Ad

Ad

31 January 2017

ລາວຈະກວດຄືນບັນຫາທີ່ດິນ

           ເມື່ອບໍ່ດົນມານີ້, ລັດຖະບານໄດ້ເປັນເອກະພາບຕົກລົງເຫັນດີຕັ້ງຄະນະສະເພາະກິດເພື່ອແກ້ໄຂບັນຫາທີ່ດິນໃນຂອບເຂດທົ່ວປະເທດ, ໂດຍມອບໃຫ້ທ່ານຮອງນາຍົກລັດຖະມົນຕີ ບຸນທອງ ຈິດມະນີ ເປັນຜູ້ຊີ້ນໍາຄະນະດັ່ງກ່າວ ແລະ ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມເປັນຫົວໜ້າຄະນະ ແລະ ບັນດາຮອງລັດຖະມົນຕີກະຊວງກ່ຽວຂ້ອງປະກອບເປັນຄະນະ, ຊຶ່ງມີກອງເລຂາປະຈຳການຢູ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທັງມີງົບປະມານຮັບໃຊ້ການເຄື່ອນໄຫວປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄະນະ.

  ຄະນະດັ່ງກ່າວຈະເຮັດໜ້າທທີ່ສຶກສາ, ວິເຄາະ-ວິໄຈ ບັນຫາທີ່ດິນໃຫ້ລະອຽດ-ເລິກເຊິ່ງ, ພ້ອມທັງເບິ່ງບົດຮຽນຂອງປະເທດເພື່ອນມິດສາກົນ, ໂດຍກໍານົດຄາດໝາຍການເຮັດວຽກໃຫ້ສຳເລັດ ແລະ ລາຍງານລັດຖະບານບໍ່ໃຫ້ເກີນທ້າຍປີນີ້, ກ່ອນຈະນຳສະເໜີຕໍ່ກອງປະຊຸມກໍາມະການກົມການເມືອງສູນກາງພັກ ແລະ ກອງປະຊຸມສະພາແຫ່ງຊາດເພື່ອພິຈາລະນາ.
             ສໍາລັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ແມ່ນໃຫ້ເພີ່ມທະວີໃນການສືບຕໍ່ຕິດຕາມ, ກວດກາບັນຫາການຄຸ້ມຄອງ, ນຳໃຊ້, ການເຊົ່າ-ສຳປະທານ ແລະ ການບຸກລຸກທີ່ດິນປ່າສະຫງວນ, ປ່າຕົ້ນນ້ຳ, ຊັບພະຍາກອນທຳມະຊາດທີ່ບໍ່ຖືກຕ້ອງໃນຂອບເຂດທົ່ວປະເທດຢ່າງເປັນປົກກະຕິ ແລະ ມີການລາຍງານໃຫ້ລັດຖະບານຊາບເປັນໄລຍະ ເພື່ອໃຫ້ສາມາດແກ້ໄຂທັນສະ ພາບໄດ້ທ່ວງທັນ.

          ການຊີ້ນໍາໃຫ້ແຕ່ງຕັ້ງຄະນະດັ່ງກ່າວມີຂຶ້ນຢູ່ກອງປະຊຸມລັດຖະບານປະຈໍາເດືອນມັງກອນ 2017, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ.

No comments:

Post a Comment