Ad

Ad

24 January 2017

ສສຂ ນະຄອນຫລວງສະເໜີຂະແໜງກ່ຽວຂ້ອງກວດກາທຸລະກິດບັນເທິງເຂັ້ມງວດ

           ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ (ສສ ຂ) ທີ່ສໍາເລັດລົງເມື່ອບໍ່ດົນມານີ້, ຊຶ່ງມີຫລາຍບັນຫາທີ່ ສສຂ ໄດ້ສະເໜີໃຫ້ຂະແໜງການກ່ຽວ ຂ້ອງເພີ່ມທະວີຄວາມເອົາໃຈໃສ່ຄຸ້ມຄອງກວດກາ ແລະ ແກ້ໄຂໃຫ້ຖືກຕ້ອງຕາມລະບຽບຫລັກການ, ໂດຍສະເພາະແມ່ນບັນຫາຮ້ານອາຫານ ແລະ ຮ້ານບັນເທິງຕ່າງໆເຫັນວ່າມີຫລາຍແຫ່ງເຄື່ອນໄຫວບໍ່ສອດຄ່ອງຕາມລະບຽບການ ແລະ ຂັດຕໍ່ປະເພນີວັດທະນາທໍາ, ຂະນະທີ່ບໍ່ເທົ່າໃດວັນມານີ້, ໄດ້ມີກະແສວິພາກວິຈານໃນສື່
ສັງຄົມອອນລາຍຢ່າງຫລວງຫລາຍໃນກໍລະນີທີ່ໂຮງແຮມແຫ່ງໜຶ່ງເຂດບ້ານຄໍາຮຸ່ງ, ເມືອງໄຊທານີມີການປະກາດຜ່ານເຟສບຸກເພື່ອຮັບພະນັກງານເພດຊາຍ, ໂດຍລະບຸເປັນຜູ້ມີໜ້າຕາດີ, ຮູບຮ່າງງາມ ເພື່ອມາຮັບໃຊ້ບໍລິການແຂກເພດຍິງຜູ້ທີ່ຫງ່ວມເຫງົາ, ຊຶ່ງໄດ້ເຮັດໃຫ້ມີກະແສວິຈານຈາກສັງຄົມຢ່າງກວ້າງຂວາງ. 

   ສສຂ ນະຄອນຫລວງຕີລາຄາວ່າ: ໄລຍະຜ່ານມາເຫັນວ່າມີຮ້ານກິນດື່ມ, ຮ້ານບັນເທີງ, ໂຮງ ແຮມ, ພັດຕະຄານ, ຮ້ານຄາລາໂອເກະເກີດຂຶ້ນຢ່າງຫລວງຫລາຍໃນນະຄອນຫລວງວຽງຈັນ, ໃນນີ້ມີຫລາຍແຫ່ງດຳເນີນບໍ່ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ, ເຮັດມີຜົນກະທົບຕໍ່ສັງຄົມ ແລະ ປະຊາຊົນໂດຍກົງ, ເຊິ່ງສະແດງອອກໃຫ້ເຫັນຄືມີຄຳສະເໜີ, ຄຳຮ້ອງຂໍທຸກຈາກປະຊາຊົນຕໍ່ສະພາປະຊາຊົນນະຄອນຫລວງວຽງຈັນຫລາຍພໍສົມຄວນ. ນອກນີ້ຍັງມີບາງຫົວໜ່ວຍທຸລະກິດທີ່ໄດ້ຮັບອະນຸຍາດຖືກຕ້ອງແຕ່ບໍ່ປະຕິບັດຕາມລະບຽບການຂອງຂະແໜງວັດທະນະທຳເຊັ່ນ: ເປີດໃຫ້ບໍລິການເກີນກຳນົດເວລາ, ສົ່ງສຽງດັງລົບກວນປະຊາຊົນຢູ່ໃກ້ຄຽງ, ນອກຈາກນີ້ການສ້າງ ຕັ້ງຮ້ານກິນດື່ມ, ຮ້ານບັນເທີງ, ໂຮງແຮມ, ພັດຕະຄານ, ຫ້ອງຄາລາໂອເກະຍັງບໍ່ຖືກຕ້ອງ, ບໍ່ມີລະບົບເກັບສຽງເຮັດໃຫ້ສົ່ງສຽງດັງອອກຂ້າງນອກ ແລະ ສ້າງຕັ້ງຂຶ້ນໂດຍບໍ່ໄດ້ຮັບອະນຸຍາດຖືກຕ້ອງ, ບໍ່ມີບ່ອນຈອດລົດ, ຮ້ານບັນເທີງ-ຄາລາໂອເກະຫລາຍແຫ່ງຍັງເປັນແຫລ່ງມົ້ວສຸມຢາເສບຕິດ, ຄ້າປະເວນີ ເປັນຕົ້ນ: ຄາລາໂອເກະຊັງຈຽງ, ຮ້ານບັນເທີງ-ຄາລາໂອເກະແມ່ຂອງຢູ່ເມືອງສີໂຄດຕະບອງ, ຮ້ານຄາລາໂອເກະມາໄລວັນຢູ່ເມືອງໄຊເສດຖາ, ຂະນະດຽວກັນກໍເຫັນວ່າຜູ້ທີ່ເຂົ້າໃຊ້ບໍລິການສ່ວນຫລາຍແມ່ນຊາວໜຸ່ມທີ່ມີອາຍຸບໍ່ຮອດ 18 ປີ, ສະນັ້ນເພື່ອຮັບປະ ກັນການເຄື່ອນໄຫວຂອງຫົວໜ່ວຍທຸລະກິດປະເພດດັ່ງກ່າວຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂໍໃຫ້ຂະແໜງການກ່ຽວຂ້ອງເພີ່ມທະວີຄວາມເປັນເຈົ້າການກວດກາ ແລະ ຄຸ້ມຄອງຫົວໜ່ວຍທຸລະກິດດັ່ງກ່າວໃຫ້ເຂັ້ມງວດກວ່າເກົ່າ.

No comments:

Post a Comment