Ad

Ad

31 January 2017

ໄອຍະການປະຊາຊົນສູງສຸດສະຫລຸບວຽກງານ ປີ 2016

          ອົງການໄອຍະການປະຊາຊົນສູງສຸດ (ອອປສ)ໄດ້ຈັດກອງປະຊຸມວຽກງານໄອຍະການປະ ຊາຊົນ ທົ່ວປະເທດປະຈຳປີ 2016 ແລະ ກອງປະຊຸມວຽກງານຈັດຕັ້ງ ຂອງອົງການໄອຍະການປະ ຊາຊົນ ຄັ້ງທີ I ຂຶ້ນໃນວັນທີ 30 ມັງກອນນີ້ ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດເພື່ອສະຫລຸບ ແລະ ຕີລາຄາການ ເຄື່ອນໄຫວວຽກງານຮອບດ້ານໃນປີຜ່ານມາ ກໍຄືສະຫລຸບຕີລາຄາວຽກງານຈັດຕັ້ງ ຂອງ ອອປສ ຄັ້ງທີ I ໄລຍະ 5 ປີ (2011-2015), ທິດທາງແຜນການປີ 2016-2020, ການປະກອບຄຳເຫັນຂອງບັນດາຜູ້ແທນຈາກອົງການໄອຍະການປະຊາຊົນໃນທົ່ວປະເທດ.

          ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ກ່າວວ່າ: ກອງປະຊຸມຄັ້ງນີ້  ຈະໄດ້ປຶກສາຫາລືຄົ້ນຄວ້າຢ່າງກົງໄປກົງມາ ແລະ ຄົ້ນຄວ້າປະກອບຄຳຄິດຄຳເຫັນ ຢ່າງເລິກເຊິ່ງ, ເປັນເອກະພາບ ເພື່ອ ຍົກໃຫ້ເຫັນຈຸດດີຜົນງານທີ່ພົ້ນເດັ່ນ, ບົດຮຽນ ແລະ ບັນຫາທີ່ຍັງຄົງຄ້າງຜ່ານມາ ເພື່ອສືບຕໍ່ຍູ້ແຮງວຽກງານໄອຍະການປະຊາຊົນຂະຫຍາຍຕົວ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ ໄປຄ່ຽງຄູ່ກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມຢ່າງບໍ່ຢຸດຢັ້ງ ໂດຍກຳນົດວິໄສທັດຮອດປີ 2030, ແຜນຍຸດທະສາດ ໄລຍະ 10 ປີ (2016-2025) ແລະ ແຜນພັດທະນາວຽກງານໄອຍະການ 5 ປີ (2016-2020).

          ທ່ານ ຄຳສານ ສຸວົງ ກ່າວວ່າ: ໃນໜຶ່ງປີຜ່ານມາ ດ້ວຍຄວາມບຸກບືນຜ່ານຜ່າ ແລະ ຄວາມເອົາ ໃຈໃສ່ສູ້ຊົນຂອງອົງການໄອຍະການປະຊາຊົນຂັ້ນຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນສາມາດຍາດໄດ້ ຜົນງານຫລາຍດ້ານທີ່ສຳຄັນ, ປະກອບສ່ວນເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະ ກິດ ໄດ້ຮັບການພັດທະນາຢ່າງຖືກທິດ, ເຮັດໃຫ້ຄວາມສັກສິດຂອງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍໄດ້ຮັບຍົກສູງຂຶ້ນ ແລະ ສະຕິເຄົາລົບ-ປະຕິບັດກົດໝາຍຂອງພົນລະເມືອງ ໄດ້ຮັບການຍົກສູງຂຶ້ນຕື່ມກ້າວໜຶ່ງ, ປາກົດການຫຍໍ້ທໍ້ໃນສັງຄົມ ກໍຄືການລະເມີດກົດໝາຍໄດ້ຮັບການແກ້ໄຂດ້ວຍທິດທາງ ແລະ ມາດຕະການຕ່າງໆຢ່າງເປັນເຈົ້າການ.

No comments:

Post a Comment