Ad

Ad

23 January 2017

ເດັດດ່ຽວແກ້ໄຂ 6 ໄພອັນຕະລາຍ

ໃນໄລຍະຜ່ານ ເຖິງວ່າພວກເຮົາ ຈະໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານໃນໄລຍະຜ່ານມາ ແຕ່ຕໍ່ໜ້າສະພາບແວດລ້ອມ ສາ ກົນ ແລະພາກພື້ນ ຍັງຈະສືບຕໍ່ຜັນແປໄປຕາມທ່າອ່ຽງທີ່ມີທັງການແຂ່ງຂັນສູ້ຢັນ ແລະຂັດແຍ່ງກັນ, ມີທັງການຮ່ວມມື ຮ່ວມສໍາພັນ-ເພິ່ງພາຊຶ່ງກັນ ແລະກັນ ເພື່ອຜົນປະໂຫຍດລວມ ແລະຜົນປະໂຫຍດຂອງແຕ່ລະຝ່າຍ; ການຜັນແປດັ່ງກ່າວນັ້ນມີລັກສະນະສະຫຼັບສັບຊ້ອນລະຫວ່າງດ້ານທີ່ເປັນຂໍ້ສະດວກ-ເປັນເງື່ອນໄຂອໍານວຍກັບດ້ານທີ່ເປັນສິ່ງທ້າທາຍທົດສອບແລະບັນຫາອື່ນໆ ເຊິ່ງເປັນທັງກາລະໂອກາດ ແລະເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາ, ແຕ່ໃນດ້ານອື່ນຊໍ້າພັດເປັນຄວາມຫຍຸ້ງຍາກ ແລະສິ່ງທ້າທາຍທົດສອບອັນໃຫຍ່ຫຼວງເຊິ່ງໄດ້ເລັ່ງທວງໃຫ້ພວກເຮົາຕ້ອງເຊີດຊູຈິດໃຈບຸກໜ້າບືນຕົວໃຫ້ສູງທີ່ສຸດ, ສ້າງຄວາມສາມາດແຂ່ງຂັນໃຫ້ສູງຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ.

