Ad

Ad

24 January 2017

ຕະຫລາດໃນຕົວເມືອງບາງແຫ່ງຍັງບໍ່ຕິດປ້າຍແຈ້ງລາຄາສີນຄ້າ

           ເມື່ອທ້າຍອາທິດຜ່ານມາ, ກະຊວງອຸດສະຫະກໍາ ແລະ ການຄ້າສົມທົບກັບພະແນກອຸດສຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ, ໄດ້ລົງຕິດຕາມກວດກາການຕິດປ້າຍລາຄາສີນຄ້າປະເພດອຸປະໂພກ-ບໍລິໂພກທີ່ຢູ່ໃນການຄຸ້ມຄອງຂອງລັດຕາມທ້ອງຕະຫລາດໃນຕົວເມືອງຫລາຍແຫ່ງພົບວ່າ: ມີຕະຫຼາດໜອງໜ້ຽວ, ຫົວຂົວເມືອງໄຊເສດຖາທີ່ປະຕິບັດລະບຽບຂອງຂະແໜງ ການກ່ຽວຂ້ອງວາງອອກໄດ້ດີ, ໂດຍສະເພາະການຕິດປ້າຍກໍານົດລາຄາສີນຄ້າຂະໜາດ 2X1 ແມັດເພື່ອແຈ້ງລາຄາປະເພດຊີ້ນ,
ປາ ແລະ ອື່ນໆທີ່ຈໍາເປັນ, ພ້ອມທັງຕິດຕັ້ງຊິງຊັ່ງຂອງກາງໄວ້ 2 ຈຸດສໍາລັບໃຫ້ລູກຄ້າຊັ່ງເພື່ອກວດສອບເບິ່ງນໍ້າໜັກຂອງສີນຄ້າຖືກຕ້ອງຕົວຈິງແລ້ວບໍ. ແຕ່ຄຽງຄູ່ກັນນັ້ນກໍມີບາງຕະຫລາດຄື: ຕະຫລາດສີໄຄເມືອງສີໂຄດຕະບອງ, ຕະຫລາດໂພນສະຫວ່າງເມືອງຈັນທະບູລີ ແລະ ອື່ນໆເຫັນວ່າຍັງບໍ່ທັນປະຕິບັດຕາມລະບຽບຫລັກການໄດ້ດີເທົ່າທີ່ຄວນ, ໂດຍສະເພາະແມ່ນບໍ່ຕິດປ້າຍລາຄາສີນຄ້າຕາມຂະໜາດທີ່ພາກສ່ວນກ່ຽວຂ້ອງກໍານົດໄວ້ ແລະ ບໍ່ມີຊິງກາງ, ຊຶ່ງສ້າງຄວາມບໍ່ເປັນເອກະພາບໃຫ້ແກ່ຜູ້ຂາຍ ແລະ ຜູ້ຊື້, ທັງເປັນຊ່ອງຫວ່າງໃຫ້ພໍ່ຄ້າຫົວໃສຈໍານວນໜຶ່ງສວຍໂອກາດເອົາປຽບລູກຄ້າ, ຊຶ່ງພາກສ່ວນກ່ຽວຂ້ອງໄດ້ແຈ້ງໃຫ້ເຈົ້າໜ້າທີ່ຈັດສັນຕະຫລາດເຫລົ່ານັ້ນຮີບຮ້ອນປັບປຸງແກ້ໄຂໃຫ້ຖືກຕ້ອງຕາມລະບຽບຫລັກການໂດຍໄວ ເຊັ່ນ: ຕ້ອງສ້າງປ້າຍລາຄາຂະໜາດໃຫຍ່ ແລະ ຕິດຕັ້ງຢູ່ຈຸດທີ່ສາມາດເບິ່ງເຫັນໄດ້ງ່າຍ, ຕິດຕັ້ງຊິງກາງຢ່າງໜ້ອຍ 2 ຈຸດ, ຕິດຕັ້ງໂທລະໂຄ່ງເພື່ອປະຊາສໍາພັນດ້ານຂໍ້ມູນຂ່າວສານກ່ຽວກັບການຊື້-ຂາຍພາຍໃນຕະຫລາດ ແລະ ໃຫ້ຊາວຄ້າຂາຍຈໍາໜ່າຍສີນຄ້າຂອງຕົນຕາມລາຄາທີ່ກໍານົດໄວ້ ຕົວຢ່າງ: ຊີ້ນໝູແມ່ນໃຫ້ຂາຍບໍ່ເກີນ 35 ພັນກີບຕໍ່ກິໂລ, ຊີ້ນງົວ, ຄວາຍ ແລະ ຜຶດພັກຕ່າງໆແມ່ນຂຶ້ນກັບກົນໄກຂອງຕະຫຼາດ, ແຕ່ບໍ່ໃຫ້ມີການເໜັງຕິງແຮງເກີນຂອບເຂດ.

           ການລົງກວດກາດັ່ງກ່າວ, ກໍເພື່ອຮັບປະກັນໃຫ້ການຈໍາໜ່າຍສີນຄ້າຕາມທ້ອງຕະຫລາດຕ່າງໆມີຄວາມເປັນລະບຽບຮຽບຮ້ອຍ, ເປັນເອກະພາບດ້ານລາຄາ, ສະອາດ, ປອດໄພ, ໄດ້ມາດ ຕະຖານ ເພື່ອແນ່ໃສ່ປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກ ແລະ ທັງເຮັດໃຫ້ການຊື້-ຂາຍສີນຄ້າອຸປະໂພກ-ບໍລິໂພກໃນຊ່ວງໄລຍະປີໃໝ່ຂອງຊາວຫວຽດນາມ ແລະ ຈີນປີນີ້ມີບັນຍາກາດຄືກຄື້ນຍິ່ງຂຶ້ນ. 

No comments:

Post a Comment