Ad

Ad

18 July 2014

ການປະຕິບັດບາງເປົ້າໝາຍສະຫັດສະວັດຂອງຂະແຫນງສາທາຍັງມີຄວາມສ່ຽງທີ່ຈະບັນລຸ



     ການຈັດ​ຕັ້ງ​ປະຕິບັດ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ​ແມ່ນ​ໜ້າ​ທີ່​ຂອງ​ທົ່ວ​ສັງຄົມ​ເວົ້າ​ລວມ, ​ໃນ​ນັ້ນ ເປົ້າ​ໝາຍ​​ທີ່ຕິດ​ພັນ​ໂດຍ​ກົງ​ກັບ​ຂະ​ແໜງ​ການ​ສາທາລະນະ​ສຸກ​ຄື: ​ເປົ້າ​ໝາຍ​ທີ 4 ຫລຸດຜ່ອນ​ອັດຕາ​ການ​ຊີວິດ​ຂອງ​ເດັກນ້ອຍ, ​ເປົ້າ​ໝາຍ​ທີ 5 ປັບປຸງ​ສຸຂະພາບ​ຂອງ​ແມ່ ແລະ ​ເປົ້າ​ໝາຍ​ທີ 6 ຕ້ານ​ກັບ​​ເຊື້ອ​ໂລກ​ເອດ, ມາ​ເລ​ເຣຍ ​ແລະ ພະຍາດ​ອື່ນໆ ແລະ ມີ 2 ເປົ້າ​ໝາຍ​ທີ່​ຕິດ​ພັນບາ​ງສ່ວນ​ຄື: ​ເປົ້າ​ໝາຍ​ທີ 1 (ດ້ານ​ໂພ​ຊະນາ​ການ: ​ເດັກ​ນ້ຳໜັກ​ຕ່ຳ​ກວ່າມາດຖານ ແລະ ການ​ເຕ້ຍ) ​ແລະ ​ເປົ້າ​ໝາຍ​ທີ 7 (ດ້ານ​ນ້ຳ​ສະອາ​ດ ​ແລະ ວິດຖ່າຍ).
     ​ທ່ານ ສຈ. ດຣ ເອກ​ສະຫວ່າງ​ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະ ຊວງ​ສາທາລະນະ​ສຸກ ​ໃຫ້​ຮູ້​ວ່າ: ໂດຍ​ປະຕິບັດ​ຕາມ
​ຈິດ​ໃຈ​ຊີ້​ນຳຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX, ຂະ​ແໜງ​ສາທາລະນະ​ສຸກ ໄດ້​ຜັນ​ຂະຫຍາຍ ​ແລະ ຈັດ​ຕັ້ງ​ປະຕິບັດ​ແຜນ​
ພັດທະນາ​ສາທາລະນະ​ສຸກ 5 ປີ ຄັ້ງ​ທີ VII ແລະ ຍຸດ​ທະ​ສາດ​ປະຕິ​ຮູບ​ສາທາລະນະ​ສຸກ ດ້ວຍ​ການ​ເຜີຍ​ແຜ່ ແລະ ມອບ​ຄວາມ​ຮັບຜິດຊອບ​ໃຫ້​ແຕ່ລະ​ແຜນ​ງານ​ໂຄງການສຸມ​ໃສ່​ບຸກທະລຸ​ຕາມ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ຊຶ່ງ​ສາມາດ​ສັງ​ລວມຄວາມ​ຄືບ​ໜ້າ ການ​ຈັດ​ຕັ້ງ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດຕາມ​ການ​ປະ​ເມີນ​ຂອງ​ອົງການ​ອະນາ​ໄມ​ໂລກ ຮ່ວມ​ກັບບັນດາ​ຄູ່​ຮ່ວມ​ມື​ພັດທະ ນາ​ດັ່ງ​ນີ້: ​ເປົ້າ​ໝາຍ​ທີ 1 