Ad

Ad

31 January 2017

ອົງການອະນາໄມໂລກຮຽກຮ້ອງໃຫ້ລາວເອົາໃຈໃສ່ປ້ອງກັນ ພະຍາດໄຂ້ເລືອດອອກແຕ່ຫົວທີ

ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄວບຄຸມໄຂ້ເລືອດອອກປະຈຳປີ 2016 ເມື່ອມໍ່ໆມານີ້, ຜູ້ຕາງໜ້າອົງການອະນາໄມໂລກຮຽກຮ້ອງໃຫ້ລາວເພີ່ມທະວີການປະສານສົມທົບລະ ຫວ່າງທຸກພາກສ່ວນເພື່ອກຽມພ້ອມປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ເລືອດອອກແຕ່ຫົວທີ, ເນື່ອງຈາກປີໃໝ່ມານີ້ສູນເຝົ້າລະວັງພະຍາດລະບາດກະຊວງສາທາະນະສຸກ ໄດ້ລາຍງານພົບຜູ້ຕິດເຊື້ອໄຂ້ ເລືອດອອກແລ້ວຫຼາຍກວ່າ 200 ກໍລະນີ,
ສ່ວນຫຼາຍແມ່ນນະຄອນຫຼວງວຽຈັນ, ຈຳປາສັກ ແລະ ອັດ ຕະປື, ຊຶ່ງຈຳນວນຜູ້ຕິດເຊື້ອຄືດັ່ງກ່າວຖືວ່າໜ້າເປັນຫ່ວງຫຼາຍ ແລະ ເປັນສັນຍານເຕືອນຂອງການລະ ບາດພະຍາດດັ່ງກ່າວ ແລະ ຖ້າຫາກພາກສ່ວນກ່ຽວຂ້ອງບໍ່ມີການປ້ອງກັນທີ່ດີອາດມີແນວໂນ້ມເຮັດໃຫ້ເກີດການລະບາດໃຫຍ່ດັ່ງປີ 2013 ຜ່ານມາ, ດັ່ງນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິງທີ່ຈະຕ້ອງໄດ້ມີການປະສານສົບທົບກັນນັບແຕ່ສູນກາງຮອດທ້ອງຖິ່ນເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວແຕ່ຫົວທີ, ໂດຍສະເພາະແມ່ນການເອົາໃຈໃສ່ທຳລາວແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍ, ທີ່ເປັນພາຫະນຳເຊື້ອພະຍາດໄຂ້ເລືອດອອກ, ການກຽມພ້ອມດ້ານອຸປະກອນ, ຢາປິ່ນປົວ, ລວມເຖິງການຄຸ້ມຄອງ ແລະ ເບິ່ງແຍງຜູ້ຕິດເຊື້ອເພື່ອບໍ່ໃຫ້ເສຍຊີວິດ, ປັດຈຸບັນເຊື້ອພະ ຍາດໄຂ້ເລືອດອອກທີ່ເກີດຂຶ້ນຢູ່ລາວໄດ້ມີການພັດທະນາຈາກຊະນິດທີ່ 1 ຈົນເປັນຊະນິດທີ 4 ແລ້ວ, ເຖິງຢ່າງໃດກໍຕາມສະເພາະອົງການອະນາໄມໂລກຈະສືບຕໍ່ໃຫ້ການສະໜັບສະໜັບລາວໃນການຕອບໂຕ້ພະຍາດດັ່ງກ່າວຈົນກວ່າຈະຫຼຸດໜ້ອຍຖອຍລົງ ແລະ ດັບສູນໄປ.

No comments:

Post a Comment