Ad

Ad

25 January 2017

ເມື່ອ 8 ຄົນມີຊັບສິນເທົ່າເຄິ່ງໜຶ່ງຂອງຄົນທັງໂລກ

ໂດຍ: ມຶກບໍ່ແຫ້ງ
ຫຼາຍຄົນອາດຄົງຮູ້ແຕ່ຫຼາຍຄົນຍັງງົງງວາຍຢູ່ວ່າເປັນຫຍັງພຽງແຕ່ 8ຄົນສາມາດມີຊັບສິນເທົ່າກັນກັບ ເຄິ່ງໜຶ່ງຂອງຊັບສິນຂອງຄົນເຄິ່ງໂລກໂຮມກັນ, ທ່າອຽງນີ້ມັນມີຜົນຫຍັງຕໍ່ສັງຄົມມະນຸດປັດຈຸບັນແລະສະຖານະ ການໃນສປປລາວເດກໍມີແນວໂນ້ມເຊັ່ນດຽວກັນນີ້ບໍ່?

ເມື່ອບໍ່ດົນຜ່ານມາທີ່ເມືອງດາວອສ(Davos) ປະເທດສະວິດເຊີແລນມີການປະຊຸມເວທີເສດ ຖະກິດໂລກໂດຍມີຜູ້ນຳທາງດ້ານການເມືອງແລະເສດຖະກິດໂລກເຂົ້າຮ່ວມ. ໃນທ່າມກາງການດຳ ເນີນກອງປະຊຸມທີ່ໜ້າຈົດຈໍ່ນີ້ອົງການອອກສະຟາມ (Oxfam)ເຊິ່ງເປັນອົງການ ຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານໄດ້ເຜີຍແຜ່ບົດລາຍງານວ່າດ້ວຍຄວາມບໍ່ເທົ່າທຽມກັນໃນໂລກເຊິ່ງກໍເຮັດໃຫ້ຫຼາຍຄົນຕົກຕະລຶງວ່າພຽງແຕ່ 8 ຄົນຜູ້ທີ່ຮັ່ງມີທີ່ສຸດໃນໂລກມີຊັບສິນເທົ່າທຽມກັບປະຊາກອນ ເຄິ່ງໂລກໃນປັດຈຸບັນປະມານ3 ຕື້ກວ່າຄົນໂຮມກັນແລະຂໍ້ມູນອັນໃໝ່ອ່ຽມຈາກສປຈີນແລະອິນເດຍກໍໄດ້ເຜີຍ ແບໃຫ້ຮູ້ວ່າຊ່ອງຫວ່າງຂອງຜູ້ທຸກແລະຜູ້ຮັ່ງນັ້ນຍິ່ງກວ້າງອອກໄປຕື່ມ.
ເມື່ອປີຜ່ານມານັ້ນອົງການອອກສະຟາມກໍໄດ້ຕີພິມບົດລາຍງານນີ້ເຊັ່ນກັນໂດຍໄດ້ເຜີຍໃຫ້ຮູ້ວ່າຖ້າມີຂໍ້ມູນໃໝ່ທີ່ພຽງພໍໃນປີ 2016 ນັ້ນກໍແມ່ນພຽງແຕ່ 9 ຄົນໃນໂລກເທົ່ານັ້ນແທນທີ່ຈະແມ່ນ 62 ຄົນ (ດັ່ງທີ່ໄດ້ປະກາດໃນ ປີ 2016 ທີ່ຜ່ານມາ) ມີຊັບສິນເທົ່າກັບ 3,6ຕື້ຄົນທີ່ຕຶ່ນນອນຂຶ້ນມາທຸກເຊົ້າດ້ວຍຖານະທີ່ຍາກຈົນ.
ຈາກຂໍ້ມູນອັນນີ້ທາງອົງການອອກສະຟາມກໍໄດ້ອະທິບາຍວ່າມັນເປັນເລື່ອງໜ້າເສົ້າໃຈເມື່ອຄວາມຮັ່ງມີນັ້ນຕົກຢູ່ແຕ່ໃນມືຂອງຄົນກຸ່ມນ້ອຍເມື່ອສະຖານະການທີ່ວ່າ 1 ໃນ 10 ຄົນເທິງໂລກໜ່ວຍນີ້ກຳລັງດຳລົງຊີວິດດ້ວຍເງິນ ທີ່ໜ້ອຍ ກວ່າ 2ໂດລາຕໍ່ມື້. ທ່ານວິນນີບຽນຢີມາ (WinnieByan yima) ຜູ້ອຳນວຍການບໍລິຫານງານອົງການ ອອກສະຟາມກໍເວົ້າວ່າ: ຄວາມບໍ່ສະເໝີພາບນັ້ນເຮັດໃຫ້ຫຼາຍລ້ານຄົນໃນໂລກຕົກຢູ່ໃນຄວາມທຸກຍາກ, ມັນເປັນສິ່ງກໍ່ໃຫ້ເກີດຄວາມບໍ່ສະຫງົບສຸກໃນສັງຄົມເຮົາ.
ອີງຕາມຂໍ້ມູນຂອງບົດລາຍງານຂອງອົງການອອກສະຟາມນີ້ຍັງຊີ້ໃຫ້ເຫັນວ່າສາເຫດສຳຄັນທີ່ພາໃຫ້ຄວາມບໍ່ເທົ່າທຽມເຊັ່ນນີ້ມີທ່າອຽງສູງຂຶ້ນນັ້ນກໍເພາະວ່າການຫຼີກລ່ຽງພາສີ, ການກົດຄ່າແຮງງານແລະການມີອິດທິພົນ ທາງດ້ານການເມືອງຂອງກຸ່ມຜູ້ຄົນຮັ່ງມີໂດຍມີລະບົບທຶນນິຍົມ(ສ່ວນຫຼາຍ) ເປັນໂຕນຳທາງ.
ຈາກຄວາມບໍ່ເທົ່າທຽມເກີດຂຶ້ນນີ້, ມັນມີຂໍ້ສັງເກດທີ່ໜ້າກັງວົນວ່າອີກເບື້ອງໜຶ່ງຜູ້ຄົນຈຳນວນໜ້ອຍ ຮັ່ງມີຂຶ້ນແຕ່ອີກເບື້ອງໜຶ່ງຜູ້ຄົນຈຳນວນຫຼາຍພັດຕົກທຸກໄດ້ຍາກ, ແລະຮ້າຍແຮງໄປກວ່ານັ້ນຄວາມບໍ່ເທົ່າທຽມ ນີ້ແຫຼະພາໃຫ້ເກີດເສີກສົງຄາມໃນຫຼາຍແຫ່ງຫົນເທິງໂລກ, ນຳມາເຊິ່ງຄວາມອົບພະຍົບ, ລີ້ໄພຂອງຜູ້ຄົນເປັນຈຳ ນວນຫຼວງຫຼາຍ. ຜູ້ທີ່ຈະໄດ້ຮັບຜົນກະທົບໜັກກວ່າໝູ່ກໍແມ່ນແມ່ຍິງເພາະວ່າເຂົາເຈົ້າສ່ວນຫຼາຍ ແມ່ນເຮັດວຽກດ້ວຍຄ່າແຮງງານທີ່ຕໍ່າແລະຖ້າທ່າອຽງນີ້ຍັງສືບຕໍ່, ມັນກໍຈະໃຊ້ເວລາປະມານ 170 ປີທີ່ແມ່ຍິງຈະມີຄ່າແຮງງານເທົ່າທຽມກັບຜູ້ຊາຍ.
ເພາະສະນັ້ນ, ເມື່ອເວົ້າເຖິງວິທີແກ້ໄຂໂດຍຜູ້ຮັ່ງມີຄືບິລເກດ(Bill Gate) ຂຶ້ນຊື່ວ່າຜູ້ທີ່ມີຊັບສິນຫຼາຍທີ່ສຸດໃນໂລກ (84 ຕື້ໂດລາ) ຈະເອົາເງິນກ້ອນໃຫຍ່ຂອງເຂົາເພື່ອບໍລິຈາກແກ່ວຽກງານການກຸສົນນັ້ນມັນກໍບໍ່ແມ່ນວິທີທາງອອກທີ່ດີ, ແຕ່ສິ່ງທີ່ຄວນໄດ້ຮັບການແກ້ໄຂກໍຄືລະບົບພາສີແລະຄວາມໝາຍໝັ້ນທາງດ້ານການເມືອງ.

