Ad

Ad

23 January 2017

ມາຣູຮານເຈແປນລາວ ພຸ້ງເປົ້າສູ່ SME

ມາຮອດປັດຈຸບັນ ທະນາຄານ ມາຣູຮານເຈແປນ ລາວ ຈຳກັດ ໄດ້ເລີ່ມຜະລິດຕະພັນເງິນກູ້ສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ (SME) ແລະເງິນກູ້ເພື່ອຊື້ລົດ ແລະ ໃນໄວໆນີ້ກໍ່ຈະເລີ່ມຈັດຕັ້ງປະຕິບັດການປ່ອຍກູ້ສຳລັບເຄື່ອງອຸປະໂພກບໍລິໂພກແບບບໍ່ມີຫຼັກຊັບຄ້ຳປະກັນ ແລະ ການເງິນຂະໜາດນ້ອຍ ເພື່ອສ້າງໂອກາດໃຫ້ມີຄວາມເຕີບໂຕ, ເຊື່ອວ່າການບໍລິການ ແລະ ຜະລິດ ຕະພັນດ້ານການເງິນຂອງທະນາຄານມາຣູຮານເຈແປນລາວ ຈຳກັດ ຈະຊ່ວຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະປັບປຸງຄຸນນະພາບການດຳລົງຊີວິດໃຫ້ແກ່ບັນດາປະຊາຊົນລາວໃຫ້ດີຂຶ້ນ.

ກ່ຽວກັບຜົນການດຳເນີນທຸລະກຳການເງິນໃນປີ 2016 ທີ່ຜ່ານມາຂອງທະນາຄານ ມາຣູຮານເຈແປນ ລາວ ຈຳກັດ ຍັງມີຄວາມຫຍຸ້ງຍາກບາງປະການແຕ່ຖ້າທຽບໃສ່ຕົວເລກໃນປີ 2015 ກໍຖືວ່າດີຂຶ້ນ, ເຖິງຢ່າງໃດກໍ່ດີພວກເຮົາໄດ້ມີການປັບປຸງແກ້ໄຂເປັນທີ່ຮຽບຮ້ອຍແລ້ວ ແລະປະຈຸບັນນີ້ ມີຄວາມໝັ້ນໃຈວ່າຈະສາມາດສ້າງລາຍຮັບເປັນທີ່ໜ້າພໍໃຈໄດ້ໃນປີນີ້ພາຍໃຕ້ການນຳຂອງທ່ານຜູ້ອຳ ນວຍການໃຫຍ່ຜູ້ໃໝ່.
ທະນາຄານມາຣູຮານເຈແປນລາວ ຈຳກັດ ໄດ້ຮັບອະນຸຍາດໃຫ້ເປັນທະນາຄານທຸລະກິດຢ່າງເຕັມໂຕໃນ ສປປ ລາວ ແລະໄດ້ເປີດຢ່າງເປັນທາງການໃນວັນທີ 15  ກຸມພາ 2013 ເປັນຕົ້ນມາ, ທະນາຄານນີ້ ໄດ້ຮັບການສະໜັບສະໜູນເກື້ອກຸນຈາກບໍລິສັດແມ່ກໍ່ຄື ບໍລິສັດມາຣູຮານ ຄໍປໍເຣຊັນ (MARUHAN Corporation) ຈາກປະເທດຍີ່ປຸ່ນ ເຊິ່ງໄດ້ມີການດຳເນີນທຸລະກຳການທະນາຄານ ແລະ ການເງິນໃນ ສປປ ລາວ, ກຳປູເຈຍ (ເປັນທະນາຄານທຸລະກິດທີ່ມີຊື່ວ່າ ທະນາຄານສະຖາປະນາ)ແລະ ຢູ່ປະເທດມຽນມາ ເປັນສະຖາບັນການເງິນຈຸລະພາກ ຊື່ງມີຊື່ວ່າ ສະຖາບັນການເງິນຈຸລະພາກ ສະຖາປະນາມຽນມາ, ປັດຈຸບັນມີຊັບສິນທັງໝົດປະມານ 1 ຕື້ໂດລາສະຫະລັດ ແລະມີພະນັກງານບໍລິຫານປະມານ 4 ພັນຄົນ ເຊິ່ງການເປີດເຜີຍດັ່ງກ່າວໄດ້ມີຂຶ້ນໃນໂອກາດເຂົ້າຢ້ຽມຂຳ່ນັບທ່ານ ສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງທະນາຄານແຫ່ງ ສປປ ລາວ ໃນວັນທີ 18 ມັງກອນ, ຮ່ວມກັບທ່ານ ຮັນຈ້ຽວ (HAN CHANG WOO )  ປະທານໃຫຍ່ກຸ່ມບໍລິສັດມາຣູຮັນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວເມື່ອຜ່ານມາ.

No comments:

Post a Comment