Ad

Ad

9 January 2013

ສະຕາ​ໂທລະ​ຄົມ​ມອບ​ລົດ ​​​ເຊບ​ໂຣ​ເລັດ​ເຊ​ວ ​ໃຫ້​ຜູ້​ໂຊກ​ດີ​ຈາກ​ເກ​ມຄົ້ນຫາ​ລາງວັນ ​ໂທ 898


         ​ໃນ​ວັນ​ທີ 5 ມັງກອນ 2013, ບໍລິສັດ​ສະຕາ​ໂທລະ​ຄົມ ​ໄດ້​ຈັດ​ກິດຈະກຳ​​ແຈກ​ລາງວັນ ​ແລະ ລົດ​ໃຫຍ່​ເຊບ​ໂຣ​ເລັດ​ເຊ​ວ​ໃຫ້​ຜູ້​ໂຊກ​ດີ​ຈາກ​ເກ​ມຄົ້ນຫາ​ລາງວັນ​ໂທ 898 ຂຶ້ນ ຢູ່​ສູນ​ບໍລິ ການ​ຢູນີ​ເທວ ​ເມືອງ​ໄກສອນ ​ແຂວງ​ສະຫວັນ​ນະ​ເຂດ ​ເຊິ່ງຜູ້​ໂຊກ​ດີ​ໄດ້​ຮັບ​ລາງວັນ​ດັ່ງກ່າວ​ໄດ້​ແກ່​ທ່ານ ຄຳ​ສຸກ ບຸນ​ນາລີ ​ເບີ​ໂທລະສັບ 020 9541 6151 ຢູ່​ບ້ານ​ຫົວ​ເມືອງ​ໃຕ້ ​ເມືອງ​ໄກສອນ ພົມວິຫານ ​ແຂວງ​ສະຫວັນ​ນະ​ເຂດ ​ໂດຍ​ການ​ເຂົ້າຮ່ວມ​ເປັນ​ສັກຂີ​ພະຍານ​ຂອງ​ທ່ານ ອຸລະ​ຫາ ທອງ​ວັນ​ທາ ປະທານ​ສະພາ​ບໍລິສັດ​ສະຕາ​ໂທລະ​ຄົມ, ທ່ານ ບຸນ​ຍົງ ​ໄຊ​ບັນຍາ ຫົວໜ້າ​ພະ​ແນ​ກຖະ​ແຫລ​ງ ຂ່າວ ​ແລະ ວັດທະນະທຳ ​ແຂວງ​ສະຫວັນ​ນະ​ເຂດ, ທ່ານ ນໍລະ​ສິນ ​ໄຊ​ຍະ​ບຸດ​ສີ ຫົວໜ້າ​ພະ​ແນ​ກ​ໄປສະນີ ​ແລະ ​ໂທລະ​ຄົມ ​ແຂວງ​ສະຫວັນ​ນະ​ເຂດ,ທ່ານ​ນາງ ຄຳ​ພິນ ​ແພງ​ມະນີ​ວົງ ຮອງ​ເຈົ້າ​ເມືອງ​ໄກສອນ ພົມ ວິຫານ ພ້ອມ​ດ້ວຍ​ມວນ​ຊົນ​ເປັນ​ຈຳນວນ​ຫລາຍ.

    ​ເກ​ມຄົ້ນຫາ​ລາງວັນ​ໂທ 898  ​ເລີ່​ມ ປະຕິບັດ​ມາ​ແຕ່​ວັນ​ທີ 1 ຕຸລາ ຫາ 31 ທັນວາ 2012 ​ເຊິ່ງຜູ້​ໂຊກ​ດີ​ໄດ້​ຮັບ​ລາງວັນ​ລົດ​ໃຫຍ່​ເຊບ​ໂຣ​ເລັດ ​ແລະ ລົດຈັກ​ຟີ​​ໂນ​ມາ​ແລ້ວ ​ແລະ ປັດຈຸບັນ ຍັງ​ເຫລືອ​ລາງວັນ​ລົດ​ໃຫຍ່​ເຊບ​ໂຣ​ເລັດ ​ເຊ​ວ 1 ລາງ ວັນ, ລົດຈັກ​ຟີ​ໂນ​ອີກ 2 ລາງວັນ, ລົດຖີບ​ຈຳນວນ 9 ລາງວັນ ​ແລະ ລາງວັນ​ອື່ນໆ​ອີກ​ຫລາຍ​ລາງວັນ ລວມມູນ​ຄ່າ​ຫລາຍ​ກວ່າ 1 ຕື້ກີບ.
    ​ເກ​ມຄົ້ນຫາ​ລາງວັນ​ໂທ 898 ຍັງ​ຈະ​ສືບຕໍ່​ເຖິງ​ວັນ​ທີ 31 ມັງ ກອນ 2013 ​ເພື່ອ​ເປີດ​ໂອກາດ​ໃຫ້​ລູກ​ຄ້າ​ຂອງ​ຢູນີ​ເທວ​ໄດ້​ຮ່ວມ​ຫລິ້ນ​ເກ​ມຄົ້ນຫາ​ລາງວັນ​ລົດ​ໃຫຍ່​ທີ່​ຍັງ​ເຫລືອ 1 ລາງວັນ ຢ່າງ​ງ່າຍໆພຽງ​ແຕ່​ທ່ານ​ນຳ​ໃຊ້​ບັດ​ຕື່ມ​ເງິນ​ທີ່​ມີ​ຮູບ​ພາບ​​ລາງວັນ​ໂທ 898 ດ້ານ​ຫລັງ​ຈະ​ມີ​ບ່ອນ​ຂູດ​ລະຫັດ​​ຕື່ມ​ເງິນ ​ແລະ ດ້ານ​ລຸ່ມ​ຈະ​ເປັນ​ບ່ອນ​ຂູດ​ລະຫັດ​ເພື່ອ​ໂທ​ຫລິ້ນ​ເກ​ມ ​ເມື່ອ​ໄດ້​ລະຫັດ​ແລ້ວ​ກໍ​ໂທ​ເຂົ້າ​ເບີ 898 ​ແລະ ປະຕິບັດ​ຕາມ​ຂັ້ນຕອນ​ຄ່າ​ບໍລິການ 500 ກີບ​ຕໍ່ເທື່ອທ່ານ​ກໍ​ຈະ​ມີ​ໂອກາດ​ໄດ້​ຮັບ​ລາງວັນ​ດັ່ງກ່າວ​ທັນທີ.

No comments:

Post a Comment