Ad

Ad

30 January 2017

ແຂວງພາກເໜືອມີສະພາບອາກາດໜາວເຢັນ


        ກົມອຸຕຸນິຍົມໃຫ້ຮູ້ວ່າ: ລະດູໜາວປີນີ້ຢູຫລາຍແຂວງພາກເໜືອມີສະພາບອາກາດໜາວເຢັນອຸນຫະພູມຫລຸດລົງຕ່ຳກວ່າ 4-6  ອົງສາ ແລະ ມີນ້ຳກ້າມເປັນບາງບ່ອນ ແລະ ຄາດວ່າອາກາດໜາວຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດເຮົາ, ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດໂດຍທົ່ວໄປຍັງຈະໜາວເຢັນຢູ່ໃນແຕ່ລະພາກ, ໂດຍສະເພາະເຂດພາກເໜື້ອທີ່ມີພູສູງ, ພູດອຍອາກາດຍັງຈະໜາວເຢັນຂຶ້ນອີກ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ, ຊຶ່ງອາດສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ດັ່ງນັ້ນ ຂໍໃຫ້ເອົາໃຈໃສ່ຮັກສາສຸຂະພາບໃຫ້ດີເພື່ອຫຼີກລຽງຈາກພະຍາດຕາມລະດູການດ້ວຍການປະຕິບັດຕາມຫຼັກອະນາໄມ 3 ສະອາດ, ນູ່ງເຄື່ອງໃຫ້ອົບອຸ່ນຢູ່ສະເໝີ, ສິ່ງສຳຄັນແມ່ນໃຫ້ເອົາໃຈໃສ່ເບິ່ງແຍກສຸຂະພາບຂອງເດັກນ້ອຍ ແລະ ຜູ້ເຖົ້າໃຫ້ດີ.

No comments:

Post a Comment