Ad

Ad

31 January 2017

ກອງປະຊຸມວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວປະຈຳປີ 2017

ກອງປະຊຸມວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ປະຈໍາປີ 2017 ໄດ້ໄຂຂຶ້ນໃນວັນທີ 30 ມັງກອນນີ້, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນເພື່ອສະຫລຸບ ແລະ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນປີ 2016, ເຜີຍແຜ່ແຜນພັດທະນາວຽກງານປະຈຳປີ 2017 ໂດຍການເປັນປະທານຂອງທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.


ທ່ານລັດຖະມົນຕີກະຊວງ ຖວທ ກ່າວວ່າ: 1 ປີຜ່ານມາ ຂະແໜງ ຖວທ ໄດ້ຕັ້ງໜ້າຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ, ຊຶ່ງເຫັນວ່າ: ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນການດີ. ຄະນະພັກ, ຄະນະນຳແຕ່ລະຂັ້ນ ນັບທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮັບຮູ້ພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງເລິກເຊິ່ງ, ມີຄວາມຮັບຜິດຊອບສູງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຊິ່ງສະແດງອອກໃນການເອົາໃຈໃສ່ກຳນົດບັນດາແຜນງານ ແລະ ໂຄງການຈຸດສຸມວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຂົ້າໃນແຜນພັດທະນາທັງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຕົນ ພ້ອມທັງໄດ້ຊີ້ນຳ-ນຳພາດີກ່ວາເກົ່າ, ພະນັກງານໄດ້ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ຂອງຕົນ. ແນວໃດກໍຕາມ ໃນຕໍ່ໜ້ານີ້ ຂໍຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ແລກປ່ຽນຄວາມຄິດເຫັນນຳກັນ ໃຫ້ເລິກເຊິ່ງ ເພື່ອເປັນເອກະພາບກັນໃນດ້ານທັດສະນະຄະຕິ, ທິດທາງ ແລະ ມາດຕະການ ໃນການແກ້ໄຂບັນຫາຂໍ້ຄົງຄ້າງໃຫ້ຫລຸດລົງກໍຄືການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າໃຫ້ມີບາດ ກ້າວຂະຫຍາຍຕົວແຂງແຮງດີຂຶ້ນກ່ວາເກົ່າ ເຊັ່ນ: ພັດທະນາວຽກງານຖະແຫລງຂາວ-ສື່ມວນຊົນ ໃຫ້ໄປຕາມທິດສູ່ຄຸນນະພາບ ແລະ ທັນສະໄໝກາຍເປັນກະບອກສຽງຂອງພັກ, ຂອງປະຊາຊົນ, ຂະ ຫຍາຍຕາໜ່າງວິທະຍຸ, ໂທລະພາບ ແລະ ໂທລະໂຄ່ງ, ການສະໜອງໜັງສືພິມ, ວາລະສານ ແລະ ຂໍ້ມູນຂ່າວສານຕ່າງໆໃຫ້ໄປເຖິງເຂດຈຸດສຸມພັດທະນາ ແລະ ຊົນນະບົດຫ່າງໄກສອກຫລີກ, ພ້ອມກັນສືບຕໍ່ພັັດທະນາຫັນຈາກລະບົບອານາລັອກໄປສູ່ລະບົບດີຈີຕອນເທື່ອລະກ້າວ, ພ້ອມທັງສືບຕໍ່ເອົາໃຈໃສ່ອະນຸລັກຮັກສາ, ພັດທະນາ ແລະ ສົ່ງເສີ່ມວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ, ສ້າງພື້ນຖານທາງດ້ານຈິດໃຈສຳລັບສັງຄົມລາວ ໃນລະບອບໃໝ່ຂອງພວກເຮົາ ເພື່ອເຊື່ອມໂຍງກັບພາຍນອກ, ແຕ່ຍັງຄົງຮັກສາໄດ້ເອກະລັກຄວາມເປັນລາວ, ແກ້ໄຂປາກົດການຫຍໍທໍ້ຕ່າງໃນສັງຄົມ ມີແບບແຜນດຳ ລົງຊີວິດທີ່ສີວິໄລ ແລະ ຕ້ານການຫລິ້ນກິນຟຸມເຟື່ອຍ. ພ້ອມທັງໃຫ້ມີການພັດທະນາຂະແໜງການທ່ອງທ່ຽວໃຫ້ກາຍເປັນອຸດສາຫະກຳຕາມທິດພັດທະນາສີຂຽວທີ່ມີເອກະລັກສະເພາະຂອງລາວ ເພື່ອສົ່ງເສີມການທ່ອງທ່ຽວແບບທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ  ເຮັດໃຫ້ ສປປ ລາວ ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວຂອງນັກທ່ອງທ່ຽວໃນທົ່ວໂລກ.

No comments:

Post a Comment