Ad

Ad

31 January 2017

ສຸວັນນີ ໂຮມເຊັນເຕີ ມະຫາຊົນ ເປີດສາຂາໃໝ່ທີ່ບ້ານໂຊກໃຫຍ່ເສັ້ນທາງ 450 ປີ


        ວັນທີ 30 ມັງກອນນີ້, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ, ໄດ້ຈັດພິທີເປີດສາຂາໃໝ່ ທີ່ບ້ານໂຊກໃຫຍ່ (ເສັ້ນທາງ 450 ປີ), ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງການເງິນ, ມີຄະນະຜູ້ບໍລິຫານ, ພະນັກງານ ແລະ ລູກຄ້າເຂົ້າຮ່ວມເປັນຈຳນວນຫລວງຫລາຍ.
          ທ່ານ ວັດດານາ ສຸຄະບັນດິດ ຮອງປະທານສະພາບໍລິຫານ, ອຳນວຍການໃຫຍ່ບໍລິສັດ ສຸວັນນີ
ໂຮມເຊັນເຕີ ມະຫາຊົນ ກ່າວວ່າ: ນີ້ ເປັນສາຂາທີ 5 ໃນນະຄອນຫລວງວຽງຈັນ, ມີພື້ນທີ່ວາງສະ ແດງສິນຄ້າກວ້າງຂວາງຫລາຍກວ່າ 12.000 ຕາແມັດ ແລະ ໝັ້ນໃຈວ່າຈະຊ່ວຍໃຫ້ຍອດຂາຍຈະເພີ່ມຂຶ້ນຫລາຍກວ່າ 20%, ຂະນະດຽວກັນ ສາຂາປາກເຊ ແຂວງຈຳປາສັກ ແລະ ສາຂາປາກຊັນ ແຂວງບໍລິຄຳໄຊ ພວມຢູ່ລະຫວ່າງການກໍ່ສ້າງ ແລະ ຄາດວ່າຈະສຳເລັດ ແລະ ເປີດໃຫ້ບໍລິການພາຍໃນປີນີ້.

          ນອກນີ້ ບໍລິສັດ ສຸວັນນີ ຍັງໄດ້ມອບເຄື່ອງຊ່ວຍເຫລືອໃຫ້ກັບ 9 ພາກສ່ວນຄື: ຫ້ອງການບ້ານໂຊກໃຫຍ່, ໂຮງຮຽນປະຖົມບ້ານໂຊກໃຫຍ່, ຫ້ອງການບ້ານໂຊກນ້ອຍ, ໂຮງຮຽນປະຖົມບ້ານໂຊກນ້ອຍ, ຫ້ອງການບ້ານໂພນທອງ, ໂຮງຮຽນໂພນທອງ, ຫ້ອງການບ້ານນາບຽນ, ໂຮງຮຽນບ້ານນາບຽນ ແລະ ໂຮງຮຽນທະຫານເສຍອົງຄະ 0489. ພິເສດໃນຕອນຄ່ຳຂອງວັນດຽວກັນ ຍັງໄດ້ຈັດຄອນເສີດທີ່ບໍ່ເສຍຄ່າເຂົ້າຊົມ, ໂດຍໄດ້ເຊີນເອົານັກຮ້ອງທີ່ມີຊື່ສຽງຈາກປະເທດລາວເປັນຕົ້ນ ມິນິ ເອງເຈີ ແລະ ສັກ ວົງເຊວ, ພ້ອມນັກຮ້ອງສາວທີ່ມີຊື່ສຽງຈາກປະເທດໄທເປັນຕົ້ນ ຈ໊ະ ອາສະຫຍາມ ທີ່ມາສ້າງສີສັນ, ຄວາມມ່ວນຊື່ນໃຫ້ລູກຄ້າ ແລະ ຜູ້ທີ່ເຂົ້າຊົມໄດ້ເປັນຢ່າງດີອີກດ້ວຍ.

No comments:

Post a Comment