Ad

Ad

31 January 2017

ເດືອນມັງກອນຢູ່ນະຄອນຫລວງວຽງຈັນ ມີຜູ້ເສຍຊີວິດເກືອບ 20 ຄົນຈາກອຸປະຕິເຫດບົນທ້ອງຖະຫນົນ

ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນມັງກອນນີ້ ທົ່ວນະຄອນ ຫລວງວຽງຈັນ, ໄດ້ມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 100 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດເກືອບ 20 ຄົນ ແລະ ມີພາຫະນະເປ່ເພຈຳນວນຫລວງຫລາຍພ້ອມທັງມີຜູ້ໄດ້ຮັບບາດເຈັບອີກນັບບໍ່ຖ້ວນ, ຖືໄດ້ວ່າເປັນຕົວເລກທີ່ສູງສົມຄວນໂດຍສ່ວນໃຫຍ່ແມ່ນເກີດຈາກເມົາແລ້ວຂັບຂີ່ ແລະ ຝ່າຝືນກົດລະບຽບຈະລາຈອນອື່ນໆ. ເຖິງວ່າເຈົ້າໜ້າທີ່ມີວິທີສະກັດກັ້ນຢ່າງຈິງຈັງເຊັ່ນ: ຕັ້ງຈຸດກວດກາຄວາມໄວຕາມເຂດຊານ
ເມືອງຕ່າງໆ, ກວດກາເອກະສານພາຫະນະ ພ້ອມທັງຕັກເຕືອນຜູ້ທີ່ບໍ່ໃສ່ໝວກກັນກະທົບໃນເວລາຂັບຂີ່ ແລະ ກວດກາຄວາມເປັນລະບຽບຮຽບຮ້ອຍໃນການຈອດລົດຂອງນັກຂັບຂີ່ຕາມເສັ້ນທາງຕ່າງໆເປັນຕົ້ນການຈອດລົດຊະຊາຍອັນເປັນສາເຫດເຮັດໃຫ້ເສັ້ນທາງມີຄວາມແອອັດຄັບແຄບ ແລະ ເກີດອຸປະຕິເຫດໄດ້ງ່າຍດາຍ.

No comments:

Post a Comment