Ad

Ad

30 January 2017

ກອງປະຊຸມແຜນງານສະໜັບສະໜູນການມີສ່ວນຮ່ວມໃນວຽກງານສື່ມວນຊົນ

ກອງປະຊຸມທົບທວນຄືນປະຈໍາປີແຜນງານສະໜັບສະໜູນການມີສ່ວນຮ່ວມ ແລະ ສື່ຊຸມຊົນ (ສສສຊ) ໄດ້ຈັດຂຶ້ນໃນວັນທີ 27 ມັງ ກອນນີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍເປັນປະທານຂອງທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ, ຫົວໜ້າແຜນງານ ສສສຊ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ວາງຄາດໝາຍສູ້ຊົນເຮັດໃຫ້ສຳເລັດບັນດາກິດຈະກຳຫລັກເຊັ່ນ : ຕິດຕັ້ງເຄື່ອງສົ່ງໃໝ່ໃຫ້ແກ່ວິທະຍຸຊຸມຊົນ ຢູ່ ເມືອງຄູນ ແຂວງຊຽງຂວາງ, ຢູ່ ເມືອງດາກຈຶງ ແຂວງເຊກອງ ແລະ ຍ້າຍເຄື່ອງສົ່ງໃຫ້ແກ່ສະຖານີວິທະຍຸຊຸມຊົນ ເມືອງທ່າແຕງ ແຂວງເຊກອງ , ຂຽນບົດສະເໜີໂຄງການໄລຍະສອງ ເພື່ອສະເໜີໃຫ້ແກ່ຜູ້ໃຫ້ທຶນ ກໍຄື ແຕ່ລະສະຖານີ ຈະໄດ້ເອົາໃຈໃສ່ໃນການສ້າງພື້ນຖານຄວາມຍືນຍົງໃຫ້ກັບຕົນເອງ.
          ທ່ານຫົວໜ້າກົມສື່ມວນຊົນ ກ່າວວ່າ : ປີ 2016 ຜ່ານມາ, ສາມາດປະຕິບັດສຳເລັດບັນດາວຽກງານຕ່າງໆ ໂດຍສະເພາະ ສຳເລັດການກໍ່ສ້າງຫ້ອງໄວ້ເຄື່ອງສົ່ງໃໝ່ໃຫ້ແກ່ ສະຖານີວິທະຍຸຊຸມຊົນເມືອງຄູນແຂວງຊຽງຂວາງ, ໄດ້ຈັດຊື້ອຸປະກອນເຕັກນິກເຄື່ອງສົ່ງ , ເຄື່ອງຜະລິດລາຍການປະ ກອບເຂົ້າໃສ່ຫ້ອງສົ່ງໃຫ້ ສະຖານີວິທະຍຸຊຸມຊົນ ເມືອງດາກຈຶງ ແຂວງເຊກອງ ທີ່ຖືກຜົນກະທົບຈາກໄພທຳມະຊາດ ແລະ  ໄດ້ປັບປຸງອາຄານຫ້ອງສົ່ງຕື່ມ, ນອກນີ້ ຍັງໄດ້ຂະຫຍາຍຫ້ອງໄວ້ເຄື່ອງສົ່ງໃໝ່ໃຫ້ວິທະຍຸຊຸມຊົນ ເມືອງທ່າແຕງ ແຂວງເຊກອງ, ໄດ້ຍົກລະດັບໃຫ້ອາສາສະໝັກ, ນັກຈັດລາຍການວິທະຍຸຊຸມຊົນເຊັ່ນ: ການຝຶກອົບຮົມວຽກງານການຕິດຕາມປະເມີນຜົນ, ການຜະລິດລາຍການຕ້ານການຄ້າມະນຸດ, ຕ້ານການເຄື່ອນຍ້າຍແຮງງານແບບຜິດກົດໝາຍ , ດ້ານເຕັກນິກ ພ້ອມນີ້ ໄດ້ສຳເລັດການເປີດອອກອາກາດຢ່າງເປັນທາງການໃຫ້ແກ່ສະຖານີວິທະຍຸຊຸມຊົນ ເມືອງຄອບ ແຂວງໄຊຍະບູ  ລີ. 

          ແຜນງານ ສສສຊ ເປັນແຜນງານຮ່ວມມືລະຫວ່າງ ກົມສື່ມວນຊົນ ກະຊວງ ຖວທ ແລະ ອົງ ການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ລາວ ແລະ ອົງການອ໊ອກແຟມ ໂດຍມີເປົ້າໝາຍ ສະໜັບສະໜູນພາກສ່ວນສັງຄົມໃຫ້ມີສ່ວນຮ່ວມຢ່າງກວ້າງຂວາງໃນການພັດທະນາຢູ່ໃນລາວ ໂດຍຜ່ານການສະໜັບສະໜູນອົງການຈັດຕັ້ງຕ່າງໆໃນທ້ອງຖິ່ນ ແລະ ການຊ່ວຍກໍ່ຕັ້ງ - ຂະຫຍາຍສື່ມວນຊົນໃນລະດັບຊຸມຊົນ , ເພີ່ມທະວີຄວາມເຂົ້າໃຈກ່ຽວກັບສິດສະເໝີພາບລະຫວ່າງຍິງ-ຊາຍ ແລະ ຊ່ວຍພັດທະນາຄວາມອາດສາມາດ ຂອງທ້ອງຖິ່ນໃນການສ້າງຄວາມຍືນຍົງໃຫ້ແກ່ສື່ມວນຊົນ ໃນໄລຍະຍາວ.       

No comments:

Post a Comment