Ad

Ad

24 January 2017

ຜູ້ປະຈຳການເນັ້ນຫລາຍບັນຫາໃຫ້ຄະນະບໍລິຫານງານພັກກະຊວງການເງິນ ເຂັ້ມແຂງ, ໜັກແໜ້ນ ແລະ ໂປ່ງໃສ

ກອງປະຊຸມເປີດກວ້າງຂອງຄະນະບໍລິຫານງານພັກກະຊວງການເງິນຄັ້ງທີ 3 ສະໄໝທີ II ທີ່ຈັດຂຶ້ນລະຫວ່າງວັນທີ 18-20 ມັງກອນນີ້, ສະຫາຍ ພັນຄຳ ວິພາວັນ, ຜູ້ປະຈຳການຄະນະເລ ຂາທິການສູນກາງພັກ, ຮອງປະ ທານປະເທດແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມ ແລະ ພົບປະໂອ້ລົມ ຄະນະບໍລິຫານງານພັກກະຊວງດັ່ງກ່າວເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກພັກ, ພະນັກງານຂອງຂະແໜງການເງິນໃຫ້ມີຄວາມໂປ່ງໃສ, ເຂັ້ມແຂງ, ໜັກແໜ້ນໃນການປະຕິບັດວຽກງານ ແລະ ລະບຽບກົດໝາຍຢ່າງເຂັ້ມງວດ ແລະ ພ້ອມນັ້ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້, ໃນວຽກງານກໍ່ສ້າງພັກ-ພະນັກງານ ແລະການແກ້ໄຂບັນດາຈຸດອ່ອນແລະ ຂໍ້ຄົງຄ້າງຕ່າງໆ ແຕ່ເຖິງຢ່າງໃດ
ກໍໃຫ້ຄະນະພັກກະຊວງການເງິນເອົາໃຈໃສ່ຕື່ມບາງບັນຫາສຳ ຄັນດັ່ງນີ້: 1.ໃຫ້ສະມາຊິກພັກ-ພະນັກງານມີຄຸນທາດການເມືອງໜັກແໜ້ນ, ມີທັດສະນະຮັບໃຊ້ບໍລິການປະຊາຊົນຢ່າງແທ້ຈິງ; 2. ເອົາໃຈໃສ່ສືບຕໍ່ ປັບປຸງການຈັດຕັ້ງຂອງພັກຢູ່ແຕ່ລະຂັ້ນໃຫ້ສອດຄ່ອງໄປພ້ອມກັນ; 3.ເພື່ອເປັນກຳລັງແຮງໃຫ້ແກ່ຄະນະບໍລິຫານງານສູນກາງພັກໃນການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກກໍຄືເປັນເສນາທິການໃຫ້ແກ່ອົງຄະນະພັກກະຊວງການເງິນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະ ຊວງ; 4. ປັບປຸງບູລະນະກົງຈັກການຈັດຕັ້ງຂອງຂະແໜງການເງິນໃຫ້ເປັນລະບົບຄົບຊຸດ, ກະທັດຮັດແຕ່ມີຄວາມເຂັ້ມແຂງ, ມີຄວາມກົມກຽວ  ແລະ ສາມາດຕອບສະໜອງໄດ້ກັບການຂະຫຍາຍ ຕົວຂອງວຽກງານໃນໄລຍະໃໝ່;5. ສືບຕໍ່ຊີ້ນຳ-ນຳພາປັບປຸງພາລະບົດບາດຂອງກະຊວງ ແລະ ບັນດາກົມອ້ອມຂ້າງກະຊວງການເງິນໃຫ້ສອດຄ່ອງກັບການປັບປຸງການຈັດຕັ້ງເບື້ອງລັດ ແລະ ສະພາບຕົວຈິງໃນປັດຈຸບັນເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນການຊີ້ນຳ-ນຳພາ ຂອງຄະ ນະພັກ, ຄະນະນຳແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານຂອງຂະແໜງການເງິນໃຫ້ມີລັກສະນະນຳໜ້າໃນການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ມີຄວາມໂປ່ງໃສ, ເຂັ້ມແຂງ, ໜັກແໜ້ນໃນການປະຕິບັດວຽກງານວິຊາສະເພາະຂອງຕົນໃຫ້ມີຄວາມເຂັ້ມແຂງກວ່າເກົ່າ ແລະ ປະຕິບັດກົດລະບຽບຂອງພັກ,ກົດໝາຍຂອງລັດຢ່າງຖືກຕ້ອງ;6. ຄະນະບໍລິຫານງານພັກກະຊວງການເງິນຕ້ອງໄດ້ເອົາໃຈໃສ່ພັດທະນາສະມາຊິກພັກ-ພະນັກງານຂອງຂະແໜງການເງິນໃຫ້ໃຫ້ມີທັດສະນະຫລັກໝັ້ນການເມືອງໜັກແໜ້ນ, ມີຈັນຍາບັນ ແລະ ຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ, 7. ຄະນະບໍລິຫານງານພັກກະຊວງການເງິນຕ້ອງສືບຕໍ່ອົາໃຈໃສ່ແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດຈະແຈ້ງ, ປັບປຸງແບບແຜນວິທີການເຮັດວຽກຂອງຄະນະພັກໃຫ້ດີ, ປະຕິບັດຫລັກການລວມສູນປະຊາທິປະໄຕໃຫ້ເຂັ້ມງວດ, ຕັ້ງໜ້າເສີມຂະຫຍາຍ ທ່າແຮງການນຳພາລວມຂອງໝູ່ຄະນະ, 8. ຕ້ອງຖືຄວາມສາມັກຄີເປັນປຶກແຜ່ນ, ເປັນແບບຢ່າງນຳໜ້າ, ມີຄຸນສົມບັດ, ສິນທຳປະຕິວັດ, ມີຄວາມປອດໃສຂາວສະອາດໃນການປະຕິບັດໜ້າທີ່ວຽກງານ ແລະ ການດຳລົງຊີວິດ,ຍາມໃດກໍຖືເອົາຜົນປະໂຫຍດຂອງປະເທດຊາດ ແລະ ຂອງສ່ວນລວມຢູ່ເໜືອຜົນປະໂຫຍດສ່ວນຕົວ;9. ປັບປຸງຂອດການປະສານງານລະຫວ່າງຂະແໜງການເງິນຢູ່ຂັ້ນສູນກາງກັບທ້ອງຖິ່ນ ແລະ ລະຫວ່າງທ້ອງຖິ່ນດ້ວຍກັນ, ເປັນຕົ້ນແມ່ນພະແນກການເງິນກັບສາມຂະແໜງການສາຍຕັ້ງ, 10. ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດມະຕິ X ຂອງພັກ  ແລະ  ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ  ແລະ  ແຜນງົບປະມານແຫ່ງລັດ 5 ປີຄັ້ງທີ VIII ໃຫ້ບັນລຸຕາມລະດັບຄາດໝາຍດ້ານເສດຖະກິດມະຫາພາກເພື່ອຮັບປະກັນໃຫ້ວຽກງານບໍລິຫານກົງຈັກລັດສາມາດເຄື່ອນໄຫວໄດ້ຢ່າງເປັນປົກກະຕິຕໍ່ເນື່ອງ,ໂດຍສອດຄ່ອງກັບຄຳຂວັນວິໄສທັດ ແລະ ຍຸດທະສາດຂອງການພັດທະນາທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກແມ່ນ ສູ້ຊົນພັດທະນາປະເທດເຮົາໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະ ນາໃນປີ 2020, ກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງຕາມທິດການພັດທະນາສີຂຽວ ແລະ ຍືນຍົງ.

No comments:

Post a Comment