Ad

Ad

30 January 2017

ນາຍົກລັດຖະມົນຕີ ເນັ້ນໃຫ້ກໍາລັງ ປກສ ເພີ່ມທະວີການແກ້ໄຂຄວາມບໍ່ສະຫງົບໃຫ້ໝົດໄປ

          ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໂອ້ລົມຕໍ່ກອງປະຊຸມສະຫລຸບວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2016, ໃນວັນທີ 27 ມັງກອນນີ້, ໂດຍທ່ານໄດ້ເນັ້ນໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານຫລັກແຫລ່ງຂອງກະຊວງປ້ອງກັນຄວາມສະຫງົບເອົາໃຈໃສ່ເພີ່ມທະວີຄວາມໂປງໃສ ແລະ ແກ້ໄຂຄະດີຕ່າງໆດ້ວຍຄວາມເປັນທໍາ, ພ້ອມທັງສຶກສາຄົ້ນຄ້ວາບັນດາສະພາບການທີ່ຜັນແປຂອງພາກພື້ນ ແລະ ໂລກຢ່າງທ່ວງທັນ, ຊັດເຈນ ແລະ ເລິກເຊິງ ເພື່ອໄຂໃຫ້ທັນເຫດການ, ເອົາໃຈໃສ່ແກ້ໄຂຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ໝົດໄປ, ທັງຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີຢູ່ພາຍໃນ
ຢ່າງທັນການ, ຕ້ອງຮູ້ຂົນຂວາຍປະຊາຊົນໃຫ້ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກລະບຽບກົດໝາຍຂອງລັດໃຫ້ເຂົ້າໃຈແຈ້ງເລິກເຊິ່ງ, ເພື່ອໃຫ້ເຂົາເຈົ້າຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່, ຕ້ອງຕິດຕາມ ແລະ ກວດກາບັນດາລົດທີ່ນໍາເຂົ້າແບບບໍ່ຖືກກົດໝາຍຢ່າງເຂັ້ມງວດ, ຕິດຕາມ, ກວດກາການລັກລອບຄ້າຂາຍຢາເສບຕິດ ແລະ ອາດ ຊະຍາກໍາຂ້າມຊາດຢູ່ພາຍໃນ ແລະ ຕ່າງປະເທດຢ່າງເຂັ້ມງວດ ບັນດາກົມກອງຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍຢ່າງເຄັ່ງຄັດ ແລະ ເຂັ້ມງວດຕາມນະໂຍບາຍລັດ ຖະບານວາງອອກ, ເອົາໃຈໃສ່ຄົ້ນຄົ້ວ, ວິເຄາະຂໍ້ມູນຂ່າວສານຢ່າງລວມສູນສາມາດຊ່ວຍໃຫ້ຄະນະພັກ, ຄະນະບັນຊາແຕ່ລະຂັ້ນຕົກລົງບັນຫາໄດ້ຢ່າງຊັດເຈນ, ວອງໄວ ແລະ ທັນເວລາ, ເອົາໃຈໃສ່ຄຸ້ມຄອງພົນລະເມືອງໃຫ້ເຄື່ອນໄຫວຖືກຕາມກົດລະບຽບ ແລະ ກົດໝາຍສືບຕໍ່ເອົາໃຈໃສ່ປ້ອງກັນຄວາມສະຫງົບໃນທົ່ວສັງຄົມ ແລະ ກອງປະຊຸມສໍາຄັນລະດັບຊາດຕ່າງໆໃຫ້ມີຄວາມສະຫງົບປອດໄພຢ່າງໜັກແໜ້ນ.

No comments:

Post a Comment