     ຢືນຢູ່ຕໍ່ໜ້າສະພາບການໃໝ່, ບັນຫາໄພພິບັດພວມເປັນໄພຂົ່ມຂູ່ ແລະສິ່ງທ້າທາຍ ເຊິ່ງມີຫຼາຍບັນຫາ ແຕ່ອັນຕົ້ນຕໍແມ່ນ 6 ໄພອັນຕະລາຍ ໂດຍມີໄພແຫ່ງຄວາມທຸກຍາກ ແລະຄວາມແຕກໂຕນກັນໃນສັງຄົມ; ໄພຫັນປ່ຽນຕົນເອງ; ໄພໜີ້ສິນ; ໄພຫຍໍ້ທໍ້ທາງສັງຄົມ( ບັນຫາອາດຊະຍາກໍາ, ຢາເສບຕິດ, ວັດທະນະທໍາຊອດກະຈາ...); ໄພສໍ້ລາດບັງຫຼວງແລະໄພແຫ່ງການຫັນປ່ຽນ ໂດຍ ສັນຕິຂອງອິດທິກໍາລັງປໍລະປັກ ແລະກຸ່ມຄົນບໍ່ດີ ເຊິ່ງບັນຫາດັ່ງກ່າວ ເປັນໜ້າທີ່ອັນຮີບດ່ວນ ແລະມີລັກສະນະຍຸດທະສາດທີ່ຮຽກ ຮ້ອງໃຫ້ທົ່ວພັກ, ທົ່ວກໍາລັງປະກອບອາວຸດ ແລະທົ່ວປວງຊົນທັງຊາດ ຕ້ອງເພີ່ມທະວີຄວາມຮັບຜິດຊອບໃນການຕ້ານ, ຈໍາກັດ, ສະ ກັດກັ້ນ ແລະແກ້ໄຂຢ່າງຈິງຈັງ ເພາະມັນພົວພັນເຖິງຄວາມເປັນ ຄວາມຕາຍຂອງລະບອບປະຊາທິປະໄຕປະຊາຊົນ, ທັງເປັນການຊີ້ບອກວ່າ: ພັກເຮົາຈະສາມາດເພີ່ມທະວີບົດບາດ ແລະຍົກສູງຄວາມສາມາດນໍາພາໄດ້ ກໍຂຶ້ນກັບກັບການຫັນປ່ຽນທາງດ້ານແນວຄິດ, ທັດສະນະ ແລະການກະທໍາແຕ່ເທິງລົງລຸ່ມ ເພາະຕ້ອງໄດ້ຖືເອົາວຽກງານການເມືອງແນວຄິດ ແລະການເຊື່ອມຊຶມແນວທາງຂອງພັກເປັນຄັນທຸງນໍາໜ້າໃນການແກ້ໄຂບັນຫາດັ່ງກ່າວໄດ້ຢ່າງຄ່ອງແຄ້ວ, ມີໄຫວພິບ ແລະເດັດຂາດ.  
     ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ຊີ້ໃຫ້ເຫັນສະພາບຄວາມເປັນຈິງ, ສິ່ງທ້າທາຍທົດສອບຢູ່ພາຍໃນປະເທດ ມີ 6 ບັນຫາ ໃນນີ້ 1- ທາງດ້ານຄຸນທາດການເມືອງ, ຄວາມເປັນແບບຢ່າງນໍາໜ້າຕໍ່ສູ້ຂອງສະມາຊິກພັກ-ພະນັກງານ ຍັງບໍ່ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການມືອງໃນເງື່ອນໄຂໃໝ່ ແລະສະພາບແວດລ້ອມອັນໃໝ່, ນອກນີ້ ຍັງມີປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ການສໍ້ລາດບັງຫຼວງ, ການລະເມີດກົດໝາຍ ເຊິ່ງເປັນການສົ່ງຜົນກະທົບຕໍ່ບົດບາດ ແລະຄວາມສາມາດນໍາພາຂອງພັກ; 2- ການນໍາໃຊ້ກົນໄກເສດຖະກິດຕະຫຼາດ ແລະການເຊື່ອມໂຍງກັບສາກົນ ພາໃຫ້ເສດຖະກິດ-ສັງຄົມມີການຂະຫຍາຍຕົວ, ແຕ່ພ້ອມດຽວກັນນັ້ນການແກ່ງແຍ່ງແຂ່ງຂັນກໍນັບມື້ນັບເພີ່ມທະວີຂຶ້ນ, ໃນຂະນະທີ່ຄວາມສາມາດຂອງການແກ່ງແຍ່ງແຂ່ງຂັນຂອງພວກເຮົາຍັງບໍ່ທັນສູງ; 3- ຄວາມຮຽກຮ້ອງຕ້ອງການຂອງການພັດທະນານັບມື້ນັບສູງ, ແຕ່ການຕອບສະໜອງທາງດ້ານທຶນຮອນ, ບຸກຄະລາກອນ ຜູ້ພາເຮັດພາສ້າງຕົວຈິງ ຊໍ້າພັດມີຈໍາກັດ; 4- ການພັດທະນາໃນຊຊຸມປີທີ່ຜ່ານມາ ພາໃຫ້ມີການສະສົມໜີ້ນັບມື້ນັບສູງ ແຕ່ຄວາມສາມາດຊໍາລະໜີ້ຊໍ້າພັດຝືດເຄືອງພົບກັບຄວາມຫຍຸ້ງຍາກ, ຖານລາຍຮັບພາຍໃນຍັງບໍ່ເຂັ້ມແຂງ ແລະໜັກແໜ້ນ; 5- ການຜັນແປຢ່າງໄວວາ ແລະສະຫຼັບສັບຊ້ອນຂງສະພາບການພາກພື້ນ ແລະສາກົນ ເຊິ່ງຄາດຄະເນໄດ້ຍາກ ລວມທັງການປ່ຽນແປງດິນຟ້າອາກາດ, ໄພທໍາມະຊາດ ແລະໂລກລະບາດ ກໍຈະສົ່ງຜົນກະທົບຕໍ່ປະເທດເຮົາ ແລະ 6- ອິດທິກໍາລັງປໍລະປັກ ແລະພວກຄົນບໍ່ດີ ຍັງບໍ່ປະລະກົນອຸບາຍຫັນປ່ຽນໂດຍສັນຕິຕໍ່ປະເທດເຮົາ ຊຶ່ງນັບມື້ນັບຮ້າຍແຮງ ແລະເລິກແລບແນບນຽນກ່ວາເກົ່າ...
  ເພື່ອຈໍາກັດ ແລະແກ້ໄຂ 6 ໄພອັນຕະລາຍ ແລະບັນຫາອື່ນໆ, ແນໃສ່ຮັບປະກັນໃນການສ້າງບາດລ້ຽວແຫ່ງການພັດທະນາປະເທດຊາດ (​2016-2020 ) ພັກເຮົາ ໄດ້ກໍານົດທິດທາງໜ້າທີ່ລວມ ແລະຄາດໝາຍໃຫຍ່ ໂດຍຍັງຢຶດໝັ້ນ ແລະເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກໃຫ້ເລິກເຊິ່ງເຖິງຖອງດ້ວຍການສືບຕໍ່ສ້າງບາດກ້າວບຸກທະລຸທັງ 4 ດ້ານຢ່າງແຂງແຮງຕໍ່ເນື່ອງໃຫ້ເຫັນຜົນອັນເປັນຮູບປະທໍາ; ປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງແລະປອດ ໃສທາງດ້ານການຈັດຕັ້ງແລະແບບແຜນນໍາພາ, ມີຄວາມສາມາດນໍາພາສູງຂຶ້ນເພື່ອເປັນກອງນໍາໜ້າແລະເປັນແກນນໍາທີ່ໝັ້ນຄົງໃນລະ ບົບປະຊາທິປະໄຕປະຊາຊົນ; ບູລະນະລະບົບອໍານາດແຫ່ງລັດກໍຄືການຄຸ້ມຄອງບໍລິຫານຕາມທິດສ້າງລັດປະຊາທິປະໄຕປະຊາຊົນທີ່ປົກຄອງດ້ວຍກົດໝາຍໃຫ້ມີຄວາມສັກສິດຕິດພັນກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂສະດວກແລະສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການທໍາມາຫາກິນຂອງພົນລະເມືອງ ເພື່ອສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວ ແລະປະເທດຊາດ, ປະຕິບັດຄວາມສະເໝີພາບກ່ຽວກັບບົດບາດຍິງ-ຊາຍ, ຮັບປະກັນສິດສະເໝີພາບຕໍ່ໜ້າກົດໝາຍ ແລະມີຄວາມຍຸຕິທໍາ, ສັງ ຄົມມີຄວາມສາມັກຄີປອງດອງເປັນປຶກແຜ່ນ ແລະມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະອະນາຄົດອັນສົດໃສຂອງປະເທດຊາດ; ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບທາງດ້ານການ ເມືອງ, ຄວາມສະຫງົບ ແລະຄວາມປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ເສີມຂະຫຍາຍກຳລັງແຮງຂອງຂອງບັນດາພາກສ່ວນເສດຖະກິດ ເຮັດໃຫ້ຂະຫຍາຍຕົວໄປຕາມທິດພັດທະນາແບບຍືນຍົງຢ່າງຕໍ່ເນື່ອງ, ເສດຖະກິດມະຫາພາກ ມີຄວາມໝັ້ນທ່ຽງ ແລະໜັກແໜ້ນ...
        

                                               # ໂດຍ: ຣັດສະໝີ ດວງສັດຈະ       

No comments:

Post a Comment