Ad

Ad

30 January 2017

ວາງສີລາລຶກໂຄງການກໍ່ສ້າງອາຄານກະຊວງແຮງງານ ແລະ ສະຫວັດດີການສັງຄົມຫລັງໃໝ່

          ພິທີວາງສີລາລຶກໂຄງການກໍ່ສ້າງອາຄານກະຊວງແຮງງານ ແລະ ສະຫວັດດີການສັງຄົມຫລັງໃໝ່, ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້, ທີ່ບ້ານດົງໝາກຄາຍ, ເມືອງໄຊທານີ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ.
          ທ່ານລັດຖະມົນຕີກະຊວງແຮງງານ ກ່າວວ່າ: ປັດຈຸບັນອາຄານກະຊວງຫລັງເກົ່າມີຄວາມແອອັດຄັບແຄບ ແລະ ເກົ່າແກ່ຊຸດໂຊມ, ເນື່ອງຈາກສ້າງມາເປັນເວລາ
55 ປີແລ້ວ, ຈຶ່ງມີຄວາມຈຳເປັນຕ້ອງກໍ່ສ້າງອາຄານຫລັງໃໝ່ທີ່ທັນສະໄໝ ແລະ ກ້ວາງຂວາງກວ່າເກົ່າ ເພື່ອຮອງຮັບກັບຄວາມຮຽກ ຮ້ອງຕ້ອງການ. ອາຄານກະຊວງແຮງງານ ແລະ ສະຫວັດດີການສັງຄົມຫລັງໃໝ່ນີ້ສູງ 5 ຊັ້ນ, ມີເນື້ອ ທີ່ 4 ເຮັກຕາ, ລວມມູນຕ່າກໍ່ສ້າງປະມານ 97 ຕື້ກີບ, ໂດຍແມ່ນບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ບໍລິການຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງໃນກຳນົດເວລາ 24 ເດືອນ.

No comments:

Post a Comment