Ad

Ad

18 July 2014

ປີນີ້ມີຜູ້ສະຫມັກສອບເສັງເຂົ້າລັດຖະກອນພາກຄວາມຮູ້ທົ່ວໄປ 32 ພັນກວ່າຄົນ



         ວັນທີ 17 ກໍລະກົດນີ້, ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີວ່າການກະຊວງ ພາຍໃນໄດ້ຖະແຫຼງກ່ຽວກັບການສອບເສັງເຂົ້າລັດຖະກອນພາກຄວາມຮູ້ທົ່ວໄປ ປະຈຳສົກປີນີ້ວ່າ: ການສອບເສັງເຂົ້າລັດຖະກອນພາກຄວາມຮູ້ທົ່ວໄປປີ 2014 ນີ້ ໄດ້ ເລີ່ມເປີດຮັບສະໝັກເອົາຜູ້ເຂົ້າສອບເສັງນັບແຕ່ວັນ 12 ພຶດສະພາ ແລະ ໄດ້ປິດ ຮັບສະໝັກລົງທະບຽນໃນວັນທີ 11 ກໍລະກົດນີ້, ຜ່ານການສັງລວມ ເຫັນວ່າມີຜູ້ມາ ລົງທະບຽນ ແລະ ຮັບເອົາໃບເຂົ້າຫ້ອງສອບເສັງທັງໝົດ 32.256 ຄົນ, ໃນນີ້ຊັ້ນສູງ ຂຶ້ນໄປ ມີ 29,534 ຄົນ, ຊັ້ນກາງລົງ ມາມີ 2,701 ຄົນ, ມີນັກສຶກສາທີ່ຮຽນຈົບ ຈາກຕ່າງປະເທດ 850 ຄົນ ແລະ ມີຫ້ອງສອບເສັງ ທັງໝົດ 968 ຫ້ອງໃນທົ່ວປະ ເທດ, ຢູ່ນະຄອນຫຼວງວຽງຈັນມີ 370 ຫ້ອງ, ໂດຍການສອບເສັງແມ່ນຈະຈັດຂຶ້ນໃນວັນທີ 19 ກໍລະກົດທີ່ຈະມາຮອດນີ້ ແລະ ຜົນຂອງການສອບເສັງຄັ້ງນີ້ຈະເປັນພື້ນຖານອັນສຳຄັນປະກອນສ່ວນເຂົ້າໃນການຮັບບັນຈຸລັດຖະກອນໃໝ່ໃຫ້ມີຄຸນ ນະພາບ ແລະ ປະກອບສ້າງເຂົ້າໃນການກໍ່ສ້າງຖັນແຖວພະນັກງານ-ລັດຖະກອນໃຫ້ປະຕິບັດໜ້າທີ່ວຽກງານຢ່າງຫ້າວຫັນ,
ມີຊີວິດຊີວາ. ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ຄະນະຮັບຜິດຊອບ ແລະ ຄະນະວິຊາການຢູ່ໃນນະຄອນຫຼວງວຽງຈັນ ແລະ ບັນດາ ແຂວງຕ່າງໆໃນທົ່ວປະເທດຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການສອບເສັງຄັ້ງນີ້ ແລະ ໃຫ້ນັກສອບ ເສັງທຸກຄົນຈົ່ງເອົາໃຈ ໃສ່ປະຕິບັດກົດລະບຽບຂອງການສອບເສັງໃຫ້ດີ, ອົດທົນພະຍາຍາມໃຊ້ທຸກຄວາມຮູ້ທີ່ໄດ້ຮຽນມາເຂົ້າ ໃນການສອບເສັງ, ຖ້າ ຜູ້ໃດຫາກເສັງໄດ້ຄະແນນ 50% ຂຶ້ນໄປຖືວ່າເສັງຜ່ານ, ພ້ອມນີ້ກໍຂໍການຮ່ວມມືຈາກອົງການຈັດຕັ້ງ ຂອງພັກ-ລັດ, ແນວລາວ ສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອຳນາດການ ປົກຄອງທຸກຂັ້ນ, ຕະຫຼອດຮອດພໍ່ແມ່ປະຊາ ຊົນບັນດາເຜົ່າ, ນັກທຸ ລະກິດ, ຊາວຄ້າຂາຍ, ຊ່ວຍອຳນວຍຄວາມສະດວດໃຫ້ການສອບເສັງຄັ້ງນີ້ໄດ້ຮັບຜົນສຳເລັດດ້ວຍດີ.
         ລັດຖະມົນຕີກະຊວງພາຍໃນກ່າວວ່າ: ການສອບເສັງເຂົ້າລັດຖະກອນພາກຄວາມຮູ້ທົ່ວໄປນີ້ນອກຈາກຈະເປັນການ ຄັດເລືອກເອົາລັດຖະກອອນແລ້ວ, ຍັງເປັນການເຜີຍແຜ່ແນວທາງນະໂຍບາຍຂອງພັກ- ລັດ ເພື່ອສົ່ງເສີມການຮຽນຮູ້ໃຫ້ຮອບ ດ້ານໂດຍສະເພາະແມ່ນໄວໜຸ່ມ, ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ດ້ານການເມືອງ-ການປົກຄອງ, ເສດຖະກິດ, ວັດທະນະທຳ-ສັງ ຄົມ, ວິທະຍາສາດເຕັກໂນໂລຊີ ແລະ ຂ່າວສານ, ພົວພັນຕ່າງປະເທດ, ສາສະໜາ ແລະ ຊົນເຜົ່າ, ອົງການຈັດຕັ້ງມະຫາຊົນ, ພູມສາດ-ປະຫວັດສາດ ແລະ ພາສາລາວ-ວັນນະຄະດີ ເພື່ອໃຫ້ເຂົາເຈົ້າສາມາດເຮັດວຽກງານຢ່າງມີຄຸນນະພາບເມື່ອເຂົ້າເຮັດ ວຽກງານຕົວຈິງ.

No comments:

Post a Comment