Ad

Ad

29 June 2015

ລັດເຕືອນປະຊາຊົນມີສະຕິລະວັງຕົວເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມບໍລິສັດເຄື່ອນໄຫວລະດົມທຶນຜິດກົດໝາຍ



ອີງຕາມບົດລາຍງານຂອງຄະນະສະເພາະກິດຕາມຂໍ້ຕົກລົງທີ 130/ນຍ ສະບັບລົງວັນທີ 7 ​ເມສາ 2015, ອີງຕາມຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີໃນຄັ້ງວັນທີ 27 ພຶດສະພາ 2015.
            ຫ້ອງວ່າການລັດຖະບານຂໍເປັນກຽດແຈ້ງຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີມາຍັງທ່ານຊາບດັ່ງນີ້: 1). ມອບໃຫ້ອົງການກວດກາລັດຖະບານອອກ​​ແຈ້ງການທົ່ວປະເທດເຖິງບັນດາກຸ່ມບໍລິສັດທີ່ເຄື່ອນໄຫວຂົນຂວາຍນຳ    ແຫລ່ງທຶນເຂົ້າມາ ສປປ ລາວໃຫ້ຢຸເຊົາການເຄື່ອນໄຫວຢ່າງເດັດຂາດແລະແຈ້ງໃຫ້ບັນດາບໍລິສັດ, ບຸກຄົນທົ່ວໄປບໍ່ໃຫ້ຕົກເປັນເຫຍື່ອແລະ ຫລົງກັບການຫລອກລວງເພື່ອຫາຜົນປະໂຫຍດສ້າງຄວາມບໍ່ສະຫງົບໃນສັງຄົມ. 2). ​ໃຫ້ກະຊວງປ້ອງກັນຄວາມສະຫງົບຕິດຕາມ, ກວດກາກຸ່ມບໍລິສັດເຫລົ່ານັ້ນວ່າໄດ້ເຄື່ອນໄຫວຖືກຕ້ອງຕາມການອະນຸຍາດດຳ​​ເນີນທຸລະກິດທີ່ກຳນົດຫລືບໍ່ ? ​ແລະໄດ້ປະຕິບັດຕາມກົດໝາຍແນວໃດ? ​ເພື່ອປ້ອງກັນການລະ
ເມີດລະບຽບກົດໝາຍ, ການກໍ່ຄວາມບໍ່ສະຫງົບໃນສັງຄົມ. ສຳລັບບໍລິສັດທີ່ປຶກສາການເງິນພັດທະນາລາວຈຳກັດທີ່ໄດ້ເກັບຄ່າທຳນຽມທັງໝົດ 1,7 ຕື້ກວ່າກີບ, ພ້ອມດ້ວຍລົດ 8 ຄັນທີ່ເປັນການຕົວະຍົວະຫລອກລວງນັ້ນມອບ​​ໃຫ້ກະຊວງປ້ອງກັນຄວາມສະຫງົບຢຶດມາເປັນຂອງລັດຕາມກົດໝາຍ, ພ້ອມທັງອອກມາດຕະການໃດໜຶ່ງເພື່ອດັບມອດຂະບວນການຢ່າງຮີບດ່ວນແລະ ທັນການ. 3). ມອບ​​ໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວອອກຂ່າວຜ່ານສື່ມວນຊົນເພື່ອໃຫ້ສັງຄົມຮັບຮູ້ວ່າ: ບັນດາກຸ່ມບໍລິສັດທີ່ແອບອ້າງວ່າສາມາດນຳເອົາ​​ແຫລ່ງທຶນຈຳນວນມະຫາສານເຂົ້າມາສ້າງສາພັດທະນາປະເທດນັ້ນແມ່ນບໍ່ເປັນຄວາມຈິງ, ພ້ອມນີ້ກໍໃຫ້ສືບຕໍ່ສຶກສາອົບຮົມແລະ ກ່າວ​​ເຕືອນບັນ​​ດາບໍລິສັດແລະ ບໍ່ອະນຸຍາດໃຫ້ສືບຕໍ່ເຄື່ອນໄຫວດຳເນີນທຸລະກິດດັ່ງກ່າວຢ່າງເດັດຂາດ.

No comments:

Post a Comment