Ad

Ad

9 January 2013

ຈະຕ້ອງໄດ້ເບິ່ງຄືນຈັນຍາບັນຂອງຜູ້ຂັບຂີ່ມີຫລາຍອັນປ່ຽນໄປ ( ຄໍລຳ ແລກປ່ຽນຄຳເຫັນ )


      ກ່ອນ​ນີ້ຫລາຍ​ປີ, ພວກ​ເຮົາ​ຈະ​ສັງ​ເກດ​ເຫັນ​ວ່າ: ມາ​ລະ​ຍາດ ຫລື ຈັນ​ຍາ​ບັນ​ຂອງ​ຜູ້​ຂັບ​ຂີ່ ກໍ​ຄື​ຜູ້​ໃຊ້​ລົດ​ໃຊ້​ຖະ ໜົນ​ຢູ່​ປະ​ເທດ​ເຮົາ​ແມ່ນ​ດີ​ຫລາຍ ຈົນ​ປະ​ເທດ​ເພື່ອນ​ບ້ານ​ພວກ​ເຮົາ​ກໍ​ໃຫ້ ການ​ຍ້ອງຍໍ ​ແລະ ຄວນ​ເອົາ​ເປັນ​ແບບ ຢ່າງ ນັບ​ທັງ​ສະຕິ​ເຄົາລົບ​ລະບຽບ​ຈະ ລາຈອນ, ຜູ້​ຂັບ​ຂີ່​ທັງຫລາຍ​ລ້ວນ​ແຕ່​ເປັນ​ເຈົ້າການ​ປະຕິບັດ​ໄດ້​ດີ. ​ແຕ່​ມາ​ຮອດ​ປັດຈຸບັນ ສິ່ງ​ດັ່ງກ່າວ​ໄດ້​ມີ​ການ​ປ່ຽນ​ແປງ​ໄປ​ຫລາຍ ​ໂດຍ​ພວກ​ເຮົາ​ຈະ​ສັງ​ເກດ​ເຫັນ​ໄດ້​ຜ່ານ​ການ​ຂັບ​ຂີ່​ຍານພາຫະນະ​ຕ່າງໆ​ເອົາ​ແຕ່​ຈະ​ເຮັດ, ຢາກ​ແຊງ​ໜ້າ, ​ແຊງ​ຫລັງ ຫລື ຕັດ​ຊ້າຍ, ຕັດ​ຂວາ​ແນວ​ໃດ​ກໍ​ບໍ່​ຄ່ອຍ​ຈະ​ເອົາ​ຫົວຊາ, ບາງ​ຄັ້ງທາງ​ຍິ່ງ​ຄັບ​ແຄບ​ຢູ່​ແລ້ວ ​ແຕ່​ຜູ້​ຂັບ​ຂີ່​ບາງ​ຄົນ​ກໍ​ບໍ່​ສົນ​ໃຈ​ຂັບ​ລົດຫ​ມົ້ນ​ເຂົ້າ​ໄປ​ໂດຍ​ບໍ່​ຄຳນຶງ​ເຖິງ​ລະບຽບ​ຈະລາ ຈອນ​ແຕ່​ຢ່າງ​ໃດຂໍ​ແຕ່​ຕົນ​ໄດ້​ແຊງ​ ໄປ​ກ່ອນ​ກໍ​ແລ້ວ​ກັນ ​ເຊິ່ງຍັງ​ບໍ່​ໄດ້​ເວົ້າ​ເຖິງ​ມາລະຍາດ ກໍ​ຄື​ຄຸນສົມ ບັດ​ຂອງ​ຜູ້​ຂັບ​ຂີ່​ກໍ​ມີ​ການ​ປະພຶດ​ທີ່​ບໍ່​ຄ່ອຍ​ດີ​ເກີດ​ຂຶ້ນ​ເຊັ່ນ: ​ແກ້​ເສື້ອ ຂັບ​ລົດ ຫລື ​ເວົ້າຈາ​ຕ່າງໆ​ນາໆ​ອອກ​ມາ​ຢ່າງ​ບໍ່​ສຸພາບ​ໃນ​ເວລາ​ເກີດ​ອຸປະຕິ​ເຫດ ຫລື ​ເວລາ​ຖືກ​ເຈົ້າໜ້າ​ທີ່​ກວດກາ ​ແລະ ຮ້າຍ​ແຮງ​ກວ່າ​ນັ້ນ ກໍ​ແມ່ນ​
