ປາກົດການຫຍໍ້ທໍ້ທາງສັງຄົມຢູ່ນະຄອນຫຼວງວຽງຈັນ
ມີສະພາບເກີດຂຶ້ນຫຼາຍ ໂດຍສະເພາະແມ່ນການລັກຊັບ,ຄ້າຂາຍຢາເສບຕິດ ແລະ ອື່ນໆ ຄືໃນປີ
2012 ຜ່ານມາ ໄດ້ມີສະພາບຫຍໍ້ທໍ້ເກີດຂຶ້ນ ທັງໝົດ 3 ພັນກວ່າເລື່ອງ ໂດຍເຈົ້າໜ້າທີ່ສາມາດແກ້ໄຂໄດ້
1 ພັນກວ່າເລື່ອງ,ຈັບຜູ້ຕ້ອງຫາມາດຳເນີນຄະດີໄດ້ 1 ພັນກວ່າຄົນ.
ທ່ານ ພັນໂທ ສະຫຼອງ ແສງ ອາທິດຫົວໜ້າຫ້ອງຕຳຫຼວດນະ ຄອນຫຼວງວຽງຈັນ
ໄດ້ໃຫ້ສຳ ພາດ ຕໍ່ນັກຂ່າວລາວພັດທະນາ ວ່າ: ປາກົດການຫຍໍ້ທໍ້ທາງສັງ ຄົມໄດ້ມີການເກີດຂຶ້ນລຽນຕິດ
ທັງມີການຈັດຕັ້ງເປັນກຸ່ມແກ໊ງ, ນຳໃຊ້ພາຫະນະເຄື່ອງມື, ອາວຸດປືນ, ງ້າວ ແລະ ອື່ນໆ
ເພື່ອນຳໃຊ້ເຂົ້າໃນການກະທຳຜິດ.ທີ່ພົ້ນ ເດັ່ນກໍແມ່ນສະພາບລັກຊັບພົນລະເມືອງ
ໂດຍສະເພາະແມ່ນລັກລົດ ຈັກ ຊຶ່ງໃນປີ 2012 ຜ່ານມາ ມີລົດ ຈັກເສຍຫຼາຍກວ່າ
400 ຄັນ ໂດຍ ເຈົ້າໜ້າທີ່ໄດ້ສາມາດເກັບກູ້ຄືນມາໄດ້ 100 ກວ່າຄັນ ໂດຍສາເຫດ ທີ່ພາໃຫ້ສະພາບຫຍໍ້ທໍ້ເກີດຂຶ້ນແມ່ນຍ້ອນໄພຫວ່າງວຽກ,ບັນ
ຫາຢາເສບຕິດ ແລະ ການມົ້ວສຸມ ໄພສັງຄົມໃຫ້ຊາວໜຸ່ມຫຼິ້ນກິນຟຸມເຟືອຍ ແລະ ເຈົ້າໜ້າທີ່ອຳນາດການປົກຄອງທຸກຂັ້ນຍັງບໍ່ເອົາໃຈ
ໃສ່ປະຕິບັດວຽກງານສະກັດກັ້ນ
ປະກົດການຫຍໍ້ທໍ້ຢ່າງທົ່ວເຖີງເຮັດໃຫ້ສະພາບດັ່ງກ່າວເພີ່ມທະວີຄວາມຮ້າຍແຮງເຖີງຂັ້ນປຸ້ນຈີ້,
ຊີງຊັບເອົາຂອງ.
ຫົວໜ້າຫ້ອງຕຳຫຼວດ ນະຄອນຫຼວງວຽງຈັນ ກ່າວວ່າ:
ປາກົດການຫຍໍ້ທໍ້ທາງສັງຄົມຖືເປັນສິ່ງທ້າທາຍໃນວຽກງານປ້ອງກັນຄວາມສະຫງົບ
ຊຶ່ງໃນ ໜຶ່ງປີຜ່ານມາ,ຫ້ອງຕຳຫຼວດ ນະ ຄອນຫຼວງວຽງຈັນ ທີ່ຂຶ້ນກັບກອງບັນຊາການ ປກສ
ນະຄອນ ຫຼວງວຽງຈັນ ໃນນາມເປັນເສນາ ທິການ ແລະ ດຳເນີນການແກ້ໄຂສະພາບຫຍໍ້ທໍ້ເຫັນວ່າພົບສິ່ງທ້າຍທາຍໂດຍສະເພາະບັນຫາພາຍໃນຄື
ພະນັກງານເຈົ້າໜ້າທີ່ຕຳຫຼວດ ຍັງບໍ່ທັນສຸມໃສ່ປະຕິບັດວຽກ ງານຢ່າງເຂັ້ມງວດ, ທັດສະນະແນວຄິດ,ຄຸນສົມບັດຂອງເຈົ້າ
ໜ້າທີ່ຈຳນວນໜຶ່ງຍັງບໍ່ຍົກສູງ ແລະ ບໍ່ສາມາດເປັນທີ່ເພິ່ງຕໍ່ປະ ຊາຊົນ ແລະ ຍັງມີກຸ່ມຄົນບໍ່ດີສວຍໃຊ້ເຈົ້າໜ້າທີ່ມີການຮ່ວມການປົກປິດການກະທຳຜິດ.ພ້ອມດຽວ
ກັນສະຕິຍົກການມີສ່ວນຮ່ວມຈາກສັງຄົມໃນການສະກັດກັ້ນ ປາກົດການຫຍໍ້ທໍ້ຍັງເຮັດໄດ້ໜ້ອຍ
ຈຶ່ງເຮັດໃຫ້ຄົນບໍ່ດີໄດ້ເຄື່ອນໄຫວກະທຳຜິດສ້າງຄວາມບໍ່ສະຫງົບຫລາຍຂຶ້ນ.
ຫົວໜ້າຫ້ອງຕຳຫຼວດນະຄອນຫຼວງວຽງຈັນ ໃຫ້ທັດສະນະວ່າ:
ຖ້າຫາກກຳລັງເຈົ້າໜ້າທີ່ ແລະ ອຳນາດການປົກຄອງທຸກ ຂັ້ນປະຕິບັດວຽກງານແກ້ໄຂປາ
ກົດການຫຍໍ້ທໍ້ຢ່າງທົ່ວເຖີງກໍຈະເຮັດໃຫ້ບັນຫາດັ່ງກ່າວຫຍໍ້ທໍ້ຫຼຸດ ລົງ. ແນວໃດກໍດີໃນປີ
2013 ນີ້,ຫ້ອງຕຳຫຼວດຈະເລັ່ງໃສ່ປັບປຸງກຳລັງເຈົ້າໜ້າທີ່ໃຫ້ເຂັ້ມແຂງ, ປັບປຸງແບບແຜນວິທີເຮັດວຽກ
ໂດຍສຸມໃສ່ແກ້ໄຂບັນຫາທີ່ເກີດຂື້ນໂດຍສະເພາະ ແລະ ບໍ່ໃຫ້ແກ່ຍາວ ແລະ ແກ້ໄຂສະພາບບັນຫາການຄ້າຂາຍຢາເສບຕິດ,
ການກໍ່ອາຊະຍາກຳ ແລະ ແກ້ໄຂອຸປະຕິເຫດຕາມທ້ອງຖະໜົນເປັນບັນຫາພົ້ນເດັ່ນເກີດຂຶ້ນໃນສັງຄົມ.

No comments:
Post a Comment