ​ສຽງຈົ່ມ​ວ່າ​ຈາກ​ສັງຄົມເທື່ອລະກ້າວ
          ທ່ານ ຫົວໜ້າຫ້ອງ​ວ່າການ​ ສູນ​ກາງ​ພັກ ​ໄດ້​ຖື​ໂອກາດ​ນີ້ ຕາງ ໜ້າກົມ​ການ​ເມືອງ​ສູນ​ກາງ​ພັກ ກໍ​ຄື​ລັດຖະບານ ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່ຜົນສຳ​ເລັດ​ການ​ປະຕິບັດໜ້າທີ່​ວຽກງານ ຂອງ​ພະ ນັກງານ ອົງການ​ໄອ​ຍະ​ການ​ທຸກ ຂັ້ນທີ່່​ເຮັດ​ສຳ​ເລັດໜ້າທີ່​ການ​ເມືອງ​ຂອງ​ຕົນ ໃນ​ໄລຍະ 1ປີຜ່ານ ມາ ​ແລະ ພ້ອມ​ທັງ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ໃຫ້​ທິດ​ຊີ້ນຳ​ບາງ​ບັນຫາ​ສຳຄັນ​ຕໍ່ຂະ​ແໜງການ​ນີ້ ສຳລັບ​​ໃນ​ຊຸມ​ປີຕໍ່ໜ້າ ​ໂດຍ ສະ​ເພາະ​ປີ 2013
ໂດຍ​ທ່ານ ໄດ້​ກ່າວ​ວ່າ: ກອງ​ປະຊຸມ ຄັ້ງ ນີ້ ບັນດາ​ຜູ້​ເຂົ້າ​ຮ່ວມໄດ້​ມີ​ການ​ປະກອບ​ຄຳ​ຄິດ​ເຫັນ ຢ່າງ​ກົງ​ໄປ​ກົງ​ມາແລະ ​ເພິ່ງ ​ພໍ​ໃຈຕໍ່ກັບ​ບັນດາ​ຜົນງານຂອງ​ຕົນ​. ເຖີງຢ່າງ​ໃດ​ກໍ​ດີ​ເພື່ອ​ສືບຕໍ່​ເສີມ​ຂະຫຍາຍ ດ້ານ​ຈຸດ​ດີ ​ແລະ ​ແກ້​ໄຂຂໍ້ຄົງຄ້າງ​ໃນຕໍ່ໜ້າ​ໃຫ້​ມີການ ຫັນປ່ຽນ​ໄປ​ສູ່​ຄຸນ​ນະພາ​ບ​ໃໝ່ມີ​ປະສິດທິ​ຜົນ​ກ່ວາ​ເກົ່າ.  ນັ້ນສືບຕໍ່ ປັບປຸງ​ກົງຈັກ​ການຈັດຕັ້ງຢູ່ ໄອ​ຍະ​ການ​ປະຊາຊົນພາກ, ​ແຂວງ, ນະ​ຄອນ ແລະ ​ເຂດ ​ໃຫ້​ມີ​ຄວາມ​ສະຫງົບ, ມີຍົກ ຄວາມ​ຮັບຜິດ ຊອບ​ຕໍ່ການ​ປະຕິບັດ ສິດໜ້າທີ່​ຂອງ​ພະນັກງານ​ໄອ​ຍະ​ການ ໃຫ້ ໜັກ​ແໜ້ນ. ການ​ຊີ້ ນຳ-ນຳພາ, ການ​ຕິດຕາມ​ກວດກາ​ການ​ປະຕິ ບັດ​ກົດໝາຍຂອງ​ຂະ​ແໜງການ​ອ້ອມ​ຂ້າງ, ສະກັດກັ້ນປະ ກົດ​ການລະ​ເມີດ​ກົດໝາຍ ກໍ​ຄື​ປະກົດ​ການ​ຫຍໍ້ໃນສັງຄົມ​ໃຫ້ຫຼຸດລົງ; ​ເພີ່ມ​ທະວີ​ການ​ຊີ້ນຳ-ນຳພາ ​ແລະ ກວດກາ​ການ​ປະຕິບັດໜ້າທີ່​ວຽກ ງານ ຢູ່​ພາຍ​ໃນ​ອົງການ​ໄອ​ຍະ​ການ​ຂອງ​ຕົນ ຫຼື ການ​ຊີ້ນຳ-ນຳ ພາ ​ແລະ ກວດກາ​ຂອງ​ອົງການ​ໄອ​ຍະ​ການ​ຂັ້ນເທີ​ງຕໍ່ກັບ​ໄອ​ຍະ​ການ​ປະຊາຊົນ​ຂັ້ນລຸ່ມຢ່າງ​ເຂັ້ມ ງວດ, ​ເພື່ອ​ຮັບປະກັນ​ໃຫ້​ພະນັກ ງານ​ໄອ​ຍະ​ການ​ປະຊາຊົນ ແລະ ພະນັກງານ ໄອ​ຍະ​ການ​ທະຫານ ມີ​ທັດສະນະ​ຮັບ​ໃຊ້​ປະຊາຊົນ, ການ​ປະຕິບັດໜ້າທີ່​ຖືກຕ້ອງ​ຕາມ​ກົດໝາຍ, ​ເດັດຂາດ​ຕ້ອງ​ເອົາຜູ້​ກະທຳ​ຜິດ​​ໃຫ້ໄດ້​ຮັບ​ການ​ລົງ​ໂທດ ຕາມ​ລະບຽບກົດໝາຍທີ່​ກຳນົດ​ໄວ້; ​​ໃຫ້ເອົາ​ໃຈ​ໃສ່​ປະຕິບັດ​ພາລະ​ບົດບາດ​ຕິດຕາມ​ກວດກາ ການ​ປະຕິບັດ​ກົດໝາຍບັນດາ​ອົງການ​ປົກ​ປ້ອງ​ກົດໝາຍຢູ່​ຂັ້ນ ຂອງ​ຕົນ ໃຫ້​ມີ​ຄຸນ​ນະພາ​ບ ​ແລະ ປະສິດທິຜົນ​ສູງ.
           ທ່ານ ດຣ ບຸນປອນ ບຸດຕະ ນະວົງ ກ່າວວ່າ: ໃນ​ໄລຍະ​ຜ່ານ​ມາ​ຍັງ​ມີ​ປະກົດ​ການລະ​ເມີດ​ກົດ ໝາຍຂອງ​ບັນດາ​ອົງການ​ດັ່ງ ກ່າວ ​ແຕ່​ການ​ກວດ ກາ ​ແມ່ນ​ຍັງ​ເຮັດບໍ່ທັນ​ໄດ້​ດີ ເຊັ່ນ: ການ​ເຂົ້າ​ຮ່ວມ​ໃນ​ການ​ດຳ​ເນີນ​ຄະດີ​ຢູ່​ສານ ຕ້ອງ​ປະຕິບັດ​ຕາມ​ຂອບ​ເຂດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ເຕັມ​ສ່ວນ, ຮັບປະກັນ​ການ​ສັ່ງ ຟ້ອງ, ການ​ຖະ​ແຫຼງຄະດີ​ຕໍ່ສານ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ  ​ແລະ ການ​ປະຕິບັດ​ພາລະ​ບົດບາດ​ໃນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ ເຫັນ​ວ່າ​ຍັງ​ເຮັດ​ໄດ້ໜ້ອຍ, ສະ​ແດງ​ເຖີງຄວາມ​ຮັບຜິດ​ຊອບ​ຂອງ​ພະນັກງານ​ໄອ​ຍະ​ການ​ທີ່ຖືກ​ມອບໝາຍ ​ເພ​ື່ອ ​ເຂົ້າຮ່ວມ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ດັ່ງ ກ່າວ ​ແລະ ຮັບປະກັນ​ໃຫ້​ຄຳ​ຕັດ ສິນ​ຂອງ​ສານ​ໃຊ້​ໄດ້​ຢ່າງ​ເດັດ ຂາດ​ໄດ້​ຮັບ​ການ​ປະຕິບັດ, ບັນຫາ​ຄະດີ​ທີ່​ສັບສົນ ຊຶ່ງ​ບໍ່ສາມາດ​ຈັດ ຕັ້ງປະຕິບັດ​ໄດ້​ນັ້ນ, ມັນ​ສ່ອງ​ແສງ​ເຖີງບົດບາດ​ໃນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ ຂອງ​ພະນັກງານ​ໄອ​ຍະ​ການ ດັ່ງ ນັ້ນ ໃນ​ປີ 2013 ຕ້ອງ​ສຸມ​ໃສ່​ບຸກ ທະລຸ​ບັນຫາ​ຫຍຸ້ງຍາກ ​ໂດຍ​ຕ້ອງ​ເລັ່ງສ້າງ​ພະນັກງານ​ໃຫ້​ມີ​ປະສົບ​ການ​ບົດຮຽນ ຕົວ​ຈິງ​ໃນ​ການ​ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ມີ​ລະບອບ​ແບບ​ແຜນ​ວິທີ​ເຮັດ​ວຽກທີ່​ດີ​ກ່ວາ​ເກົ່າ.
            ກອງ​ປະຊຸມ​ສະຫຼຸບວຽກງ ານ​ຂອງ​ອົງການ​ໄອ​ຍະ​ການ​ປະ ຊາຊົນ ທົ່ວ​ປະ​ເທດ​ໄດ້​ໃຫ້​ຮູ້​ວ່າ: ​ໃນ 1 ປີຜ່ານມາ ອົງການ​ໄອ​ຍະ​ການ​ປະຊາຊົນ​ ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ຄຳ​ຮ້ອງ​ທັງໝົດ 2 ພັນ​ກ່ວາ​ເລື່ອງ ​ໃນ​ນີ້ ສາມາດ​ແກ້​ໄຂ​ໄດ້ 1.900 ກ່ວາ​ເລື່ອງ, ຂະນະ​ທີ່​ອົງ ການ​ໄອ​ຍະ​ການ​ປະຊາຊົນ​ແຕ່ລະ​ຂັ້ນ​ໄດ້​ເອົາ​ໃຈ​ໃສ່​ການຈັດຕັ້ງປະ ຕິບັດ​ແຜນ​ງານ​ຍົກ​ສູງ​ຄຸນ​ນະພາ​ບການ​ຕິດຕາມ​ກວດກາ​ການ​ປະ ຕິບັດ​ກົດໝາຍ ​ແລະ ການ​ສັ່ງ​ຟ້ອງ​ໂດຍ​ສູ້​ຊົນ​ປະຕິບັດ​ຄຳ​ຂັວນ 3 ມີ 4 ຮັບປະກັນ ແລະ ການດຳ​ເນີນ​ຄະດີ​ແບບ​ຄົບ​ວົງ​ຈອນແຕ່​ກໍ​ພົບ​ຄວາມ​ຫຍຸ້ງ ຍາກ ​ແລະ ມີ​ຄວາມ​ຊັກ​ຊ້າ​ໃນ​ການ​ແກ້​ໄຂ​ຄະດີ ໂດຍ​ສະ​ເພາະ​ການ​ປະຕິບັດ​ພາລະ​ບົດບາດ​ຕິດຕາມ​ກວດກາ​ການ​ເຄົາລົບ ​ແລະ ປະຕິບັດ​ກົດໝາຍ, ການ​ສັ່ງ​ຟ້ອງ​ຜູ້​ຖືກ​ຫາ​ຂື້ນສານຍັງ​ບໍ່ທັນ​ເຂັ້ມງວດ.

No comments:

Post a Comment