Ad

Ad

30 January 2017

ກຳມະບານນະຄອນຫຼວງວຽງຈັນເລັ່ງຂຶ້ນທະບຽນກຳມະກອນໃຫ້ສຳເລັດ

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານສະຫະພັນກຳມະ ບານ ນະຄອນຫຼວງວຽງຈັນ ຄັ້ງທີ 2 ສະໄໝທີ VII ຈັດຂຶ້ນວັນທີ 26 ມັງກອນນີ້ຢູ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ແກ່ນຄຳ ຫົດທິລາດ ຄະນະບໍລິຫານງານສູນກາງສະຫະພັນກຳ ມະບານ ນະຄອນຫຼວງວຽງຈັນ, ມີທ່ານ ນາງ ອາລີ ວົງໜໍ່ບຸນທຳ ຮອງປະທານສູນກາງສະຫະພັນກຳມະ ບານລາວ ພ້ອມດ້ວຍຜູ້ຕາງໜ້າສະມາຊິກກຳມະບານຈາກພະແນກການອ້ອມຂ້າງ ນະຄອນຫລວງວຽງຈັນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສົມບູນ ລິດສະໄໝ ຮອງປະທານກຳມະບານ ນະຄອນຫຼວງວຽງຈັນ ໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງສະຫະພັນກຳມະບານ ນະຄອນຫຼວງວຽງຈັນ ໃນໄລຍະ 1 ປີທີ່ຜ່ານມາວ່າ: ຄະນະກວດກາກຳມະບານແຕ່ລະຂັ້ນໄດ້ເອົາໃຈໃສ່ເຮັດໜ້າທີ່ກວດ ກາວຽກງານກຳມະບານກ່ຽວກັບການປະຕິບັດພາລະບົດບາດ ສິດ ໜ້າທີ່ ກວດກາແບບແຜນວິທີເຮັດວຽກ ພ້ອມກັນນັ້ນກໍເອົາໃຈໃສ່ກວດກາ-ປັບປຸງກົງຈັກການຈັດຕັ້ງກຳມະບານໄດ້ 20 ຮາກຖານ ນອກຈາກນັ້ນ ຍັງໄດ້ກວດກາຄຸ້ມຄອງ-ນຳໃຊ້ເງິນບຳລຸງກຳມະບານ ເງິນບຳລຸງກອງທຶນ ກຊກ ແລະ ການປະຕິບັດນະໂຍບາຍຕ່າງໆຕໍ່ພະນັກງານ ສະມາຊິກກຳມະບານຢ່າງປົກກະຕິ. ປັດຈຸບັນ ທົ່ວນະ ຄອນຫຼວງວຽງຈັນມີຫົວໜ່ວຍການຜະລິດທັງໝົດ 3.184 ແຫ່ງ ມີ ຈຳນວນກຳມະກອນທັງໝົດ 89.706 ຄົນ, ຍິງ 58.534 ຄົນ.

ອົງການຈັດຕັ້ງກຳມະກອນແຕ່ລະຂັ້ນໄດ້ເອົາໃຈໃສ່ເຮັດວຽກງານປົກປ້ອງສິດ-ຜົນປະໂຫຍດອັນຖືກກົດໝາຍຂອງຊາວຜູ້ອອກແຮງງານໃນຂອບເຂດທີ່ຕົນຮັບຜິດຊອບຢ່າງເປັນເຈົ້າການ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍກຳມະບານລາວ, ກົດໝາຍວ່າດ້ວຍແຮງງານ ແລະ ບັນດານິຕິກຳຕ່າງໆທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ໃນໜຶ່ງປີທີ່ຜ່ານມາໄດ້ຮັບຄຳຮ້ອງທຸກຈາກກຳມະກອນຈຳນວນ 3 ສະບັບ ໄກ່ເກ່ຍໄດ້ 1 ສະບັບ ມີຈຳນວນກຳມະກອນ 7 ຄົນ ຍິງ 3 ຄົນ ທວງເງິນໄດ້ທັງໝົດ 33 ລ້ານກີບ ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ 2 ສະບັບ ໄດ້ຕໍ່ສັນຍາແຮງງານລວມໝູ່ມີ 4 ແຫ່ງ ລວມສ້າງສັນຍາແຮງງານລວມໝູ່ໄດ້ທັງໝົດ 42 ແຫ່ງ ລວມມີຈຳນວນກຳມະກອນ 12.769 ຄົນ.

No comments:

Post a Comment