Ad

Ad

24 January 2017

ລັດຖະບານເລີ່ມຖອນຄືນລົດທີ່ມີລາຄາສູງເພື່ອປະມູນຂາຍ

          ເພື່ອປະຕິບັດຕາມດຳລັດເລກທີ 15 ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຈຳຕຳແໜ່ງພະນັກງານນການນຳລະດັບສູງ, ລັດຖະບານໄດ້ເລັ່ງຖອນຄືນລົດປະ ຈຳຕຳແໜ່ງທີ່ມີລາຄາສູງ, ພ້ອມທັງປະມູນຂາຍ ແລະ ຈັດຊື້ລົດໃນລາຄາທີ່ເໝາະສົມໃຫ້ການນຳລະດັບສູງປະເພດ I, II ແລະ ລົດຮັບແຂກຢູ່ສູນກາງ, ນະຄອນ ຫລວງ ແລະ ບັນດາແຂວງ, ພ້ອມນີ້ ຍັງຈະປະກອບລົດໃຫ້ພະນັກງານການນຳລະດັບສູງ ປະເພດ III ແລະ IV ທີ່ຍັງບໍ່ທັນໄດ້ຮັບລົດປະຈຳຕຳແໜ່ງ.

ທ່ານ ຈະເລີນ ເຢຍປາວເຮີ ໂຄສົກປະຈຳຫ້ອງວ່າການລັດຖະບານ ໄດ້ຖະແຫລງຕໍ່ສື່ມວນຊົນໃນວັນທີ 23 ມັງກອນນີ້ວ່າ: ພາຍຫລັງນາຍົກລັດຖະມົນຕີ ໄດ້ອອກດຳລັດເລກທີ 15/ນຍ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຈຳຕຳແໜ່ງພະນັກງານການນຳລະດັບສູງ ແມ່ນປະເພດນິຕິກຳບັງຄັບທົ່ວໄປຂອງລັດຖະບານ, ດັ່ງນັ້ນ ຕ້ອງໄດ້ຮັບການຈັດຕັ້ງປະຕິບັດຕາມວິທີການ ແລະ ຂັ້ນຕອນດັ່ງນີ້: ນາຍົກລັດຖະມົນຕີ ອອກຂໍ້ຕົກລົງ ສະບັບເລກທີ 06/ນຍ, ລົງວັນທີ 16 ມັງກອນ 2017 ວ່າດ້ວຍການຖອນ, ການປະມູນຂາຍ ແລະ ການປະກອບລົດປະຈຳຕຳແໜ່ງຂອງການນຳລະດັບສູງ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການຖອນ, ການປະມູນຂາຍ ແລະ ການປະກອບລົດປະຈຳຕຳແໜ່ງຂອງການນຳລະດັບສູງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມດຳລັດສະບັບເລກທີ 15/ນຍ, ໃນນັ້ນ ເຫັນດີໃຫ້ຖອນຄືນລົດປະຈຳຕຳແໜ່ງຂອງພະນັກງານການນຳລະດັບສູງ ແລະ ລົດຮັບແຂກຢູ່ສູນກາງ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງທີ່ເປັນປະເພດລົດ Benz, BMW ແລະ ລົດປະເພດອື່ນໆ ທີ່ບໍ່ເໝາະສົມກັບຕຳແໜ່ງການນຳລະດັບສູງ ທີ່ໄດ້ລະບຸໄວ້ໃນມາດຕາ 6 ຂອງດຳລັດສະບັບເລກທີ 15/ນຍ, ສຳລັບແຜນການຈັດຊື້ ແລະ ປະກອບລົດແມ່ນໃຫ້ດຳເນີນໄປເປັນ 3 ຊຸດຄື: 1. ຈັດຊື້ ແລະ ປະກອບລົດເພື່ອທົດແທນລົດທີ່ໄດ້ຖອນຄືນນັ້ນ ໃຫ້ ການນຳຂັ້ນສູງປະເພດ I, II ແລະ ລົດຮັບແຂກຢູ່ສູນກາງ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງ; 2. ຈັດຊື້ ແລະ ປະກອບລົດໃຫ້ພະນັກງານການນຳລະດັບສູງປະເພດ III ທີ່ຍັງບໍ່ໄດ້ຮັບລົດປະຈຳຕຳແໜ່ງ ແລະ 3. ຈັດຊື້ ແລະ ປະກອບລົດໃຫ້ພະນັກງານການນຳລະດັບສູງປະເພດ IV ທີ່ຍັງບໍ່ໄດ້ຮັບລົດປະຈຳຕຳແໜ່ງ.

