Ad

Ad

23 January 2017

ລາວຟອດມອບໂຊກຫລາຍຮ້ອຍລ້ານໃຫ້ລູກຄ້າຜູ້ໂຊກດີ

          ທ້າຍອາທິດຜ່ານມານີ້, ບໍລິສັດ ລາວຟອດ ມໍເຕີ ໄດ້ຈັດກິດຈະ ກຳຈັບສະຫລາກມອບໂຊກໃຫຍ່ ປະຈຳປີ 2016 ໃຫ້ລູກຄ້າທີ່ເຂົ້າໄປຊື້ລົດຟອດໃນ ໜຶ່ງປີຜ່ານມາ, ເພື່ອເປັນການຄືນກຳໄລໃຫ້ລູກຄ້າຂອງຕົນໃນການຈັບສະຫລາກຄັ້ງນີ້, ຜູ້ໂຊກດີໄດ້ຮັບລາງວັນທີ 1 ລົດໃຫຍ່ຟອດເລັນເຈີ 1 ຄັນແມ່ນທ່ານ ຄຳຫລ້າ ດວງມາລາ ແລະ ລາງວັນທີ 2 ລົດໃຫຍ່ ຟອດຟີເອັສຕາ 1 ຄັນແມ່ນທ່ານ ຟ່າງ (Mr. Fang), ພ້ອມນີ້ ຍັງມີ ໂທລະພາບຊຳຊຸງ 5 ລາງວັນ, ໂທລະສັບຫົວເຫວີຍ P9 ຈຳນວນ 5 ລາງວັນ, ບັດເຕີມນ້ຳມັນ ມູນ
ຄ່າ 1,6 ລ້ານກີບ 10 ລາງວັນ, ຊຸດເຄື່ອງສຽງໃຫຍ່ 5 ລາງວັນ, ບັດປ່ຽນນ້ຳມັນເຄື່ອງ 20 ລາງວັນ ແລະ ບັດເຕີມມູນຄ່າໂທຈາກບີລາຍ 1 ລ້ານກີບ 5 ລາງວັນ ລວມມູນຄ່າຫລາຍຮ້ອຍລ້ານກີບ. ສຳລັບລູກຄ້າທີ່ຍັງບໍ່ທັນໄດ້ຮັບລາງວັນແມ່ນສາມາດລຸ້ນຮັບລາງວັນໄດ້ອີກໃນປີຕໍ່ໆໄປ.

No comments:

Post a Comment