Ad

Ad

30 January 2017

ລາວ-ກຳປູເຈຍ ສຳເລັດກອງປະຊຸມຄະນະກຳມະການຊາຍແດນ

          ກອງປະຊຸມວິສາມັນຂອງຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ໄດ້ຈັດຂຶ້ນໃນວັນທີ 25 ມັງກອນນີ້, ທີ່ຣາຊະອານາຈັກກຳປູເຈຍ, ຄະນະຜູ້ແທນຝ່າຍລາວນຳໂດຍທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການຊາຍແດນຮ່ວມລາວ-ກຳປູເຈຍ ແລະ ຄະນະຜູ້ແທນຝ່າຍກຳປູເຈຍນຳໂດຍທ່ານ ວາ ກິມຮົງ ລັດຖະມົນຕີອາວຸໂສ, ຮັບຜິດຊອບວຽກງານຊາຍແດນແຫ່ງຣາຊະອານາຈັກກຳປູເຈຍ, ປະທານຄະນະກຳມະການຊາຍແດນຮ່ວມ ກຳປູເຈຍ-ລາວ.

          ກອງປະຊຸມໄດ້ດໍາເນີນພາຍໃຕ້ບັນຍາກາດສະໜິດສະໜົມບົນຈິດໃຈແຫ່ງສາຍພົວພັນແບບບ້ານໃກ້ເຮືອນຄຽງທີ່ດີມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານແບບຍືນຍົງ ແລະ ຄວາມມຸ້ງມາດປາດຖະໜາທີ່ຈະສ້າງເສັ້ນຊາຍແດນລາວ-ກໍາປູເຈຍ ໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ.

  ສອງຝ່າຍໄດ້ປຶກສາຫາລືກ່ຽວກັບ 4 ບໍລິເວນທີ່ຍັງຄົງຄ້າງເປັນຕົ້ນ: ຫລັກໝາຍຊາຍແດນເລກທີ 033 ຢູ່ດ່ານສາກົນໜອງນົກຂຽນ-ຕຣາປຽງກຽນ, ເສັ້ນຊາຍແດນຕາມເສັ້ນທາງເລກທີ 13 (ລາວ)/7(ກຳປູເຈຍ), ເສັ້ນຊາຍແດນຢູ່ບໍລິເວນເວີນຄາມ/ໂອສະໄວ, ເສັ້ນຊາຍແດນຢູ່ບໍລິເວນຫລັກໝາຍຊາຍແດນເລກທີ 032/1-032/5, ພ້ອມນັ້ນ ຍັງໄດ້ ລົງກວດກາພື້ນທີ່ຕົວຈິງຢູ່ 02 ບໍລິເວນໃນເວລາທີ່ເໝາະສົມພາຍໃນປີ 2017 ເຊັ່ນ:  ບໍລິເວນຫລັກໝາຍຊາຍແດນເລກທີ 002 ແລະ 003, ບໍລິເວນຫລັກໝາຍຊາຍແດນຄູ່ເລກທີ 029 ແລະ 030 ແລະ ໄດ້ຈັດຕັ້ງໜ່ວຍງານໜຶ່ງຂຶ້ນ ເພື່ອສຶກສາຄວາມເປັນໄປໄດ້ຮ່ວມກັນກ່ຽວກັບການປັກຫລັກໝາຍຊາຍແດນຖີ່, ຮູບແບບ ແລະ ຈໍານວນຫລັກໝາຍຊາຍແດນຖີ່ ນັບທັງຮ່າງຂໍ້ກໍານົດທາງດ້ານເຕັກນິກຈໍານວນໜຶ່ງອີກ. ໜ່ວຍງານດັ່ງກ່າວນີ້, ຈະປຶກສາຫາລືກັນໃນເວລາເໝາະສົມອັນໃກ້ນີ້. ພ້ອມກັນນັ້ນ, ສອງຝ່າຍ ຍັງຈະພະຍາມຊອກວິທີທາງໃນການແກ້ໄຂຈຸດຄົງຄ້າງໃຫ້ສຳເລັດໂດຍໄວຕາມການຕົກລົງຂອງຜູ້ນຳຂອງສອງປະເທດ.

No comments:

Post a Comment