ໃນ ສປປ ລາວ ເຮົາກໍບໍ່ປາສະຈາກຄວາມບໍ່ເທົ່າທຽມກັນ, ມັນເປັນສິ່ງຈະແຈ້ງວ່າພວກເຮົາມີຄົນຈຳນວນໜ້ອຍທີ່ຄອບຄອງຊັບສົມບັດມະຫາສານໃນຂະນະທີ່ປະຊາຊົນສ່ວນຫຼວງຫຼາຍຍັງຕົກທຸກໄດ້ຍາກ ແລະ ມີຊັບສິນພຽງເລັກນ້ອຍ! ເພາະສະນັ້ນການແກ້ໄຂຄວາມບໍ່ເທົ່າທຽມກັນນີ້ຈຶ່ງເປັນວຽກງານໜຶ່ງທີ່ສຳຄັນທີ່ລັດຖະບານເຮົາໄດ້ເອົາໃຈໃສ່ເປັນຕົ້ນການພັດທະນາຊົນນະບົດໃຫ້ທຽບເທົ່າກັບຕົວເມືອງເຊິ່ງມັນເປັນພື້ນຖານທີ່ດີທີ່ພວກເຮົາຄວນສານຕໍ່ໃຫ້ປາກົດຜົນເປັນຮູບປະທຳຫຼາຍຂຶ້ນກວ່າເກົ່າ. 

No comments:

Post a Comment