Ad

Ad

30 January 2017

ກອງປະຊຸມສຳມະນາຫົວຂໍ້ການທູດອາຊຽນ-ຍີ່ປຸ່ນ

ວັນທີ 27 ມັງກອນນີ້, ສະຖາບັນການຕ່າງປະເທດກະຊວງການຕ່າງປະເທດຮ່ວມກັບສະ ຖານທູດຍີ່ປຸ່ນ ປະຈຳລາວໄດ້ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້: ການທູດ ອາຊຽນ-ຍີ່ປຸ່ນ ໃນປີ 2016 ພາຍໃຕ້ການເປນປະທານ ຂອງ ສປປ ລາວ ແລະ ການຮ່ວມມືໃນອະນາຄົດ”.
ໂດຍມີທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຫົວໜ້າ, ຮອງກົມ ແລະ ພະນັກງານ-ລັດຖະກອນ ຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະ ເທດສູນກາງພັກ, ກະຊວງອ້ອມຂ້າງ
ສູນກາງ, ນັກສຶກສາຈາກຄະນະນິດຕິສາດ-ລັດຖະສາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງ ຂອງການຈັດສຳມະນາຄັ້ງນີ້, ເພື່ອສະຫລຸບຜົນງານຍີ່ປຸ່ນໃນການພົວພັນຮ່ວມມືກັບອາຊຽນໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2016 ຜ່ານມາ ແລະ ຕີລາຄາການພົວ ພັນຮ່ວມມືກັບ ສປປ ລາວ ຕະຫລອດໄລຍະ 61 ປີ ພາຍຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໄດ້ຜະເຊີນກັບຂໍ້ຫຍຸ້ງຍາກ  ແລະ ສິ່ງທ້າທາຍນາໆປະການແຕ່ສອງປະເທດກໍຂ້າມຜ່ານໄປດ້ວຍດີ. ປັດຈຸບັນນີ້, ໄດ້ຍົກສູງການພົວພັນມາເປັນເພື່ອນມິດຄູ່ຮ່ວມທາງດ້ານການຮ່ວມມື ແລະ ມີແນວໂນ້ມທີ່ດີຕະຫລອດໄປ.
ປີ 2015 ທີ່ຜ່ານມາສອງປະເທດລາວ-ຍີ່ປຸ່ນ ໄດ້ສະເຫລີມສະຫລອງ 60 ປີ ສາຍພົວພັນການທູດນຳກັນ ເຊິ່ງການນຳຂອງສອງປະເທດ ໄດ້ໄປມາຫາສູ່ກັນ, ໄລຍະການຢ້ຽມຢາມທາງການຂອງ ທ່ານ ນາຍົກລັດຖະມົນຕີ ລາວ ຢູ່ຍີ່ປຸ່ນ, ສອງປະເທດ ໄດ້ລົງນາມໃນສັນຍາຈາກຄູ່ຮ່ວມພັດທະນາຮອບດ້ານ ມາເປັນຄູ່ຮ່ວມພັນທະນາຍຸດທະສາດຮອບດ້ານ. ພ້ອມນັ້ນ, ໃນອະນາຄົດຍີ່ປຸ່ນ ຍັງຈະສືບຕໍ່ສົ່ງເສີມການຮ່ວມມື  ທີ່ນັບມື້ນັບຂະຫຍາຍຕົວອາຊຽນ-ຍີ່ປຸ່ນກໍຄື ລາວ-ຍີ່ປຸ່ນໃນຫລາຍດ້ານເປັນຕົ້ນການເມືອງ, ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ, ວັດທະນະທຳ ທີ່ໄດ້ຮັບຜົນດີມາເລື້ອຍໆ ໂດຍສະ ເພາະໂຕເລກ ODA  ທີ່ເພີ່ມຂຶ້ນ ແລະ ເຫັນໄດ້ຈາກການລົງທຶນຂອງຍີ່ປຸ່ນ ໂດຍສະເພາະທາງດ້ານການກໍ່ສ້າງພື້ນຖານໂຄງລ່າງ, ດ້ານການຄ້າ-ການລົງທຶນ ແລະ ອື່ນໆ.

ໂອກາດດັ່ງກ່າວ, ທ່ານ ທາກະຊິ ຮິກິຮາຣະ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງຍີ່ປຸ່ນ ປະຈຳ ລາວ ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ ແລະ ທິດທາງຮ່ວມມືໃນສະເພາະໜ້າລະຫວ່າງອາຊຽນ-ຍີ່ປຸ່ນ ແລະ ການຮ່ວມມືລາວ-ຍີ່ປຸ່ນໃນຕໍ່ໜ້າອີກດ້ວຍ.

No comments:

Post a Comment