          ທ່ານໂຄສົກລັດຖະບານ ກ່າວຕື່ມວ່າ: ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ ດຳລັດເລກທີ 15/ນຍ ແລະ ຂໍ້ຕົກລົງເລກທີ 06/ນຍ ໃຫ້ມີຜົນສັກສິດ ແລະ ເຂັ້ມງວດ, ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງເລກທີ 07/ນຍ, ລົງວັນທີ 16 ມັງກອນ 2017 ວ່າດ້ວຍການແຕ່ງຕັ້ງຄະນະຮັບ ຜິດຊອບການຖອນ, ການປະມູນຂາຍ ແລະ ການປະກອບລົດປະຈຳຕຳແໜ່ງຂອງການນຳລະດັບສູງ, ຊຶ່ງປະກອບດ້ວຍຮອງລັດຖະມົນຕີກະຊວງການເງິນເປັນຫົວໜ້າ ແລະ ຮອງຫົວໜ້າຫ້ອງວ່າ ການສຳນັກງານນາຍົກລັດຖະມົນຕີ ເປັນຮອງຫົວໜ້າ ແລະ ປະກອບຕົວແທນຈາກຫ້ອງວ່າການສູນກາງພັກ, ຫ້ອງວ່າການປະທານປະເທດ, ສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງອຸດສາຫະກຳ ແລະ ການຄ້າ ລວມທັງໝົດ 11 ທ່ານ, ເພື່ອເຮັດໜ້າທີ່ຄົ້ນຄວ້າຂຶ້ນແຜນ ແລະ ກຳນົດວິທີການມາດຕະການຈັດຕັ້ງປະຕິບັດດຳລັດດັ່ງ ກ່າວໃຫ້ມີປະສິດທິຜົນ, ເຂັ້ມງວດ ແລະ ສັກສິດ.

1 comment:

  1. ເລື່ອງ ລົດ ຜູ້ນຳສູງສຸດເພີນໄດ້ເປັນແວ່ນແຍງທີ່ດີ, ການຈັດຕັ້ງປະຕິບັດກໍ່ໄດ້ເລີ່ມເປັນຕົນເປັນຕົວມາແລ້ວ, ແຕ່ເຫັນວ່າຍັງບໍ່ທັນພໍ, ເພາະພະນັກງານຂັ້ນກາງ ແລະ ຂັ້ນລູ່ມ ຍັງມີການຊົມໃຊ້ພູມເຟືອຍຢູ່, ຂໍຍົກຕົວຢ່າງປະເທດອື່ນ, ເພີ່ນບໍ່ໃຫ້ພະນັກງານລັດສວຍໃຊ້ເອົາຊັບສິນສ່ວນລວມໄປໃຊ້ວຽກສ່ວນຕົວເຊັ່ນ; ເອົາໄປບຸນ, ໄປຕະຫລາດ, ໄປທ່ອງທ່ຽວ, ໄປຫລິນກີລາ ... ແຕ່ບໍ່ທັນເຫັນມີຄຳສັ່ງໃດ ຫລື ຂໍິຕົກລົງໃດ ແນະນຳລະອຽດຕື່ມ?

    ReplyDelete