Ad

Ad

31 January 2017

ເລີ່ມເປີດສະໝັກແລ້ວຜູ້ສົນໃຈເຂົ້າຮ່ວມປະກວດມີສແກຣນລາວ


        ວັນທີ 30 ມັງກອນນີ້, ສະຖານໂທລະພາບທີວີລາວ ຮ່ວມກັບ ບໍລິສັດ ມີສແກຣນ ອິນເຕີເນຊັນແນລ ແລະ ບໍລິສັດ ມີສລາວ ຈຳກັດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນທີ່ນະ ຄອນຫລວງວຽງຈັນວ່າ: ນັບແຕ່ຕົ້ນເດືອນກຸມພານີ້ເປັນຕົ້ນໄປກອງປະກວດມີສແກຣນ ໄດ້ເປີດໃຫ້ຍິງສາວຜູ້ທີ່ສົນໃຈສະໝັກ ເພື່ອເຂົ້າຮ່ວມງານປະກວດມີສແກຣນລາວ ທີ່ຈະຈັດຂຶ້ນໃນເດືອນມີຖຸນາ 2017, ໂດຍເງື່ອນໄຂຂອງຜູ້ສະໝັກຈະຕ້ອງມີອາຍຸ 17-27 ປີ, ເປັນໂສດ, ບໍ່ເຄີຍແຕ່ງງານ ແລະ ບໍ່ເຄີຍມີລູກມາກ່ອນ, ຄວາມສູງປະມານ 168 ຊັງຕີແມັດຂຶ້ນໄປ, ເປັນຜູ້ຍິງໂດຍກຳເນີດ ແລະ ມີສັນຊາດລາວ, ມີຄວາມຮູ້ທາງດ້ານວັດທະນະທຳ, ຮີດຄອງປະເພນີ, ການເມືອງ, ການຄ້າ, ສິ່ງແວດລ້ອມຂອງລາວເປັນຢ່າງດີ, ນອກນີ້ ຕ້ອງເປັນຄົນທີ່ບໍ່ເຄີຍມີຄະດີ, ບໍ່ເຄີຍຖ່າຍຮູບລາມົກອັນນາຈານໃນງານວາງສະແດງ, ສື່ສິ່ງພິມ, ໂທລະພາບ ແລະ ຮູບເງົາອື່ນໆ ແລະ ຕ້ອງເປັນຄົນທີ່ມີຄວາມຮູ້ດ້ານພາສາອັງກິດເປັນຢ່າງດີອີກດ້ວຍ.

ມີສແກຣນ ເປັນເວທີປະກວດຄວາມງາມຊັ້ນນຳຂອງໂລກເຊັ່ນ: ມີສຢູນີເວີສ, ມີສເວີລ, ມີສອິນເຕີເນຊັນແນລ ແລະ ມີສຊຸບເປີເນຊັນແນລ, ຊຶ່ງ ສປປ ລາວເອງກໍໄດ້ຮັບການສະໜັບສະໜູນ ແລະ ອະ ນຸຍາດຈາກລັດຖະບານເພື່ອປະກອບສ່ວນ ແລະ ນຳເອົາແມ່ຍິງລາວຜູ້ທີ່ຖືກຄັດເລືອກ ຫລື ເປັນມີສແກຣນລາວ ໄປປະກວດຄວາມງາມໃນຕ່າງປະເທດ, ຊຶ່ງປີນີ້ ມີສແກຣນອິນເຕີເນຊັນແນລ ຈະຈັດຂຶ້ນໃນເດືອນຕຸລາ 2017 ທີ່ປະເທດຫວຽດນາມ, ໂດຍຜູ້ເຂົ້າປະກວດຈະຕ້ອງເປັນຄົນທີ່ມີຄວາມຮູ້, ຄວາມສາມາດຮອບຕົວ, ຮູ້ພາສາອັງກິດເປັນຢ່າງດີ ແລະ ສາມາດເປັນຕົວແທນເຜີຍແຜ່ວັດທະນະທຳ ແລະ ຮີດຄອງປະເພນີຂອງປະເທດຕົນເປັນຢ່າງດີ. ໃນນັ້ນ ການປະກວດມີສແກຣນຂອງລາວ ແມ່ນເປັນການສ້າງກິດຈະກຳໃຫ້ໄວໜຸ່ມຍິງສາວ ທີ່ສົນໃຈໃນການສຶກສາຫາຄວາມຮູ້, ສ້າງໃຫ້ມີຈິດສຳນຶກຄວາມຮັກຊາດ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ມີຄວາມກ້າຫານໃນການສະ ແດງອອກເຖິງຄວາມສາມາດ ແລະ ເຜີຍແຜ່ໃຫ້ຕ່າງຊາດໄດ້ຮັບຮູ້, ພ້ອມທັງຍົກບົດບາດຂອງລາວໃນເວທີສາກົນຕື່ມອີກ.

No comments:

Post a Comment