Ad

Ad

23 January 2017

ຮອງນາຍົກລັດຖະມົນຕີຢ້ຽມຢາມແຂວງອຸດົມໄຊ

           ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ລົງເຄື່ອນໄຫວຢ້ຽມຢາມແຂວງອຸດົມໄຊເພື່ອຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ເມື່ອວັນທີ 19 ມັງກອນຜ່ານມານີ້, ໂດຍການຕ້ອນຮັບຂອງທ່ານ ເພັດສາຄອນ ຫຼວງອາໄພ ເຈົ້າແຂວງອຸດົມໄຊ ແລະ ພະນັກງານຫຼັກແຫຼ່ງດ້ວຍຄວາມອົບອຸ່ນ.
           ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກໄດ້ພົບປະໂອ້ລົມສະແດງຄວາມຍ້ອງຊົມເຊີຍຕໍ່ຜົນງານຂອງແຂວງຍາດມາໄດ້ໃນໄລຍະ1ປີຜ່ານມາ ແລະ ໄດ້ເນັ້ນຕື່ມໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້: ໃຫ້ສືບຕໍ່ຮັກສາສະຖຽນນະພາບທາງດ້ານການເມືອງໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ໃນການແກ້ໄຂຄວາມທຸກຍາກ
ຂອງປະຊາຊົນໃຫ້ຫລຸດຜ່ອນລົງ, ແຕ່ນີ້ຫາປີ 2020 ສູ້ຊົນໃຫ້ປະທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ. ທ່ານຮອງນາຍົກໄດ້ເນັ້ນໃຫ້ເອົາໃຈໃສ່ປັບປຸງຂົງເຂດວຽກງານຍຸຕິທໍາ, ໄອຍະການ ໃຫ້ທ່ຽງທຳ ແລະ ມີປະສິດທິຜົນ,  ສົ່ງເສີມໃຫ້ປະຊາຊົນຜະລິດກະສິກຳໃຫ້ແຂງແຮງກວ່າເກົ່າໂດຍສະເພາະການປູກພືດປອດສານພິດ, ຊຸກຍູ້ການລ້ຽງສັດໃຫຍໃຫ້ເປັນສິນຄ້າຕາມທ່າແຮງຂອງແຂວງ ແລະ  ສືບຕໍ່ການຫັນລົງກໍ່ສ້າງຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍ, ເສີມຂະຫຍາຍການຮ່ວມມືກັບຕ່າງປະເທດໂດຍສະເພາະປະເທດເພື່ອນມິດຍຸດທະສາດ  ແລະ ເອົາໃຈໃສ່ແກ້ໄຂປາກົດການຫຍໍ້ທໍໃນສັງຄົມໃຫ້ມີປະສິດທິຜົນ, ຕັ້ງໜ້າປະຕິບັດຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ຂຸດຄົ້ນໄມ້ ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກໃຫ້ປະກົດຜົນເປັນຈິງ ແລະ ເອົາໃຈໃສ່ຄຸ້ມຄອງແຮງງານຕ່າງດາວໃຫ້ໄດ້ດີກວ່າເກົ່າ.
ພ້ອມນີ້ ທ່ານ ເຈົ້າແຂວງໄດ້ລາຍງານສະພາບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ທ່ານຮອງນາຍົກຊາບວ່າ: ໃນສົກປີຜ່ານມາ, ເສດຖະກິດຂອງແຂວງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ອັດຕາເຕີບໂຕ ບັນລຸໄດ້ 7,5% ,ລວມຍອດມູນຄ່າຜະລິດຕະພັນພາຍໃນ(GDP) ບັນລຸໄດ້3.50 ກວ່າຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້ 1.397 ໂດລາຕໍ່ຄົນຕໍ່ປີ ລື່ນແຜນການປີ 1,38%.

  ໃນວັນດຽວກັນ ທ່ານ ຮອງນາຍົກລັດຖະມົນຕີຍັງໄດ້ລົງເຄື່ອນໄຫວຢ້ຽມຢາມ ນາຍ ແລະພົນທະຫານ ກອງບັນຊາການທະຫານແຂວງເນື່ອງໃນໂອກາດລະນຶກວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ ແລະ ໄດ້ມອບເງິນ 20 ລ້ານກີບໃຫ້ນາຍ ແລະ ພົນທະຫານກົມກອງດັ່ງກ່າວ ແລະ ໄດ້ຢ້ຽມຊົມ ສູນບໍລິການເຕັກນິກກະສິກຳປ່າໄມ້ຄົບວົງຈອນຮ່ວມມື ແຂວງອຸ ດົມໄຊ ແລະ ແຂວງດຽນປຽນ ສສ ຫວຽດນາມ ແລະ ຢ້ຽມຊົມ ໂຮງງານຜະລິດອາຫານສັດເຟີງໂຮລາວອີກດ້ວຍ.

No comments:

Post a Comment