ລົບ​ລ້າງ​ຄວາມທຸກ​ຍາກ ​ແລະ ​ໄພ​ອຶດ​ຫິວ (​ໂພ​ຊະນາ​ການ) ອັດຕາ​ສ່ວນ​ເດັກນ້ອຍ​ລຸ​່ມ 5 ປີ ມີ​ນ້ຳໜັກ​ຕ່ຳ​ກວ່າ​ມາດຕະຖານ ເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ​ຊ້າ ​ແລະ ມີ​ຄວາມ​ຄວາມ​ສ່ຽງ​ທີ່​ຈະ​ບໍ່​ບັນລຸ​ ​ຊຶ່ງມັນ ສະ​ແດງ​ອອກ​ໃນປີ 2012 ບັນລຸ​ພຽງ​ແຕ່ 27% ຄາດໝາຍ​ປີ 2015 ໃຫ້​ຫລຸດ​ລົງ 22%, ອັດຕາ​ສ່ວນ​ເດັກນ້ອຍ​ລຸ່ມ 5 ປີ​ທີ່​ເຕ້ຍ (ຂາດ​ອາຫານ​ຊຳ​ເຮື້ອ) ບັນລຸ​ພຽງ​ແຕ່ 44% ຄາດໝາຍ​ໃນ​ປີ 2015 ໃຫ້​ຫລຸດ​ລົງ 34% ​ເຫັນ​ວ່າມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ບໍ່​ບັນລຸເພາະ​ຕ້ອງ​ໃຊ້​ເວລາ​ພໍ​ສົມຄວນເພື່ອ​ບັນລຸ​ຄາດໝາຍ​ດັ່ງກ່າວ.
       ລັດ​ຖະມົນຕີ​ໄດ້​ຍອມຮັບ​ຕໍ່​ຂໍ້​ຂາດ​ຕົກ​ບົກພ່ອງ​ທີ່​ຈະ​ຕ້ອງ​ໄດ​້​ແກ້​ໄຂບັນຫາ​ທີ່​ນອນ​ຢູ່​ໃນ 3 ລະດັບ​ຄື ລະດັບ​ບຸກຄົນ, ການ​ບໍລິ​ໂພ​ກອາຫານ​ບໍ່ພຽງພໍ​ທັງ​ປະລິ ມານ  ແລະ ຄຸນ​ນະພາ​ບ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຂາດ​ຄວາ​ມຮູ້​ດ້ານ​ໂພ​ຊະນາ​ການ, ຄວາມ​ເຊື່ອ​ຖື​ທີ່​ບໍ່​ຖືກຕ້ອງ ​ໂດຍ​ສະ​ເພາະ​ການ​ຄະລຳ​ອາຫານ​ພາຍຫລັງ​ເກີດ​ລູກ ​ແລະ ການ​ໃຫ້​ອາຫານ​ເສີມ​ບໍ່​ຖືກ​ວິທີ, ມັກ​ມີ​ການ​ຕິດ​ຊຶມ​ເຊື້ອ​ເຊັ່ນ: ຖອກທ້ອງ; ສຳລັບ​ຢູ່​ໃນລະ ດັບ​ທ້ອງຖິ່ນການ​ຄ້ຳປະກັນ​ສະບຽງ​ອາຫານ​ຢູ່​ໃນ​ລະດັບ​ ຄອບຄົວຍັງ​ຕ່ຳ, ພຶດຕິ​ກຳ​ການ​ຮັກ ສາ​ສຸຂະພາບ​ແມ່ ແລະ ​ເດັກ​ຍັງ​ຕ່ຳ, ຄວາມ​ຮູ້​ດ້ານ​ໂພ​ຊະນາ​ການ​ຍັງ​ບໍ່​ຖືກຕ້ອງ ​ແລະ ຍັງ​ມີ​ຄວາມ​ເຊື່ອ​ບໍ່​ສອດຄ່ອງ​ກັບ​ຫລັກ​ໂພຊະ​ນາ​ການ, ການ​ອະນາ​ໄມ-ສິ່ງ​ແວດ​ລ້ອມຍັງ​ບໍ່​ທັນ​ໄດ້​ດີ, ການ ຈັດ​ຫານ້ຳສະອາດຍັັງ​ບໍ່​ທັນ​ທົ່ວ​ເຖິງ ​ແລະ ປັດຈຸບັນ​ຍຸດ​ທະ​ສາດ​ ​ແລະ ​ແຜນ​ງານ​ໂພຊະ ນາການ​ແຫ່ງ​ຊາດ ​ໄດ້​ປະກາດ ແລະ ນຳ​ໃຊ້​ເປັນ​ທາງ​ການ​ແລ້ວ ແຕ່​​ຍັງ​ປະຕິບັດບໍ່​ໄດ້​ກວ້າງ​ຂວາງ ​ແລະ ຍັງ​ບໍ່​ກວມ​ເອົາ​ຕາມ​ແຜນ​ງານ​ໄດ້​ໝົດ​ເທື່ອ, ການ​ລົງ​ທຶນ​ໃສ່​ວຽກ​​ໂຄ​ສະນາທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ​ໄປ​ຄຽງ​ຄູ່​ກັບ​ການ​ສະໜັບສະໜູນ​ຈາກ ພາກ​ສ່ວນ​ເອກະ​ຊົນ​ຍັງ​ຈຳກັດ, ການ​ປະສານ​ງານ​ກັບ​ຫລາຍ​ຂະ​ແໜງ​ການ​ທີ່​ເຮັດວຽກ​ກ່ຽວ​ກັບ​ໂພຊະ​ນາ​ການ​ຍັງ​ເຮັດບໍ່​ທັນ​ໄດ້​ດີ, ການ​ຄົ້ນ​ຄວ້າ​ວິທະຍາສາດ, ຂໍ້ ມູນ​ຂ່າ​ວສານ​ກ່ຽວ​ກັບ​ໂພ​ຊະນາ​ການຍັງ​ບໍ່​ທັນ​ກວ້າງ​ຂວາງ​ພຽງພໍ.  ສ່ວນທາງ​ດ້ານອັດຕາ​ການ​ຕາຍ​ຂອງ​ແມ່ ນອນ​ຢູ່​ໃນ​ເປົ້າ​ໝາຍ​ທີ 5 ແລະ ​ເປົ້າ​ໝາຍ​ທີ 4 ຫລຸດຜ່ອນ​ການ​ຕາຍ​ຂອງ​ເດັກ ອົງການ​ອະນາ​ໄມ​ໂລກ ກໍ​ໄດ້​ເຮັດ​ໜັງສື​ທາງ​ການ ເພື່ອ​ຢັ້ງຢືນ​ຕົວ​ເລກ​ອັດຕາ​ການ​ຕາຍ​ຂອງ​ແມ່ທີ່​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ແລະ ຢັ້ງຢືນ ສປປ ລາວ ສາມາດ ລຶບ​ລ້າງ​ພະຍາດ​ບາດ​ທະ​ຍັກ​ໃນ​ແມ່ ແລະ ເດັກ​ແດງ, ຊຶ່ງ​ອົງການ​ອະນາ​ໄມ​ໂລກ ​ໄດ້​ຂໍອະນຸ ຍາດ​ເພື່ອ​ຈັດ​ພິທີ​ມອບ​ໃບ​ຢັ້ງຢືນ​ດັ່ງກ່າວ​ໃຫ້​ແກ່​ລັດຖະບານ​ລາວ. ພ້ອມ​ກັນ​ນີ້  ​ອັດຕາ​ການ​ເກີດ​ລູກ​ມີ​ແພດ​ຊ່ວຍແມ່ນ​ຢູ່​ໃນ​ລະດັບ 58% ​ແຕ່​ຄາດໝາຍ​ໃຫ້​ບັນລຸ​ໄດ້​ໃນ​ປີ 2015 ແມ່ນ 50% ​ເຊິ່ງ​ສະ​ແດງ​ໃຫ້ເຫັນໄດ້​ວ່າ: ບັນລຸ​ໄດ້​ແລ້ວ.
     ​ເມື່ອ​ກ່ອນ ສປປ ລາວ ບໍ່​ມີ​ລະບົບ​ການ​ສ້າງ​ຜະດຸງຄັນ ແລະ ຕາໜ່າງການ​ບໍລິການ​ສຸຂະພາບ​ຍັງ​ຈຳ​ກັດ, ຈຶ່ງ​ເຮັດໃຫ້​ອັດຕາ​ການ​ເກີດ​ລູກ​ໂດຍ​ແພດ​ຊ່ວຍຍັງ​ຕ່ຳ​ຫລາຍຈຶ່ງ​ເປັນສາ​ເຫດ​ໃຫ້​ອັດຕາ​ການ​ຕາຍ​ຂອງ​ແມ່​ນັ້ນ​ສູງ.    

No comments:

Post a Comment