Ad

Ad

23 January 2017

ຕໍາຫລວດໄທຈັບຜູ້ຄ້າຂາຍຢາເສບຕິດລາຍໃຫຍ່ຢູ່ສະໜາມບິນສຸວັນນະພູມ

           ຕາມການລາຍງານຂອງເວບໄຊສໍານັກຂ່າວໄທໃນວັນທີ 19 ມັງກອນຜ່ານມານີ້ວ່າ: ໃນຕອນແລງຂອງມື້ດັ່ງກ່າວ, ເຈົ້າໜ້າທີ່ຕໍາຫລວດປາບປາມຢາເສບຕິດຮ່ວມກັບເຈົ້າໜ້າທີ່ຊຸດປະຕິບັດການພິເສດຂອງໄທ, ໄດ້ນຳກຳລັງເຂົ້າຈັບກຸມຕົວທ້າວ ໄຊຊະນະ ແກ້ວພິມພາ ອາຍຸ 41 ປີສັນຊາດລາວ, ພ້ອມພັກພວກອີກ 3 ຄົນສັນຊາດໄທ ຢູ່ສະໜາມບິນສຸວັນນະພູມປະເທດໄທໃນຂໍ້ຫາຄ້າຢາເສບຕິດ, ພາຍຫລັງເດີນທາງກັບຈາກຈັງຫວັດພູເກັດປະເທດໄທ, ຕາມໝາຍຈັບສານອາຍາໃນຂໍ້ຫາຮ່ວມກັນຄ້າຢາເສບຕິດ,
ເຊິ່ງເປັນຂະບວນການຄ້າຢາເສບຕິດຂ້າມຊາດລາຍໃຫຍ່ ແລະ ເປັນເຄືອຂ່າຍສຳຄັນຂອງທ້າວ ອຸສມານ ສະແລແມງ ພໍ່ຄ້າຢາເສບຕິດລາຍໃຫຍ່ໃນເຂດພື້ນທີ່ຊາຍແດນພາກໃຕ້ຂອງໄທ.
           ທ່ານພົນໂທ ສົມໝາຍ ກອງວິໄສສຸກ ຜູ້ບັນຊາການປາບປາມຢາເສບຕິດໄທໃຫ້ຮູ້ວ່າ: ທ້າວ ໄຊຊະນະ ເປັນຫົວໜ້າຂະບວນການຄ້າຢາເສບຕິດຂ້າມຊາດທີ່ອັນຕະລາຍ ແລະ ມີຜູ້ຮ່ວມຂະບວນການເປັນຈຳນວນຫລາຍ, ສະເພາະຄົນໄທທີ່ໄດ້ຮ່ວມຂະບວນ ຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີໃນຂໍ້ຫາຢາເສບຕິດແລ້ວຫລາຍກວ່າ 40 ຄົນ, ຊຶ່ງການເຄື່ອນໄຫວຂອງກຸ່ມຄ້າຢາເສບຕິດລາຍໃຫຍ່ນີ້ແມ່ນຈະພົວພັນຕິດຕໍ່ເອົາຢາເສບຕິດຈາກປະເທດເພື່ອນບ້ານເຂົ້າມາໄທໂດຍໃຊ້ວິທີການເອົາຢາເສບຕິດເປັນຈໍານວນຫລາຍຊຸກເຊື່ອງປົນມາກັບພືດກະສິກໍາຂົນສົ່ງດ້ວຍລົດເຂົ້າມາປະເທດໄທແລ້ວມຸ່ງສູ່ພາກໃຕ້ເພື່ອສົ່ງໄປປະເທດທີສາມ.

          ຕາມການລາຍງານຈາກສໍານັກຂ່າວໄທລັດ ໃຫ້ຮູ້ຕື່ມວ່າ: ການຈັບກຸມເຄືອຂາຍຢາເສບຕິດລາຍໃຫຍ່ຄັ້ງນີ້ເຈົ້າໜ້າທີ່ໄດ້ຕັ້ງຊື່ປະຕິບັດການວ່າ: ໄຊຍະສະຍົບໄພລີ 60/1, ຊຶ່ງພາຍຫລັງທ້າວ ໄຊຊະນະ ໄດ້ປະກົດຕົວທີ່ສະໜາມບິນສຸວັນນະພູມກໍໄດ້ນໍາກໍາລັງເຂົ້າຈັບຕົວທັນທີ, ພ້ອມພັກພວກທີ່ມານໍາກັນອີກສາມຄົນ. ຫລັງຈາກນັ້ນເຈົ້າໜ້າທີ່ໄດ້ນຳເອົາຕົວໄປສືບສວນ-ສອບສວນ, ເຊິ່ງເບື້ອງຕົ້ນຜູ້ກ່ຽວຍັງໃຫ້ການປະຕິເສດ, ແຕ່ເຈົ້າໜ້າທີ່ີໄດ້ມີຂໍ້ມູນຫລັກຖານທີ່ຊັດເຈນທີ່ໄດ້ຈາກໜ່ວຍສືບຂ່າວຂອງໄທ ແລະ ເຈົ້າໜ້າທີ່ລາວສົ່ງໃຫ້, ພ້ອມທັງໄດ້ໄປກວດກາ ແລະ ຍືດຊັບສີນຂອງເຄືອຂ່າຍທ້າວ ໄຊຊະນະ ມີຢູ່ປະເທດໄທທັງໝົດ 36 ຈຸດ, ໄດ້ຊັບສີນ 74 ລາຍການ, ຊຶ່ງລວມມີເຮືອນ, ສິ່ງປຸກສ້າງອື່ນໆ, ໃບຕາດິນ 14 ຕອນ, ລົດໃຫຍ່ລາຄາແພງ 14 ຄັນ, ລົດຈັກ 11 ຄັນ, ບັນຊິເງິນຝາກ 29 ບັນຊີ. ນອກຈາກນີ້ຍັງມີຄໍາຮູບປະພັນ ແລະ ເງິນສົດລວມມູນມີຄ່າຫລາຍກວ່າ 100 ລ້ານບາດ (ສະກຸນເງິນໄທ), ສ່ວນທຸລະກິດ ແລະ ບັນດາຊັບສີນຂອງທ້າວໄຊຊະນະຢູ່ລາວທີ່ປະກອບມີໂຮງເລື່ອຍ, ເຮືອນ, ທີ່ດິນ ແລະ ລົດໃຫຍ່ລາຄາແພງຈໍານວນຫລາຍນັ້ນແມ່ນເຈົ້າໜ້າທີ່ຝ່າຍລາວຈະດໍາເນີນການກວດກາຂະຫຍາຍຜົນເພື່ອຍຶດຊັບຂອງຜູ້ກ່ຽວທັງໝົດ.  

No comments:

Post a Comment