Ad

Ad

31 January 2017

ການສະເຫຼີມສະຫຼອງບຸນປີໃໝ່ຂອງຊາວຫວຽດນາມ ແລະ ຈີນມີຄວາມຄຶກຄື້ນ ແລະ ເປັນລະບຽບຮຽບຮ້ອຍດີ

ພາບປະກອບ
ນັບແຕ່ທ້າຍເດືອນມັງກອນເປັນຕົ້ນມາຢູ່ປະເທດເຮົາເວົ້າລວມ, ເວົ້າສະເພາະຢູ່ນະຄອນ ຫລວງວຽງຈັນໄດ້ມີການສະເຫຼີມສະຫຼອງເທດສະການປີໃໝ່ (ບຸນເຕດ)ປະຈໍາຊາດຂອງຊາວຫວຽດນາມ ແລະ ຊາວຈີນຢ່າງຄຶກຄື້ນມ່ວນຊື່ນຄືດັ່ງປີຜ່ານໆມາ, ດັ່ງພວກເຮົາຮູ້ນຳກັນວ່າປະເທດລາວເຮົາ, ເປັນປະເທດໜຶ່ງທີ່ມີຄົນເຊື້ອສາຍຫວຽດນາມ ແລະ ຈີນມາຢູ່ອາໄສ ແລະ ທຳມາຄ້າຂາຍມາເປັນເວລາດົນນານ ແລະ ນັບມື້ເພີ່ມຂຶ້ນ, ດັ່ງນັ້ນ ໃນແຕ່ລະປີເມື່ອຮອດເທດສະການປີໃໝ່ດັງກ່າວແລ້ວ
ເຂົາເຈົ້າກໍຈະຈັດຕັ້ງການສະເຫລີມສະຫລອງຕາມຮີດຄອງປະເພນີທີ່ສືບທອດກັນມາແຕ່ດຶກດໍາບັນດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ສໍາລັບປີນີ້ກໍເຊັ່ນສັງເກດເຫັນວ່າການສະເຫຼີມສະຫຼອງບຸນດັ່ງກ່າວແມ່ນມີບັນຍາກາດ ແລະ ສີສັນຟົດຟື້ນສົມຄວນ, ໂດຍສະເພາະແມ່ນຢູ່ຕາມເຮືອນຊານ, ຫ້າງຮ້ານ ແລະ ຖະໜົນສາຍຕ່າງໆໃນຕົວເມືອງໄດ້ຖືກປະດັບເອ້ໄປດ້ວຍໂຄມໄຟຕ່າງໆທີ່ເປັນສັນຍາລັກຂອງເທດສະການນີ້, ເຊັ່ນດຽວກັບສີນຄ້າຫລາກຫລາຍປະເພດສໍາລັບການຊົມໃຊ້ເຂົ້າໃນເທດສະການດັ່ງກ່າວ, ນັບແຕ່ເຄື່ອງນຸ່ງຫົ່ມໄປຈົນຮອດອາຫານການກິນປະເພດຕ່າງໆກໍຖືກນໍາມາວາງຈໍາໜ່າຍຢ່າງຫລວງຫລາຍເປັນຕົ້ນແມ່ນເຂົ້າຕົ້ມ, ເຂົ້າໜົມ  ແລະ ອື່ນໆ. ສ່ວນຢູ່ຕາມທ້ອງຕະຫລາດໃຫຍ່ສະ ພາບການຊື້ຂາຍສີນຄ້າປະເພດອຸປະໂພກ-ບໍລິໂພກໃນຊ່ວງໄລຍະນີ້ກໍນັບວ່າມີຄວາມຄືກຄື້ນດີສົມ ຄວນ. ຊຶ່ງຜ່ານການລົງຕິດຕາມເບິ່ງສນຄ້າທີ່ຂາຍດີກວ່າໝູ່ແມ່ນຊີ້ນໝູ, ໄກ່ ແລະ ພືດຜັກຕ່າງໆກໍໄດ້ຂາຍດີເຊັ່ນກັນ, ສຳລັບລາຄາກໍເຫັນວ່າຢູ່ໃນເກນປົກກະຕິດີ, ທັງນີ້ກໍອາດເປັນຍ້ອນການເອົາໃຈໃສ່ຕິດຕາມ ແລະ ກວດກາຂອງພາກສ່ວນກ່ຽວຂ້ອງຈຶ່ງເຮັດໃຫ້ບໍ່ມີການສວຍໂອກາດຂຶ້ນລາຄາສິນຄ້າຕຳລຳພັງ.

            ແນວໃດກໍດີການສະເຫຼີມສະຫຼອງບຸນເຕດຂອງຊາວຫວຽດນາມປີນີ້, ນອກຈາກຈະມີຄວາມຄຶກຄື້ນມ່ວນຊື່ນແລ້ວ, ຍັງມີຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພດີ, ຊຶ່ງເປັນທີ່ໜ້າຍິນດີ ແລະ ໂອກາດນີ້ທາງໜັງສືພິມລາວພັດທະນາ ຂອງພວກເຮົາກໍຂໍອວຍພອນໃຫ້ຊາວຫວຽດນາມ ແລະ ຊາວຈີນທຸກຄົນຈົ່ງມີແຕ່ຄວາມສຸກໂຊກດີຕະຫຼອດປີໃໝ່.

No comments:

Post a Comment