ເລື່ອງ​ມາ ລະຍາດ ​ເຫັນ​ຄົນ​ຈະ​ຂ້າມ​ທາງ​ກໍ​ບໍ່​ໄດ້​ເອົາ​ຫົວຊາ​ວ່າ​ຈະ​ຢຸດ​ລົດ​ໃຫ້​ຄົນ​ຂ້າມ​ທາງ​ໄປ​ກ່ອນ, ຈຸດ​ນີ້​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ ​ເພາະ​ໜ້ອຍ​ບໍ່​ຫລາຍ​ມັນ​ກໍ​ສະ​ແດງ​ໃຫ້​ເຫັນ​ໃບ​ໜ້າ​ໃບ​ຕາ​ຂອງ​ຄົນ​ລາວ​ເຮົາ.
    ມີ​ຜູ້​ຊ່ຽວຊານ​ຫລາຍ​ຄົນ​ໃຫ້​ທັດ ສະນະ​ວ່າ: ບັນຫາ​ດັ່ງກ່າວ​ມັນ​ເກີດ​ຂຶ້ນກໍ​ຍ້ອນ​ຫລາຍ​ປັດ​ໄຈ​ຈະ​ແມ່ນ​ນອກ​ຕົວຫລື ​ໃນ​ຕົວ​ກໍ​ມີ, ​ແຕ່​ ຕົ້ນຕໍ​ແລ້ວ​ແມ່ນ​ພວກ​ເຮົາ​ຍັງ​ຂາດ​ການ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ຈັນ​ຍາ​ບັນ​ໃຫ້​ຜູ້​ຂັບ​ຂີ່, ຖ້າ​ມີ​ກໍ​ແມ່ນ​ສ່ວນ​ໜ້ອຍ ​ເພາະ​ຜູ້​ຂັບ​ຂີ່​ໃນ​ປັດ ຈຸບັນ ສ່ວນ​ຫລາຍ​ຈະ​ແມ່ນ​ຊາວ​ໜຸ່ມ-ນັກຮຽນ​ນັກ​ສຶກສາ, ບາງ​ຄົນ​ບໍ່​ໄດ້​ຜ່ານ​ໂຮງຮຽນ​ການ​ຂັບ​ຂີ່ ​ແລະ ກໍ​ບໍ່​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ລະ ບຽບ​ຈະລາຈອນ ​ແລະ ຈັນ​ຍາ​ບັນ​ຂອງ​ຜູ້​ຂັບ​ຂີ່​ແຕ່​ຢ່າງ​ໃດ ​ແລະ ອີກ​ສ່ວນ​ໜຶ່ງ​ກໍ​ແມ່ນ​ໄວ​ຂະ​ນອງ ​ເມື່ອ​ໄດ້​ຂຶ້ນມາ​ຂັບ​ລົດ​ແລ້ວ​ກໍ​ເບັ່ງ​ຕົວ​ເຂັງ​ຂຶມ ​ເໝືອນ​ກັບ​ໄດ້​ຂັບ​ຍົນ​ກໍ​ບໍ່​ປານ, ຢາກ​ເຮັດ​ຫຍັງ​ກໍ​ເຮັດ ​ໂດຍ​ບໍ່​ເຄົາລົບ​ນັບຖື​ລະບຽບ​ກົດໝາຍ​ແຕ່​ຢ່າງ​ໃດ, ຈຸດ​ນີ້​ເປັນຄວາມ​ອັນ ຕະລາຍ​ທີ່​ສຸດ ກໍ​ດັ່ງ​ພວກ​ເຮົາ​ຈະ​ໄດ້​ຍິນ​ຂ່າວ​ໃນ​ເລື່ອງ​ອຸປະຕິ​ເຫດ​ເກີດ​ຂຶ້ນ​ເລື້ອຍໆ ​ໂດຍ​ສະ​ເລ່ຍມື້ ໜຶ່ງ 2-3 ກໍລະນີ​ກໍ​ມີ ​ແລະ ຜູ້​ເສຍ​ຊີວິດ​ກໍ​ເພີ່ມ​ຂຶ້ນ, ​ແຕ່​ອຸປະຕິ​ເຫດ​ເຫລົ່ານັ້ນສ່ວນ​ໃຫຍ່​ເກີດ​ຂຶ້ນ​ແມ່ນ​ຍ້ອນ​ການ​ລ່ວງ​ລະ​ເມີດ​ລະບຽບ​ຈະລາຈອນ, ຂັບ​ຂີ່​ລົດ​ໄວ​ເກີນ​ຂອບ​ເຂດ, ລ່ວງ​ປ້າຍ​ຫ້າມ, ຢາກ​ແຊງ​ໜ້າ-​ແຊງ​ຫລັງ​ກໍ​ແຊງ ​ໂດຍ​ບໍ່​ຄຳນຶງ​ເຖິງ​ລະບຽບ​ກົດໝາຍ​ແຕ່​ຢ່າງ​ໃດ. ພ້ອມ​ນັ້ນ ສ່ວນ​ໜຶ່ງ​ກໍ​ອາດ​ເນື່ອງ​ມາ​ຈາກ​ລົດ​ນັບ​ມື້​ເພີ່ມ​ຂຶ້ນ​ໄວ, ສະພາບ​ການ​ສັນຈອນ​ແອ​ອັດ ​ແລະ ສິ່ງ​ດັ່ງກ່າວ​ຫາກ​ບໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຂອງ​ເຈົ້າໜ້າ​ທີ່​ຈະລາຈອນ​ແລ້ວ ຜູ້​ຂັບ​ຂີ່​ກໍ​ອາດ​ເກີດ​ອາລົມ​ທີ່​ບໍ່​ເໝາະ​ສົມ​ປານ​ໃດ ​ແລະ ບັນຫາ​ສະພາບ​ແວດ​ລ້ອມ​ໃນ​ການ​ນຳ​ໃຊ້​ລົດ​ໃຊ້​ຖະໜົນ​ອື່ນໆ​ອີກ. ກໍ​ອາດ​ເປັນ​ບັນຫາ​ສົ່ງ​ຜົນ​ໃຫ້​ຈັນ​ຍາ​ບັນ​ຂອງ​ຜູ້​ຂັບ​ຂີ່​ມີ​ການ​ປ່ຽນ​ໄປ. ​ແຕ່​ເຖິງ​ຢ່າງ​ດີ​ກໍ​ຕາມ, ຖ້າ​ພວກ​ເຮົາ​ຫາກ​ບໍ່​ເປັນ​ເຈົ້າການ​ຮ່ວມ​ກັນ​ແກ້​ໄຂ ​ໂດຍ​ສະ​ເພາະ​ຂະ​ແໜງ​ການ​ກ່ຽວຂ້ອງ​ໃນ​ການ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ຜູ້​ຂັບ​ຂີ່ ກໍ​ຄື​ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ​ ​ແລ້ວ​ບັນຫາ​ຂອງ​ມັນ​ກໍ​ຈະ​ບານ​ປາຍ. ດັ່ງນັ້ນ ສະ​ຖາ​ບັນ​ຄອບຄົວ, ການ​ສຶກສາ ​ແລະ ສັງຄົມ ກໍ​ຕ້ອງ​ເປັນ​ເຈົ້າການ​ຮ່ວມ​ກັນ​ໃນ​ການ​ອົບຮົມ​ບົ່ມ​ສອນ​ລູກ​ຫລານກໍ​ຄື​ລູກສິດ​ລູກ​ຫາ​ຂອງ ​ຕົນ​ໃຫ້​ມີ​ຄວາມ​ຕື່ນ​ຕົວ​ເຄົາລົບ​ນັບ ຖື​ລະບຽບ​ຈະລາຈອນ ກໍ​ຄືລະບຽບ​ກົດໝາຍ​ໃຫ້​ດີ​ຂຶ້ນ.

No comments:

Post a Comment