Ad

Ad

27 January 2017

ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ແນະນຳແຂວງສະຫວັນນະເຂດ ເອົາໃຈໃສ່ຕ້ານພະຍາດອາຍາສິດ ແລະ ການສໍ້ລາດບັງຫລວງ

           ໃນໂອກາດຢ້ຽມຢາມ ແລະ ພົບປະໂອ້ລົມການນຳແຂວງສະຫວັນນະເຂດຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 25 ມັງກອນນີ້ ຢູ່ຫ້ອງການປົກຄອງແຂວງດັ່ງກ່າວ, ນອກຈາກທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຕ່າງໆທີ່ແຂວງສະຫວັນນະເຂດຍາດມາໄດ້ໃນການປົກປັກຮັກສາ ແລະ ສ້າງສາທ້ອງຖິ່ນຂອງຕົນ ອັນໄດ້ເຮັດໃຫ້ແຂວງມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດຂະ ຫຍາຍຕົວຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນຢ່າງໜ້າເພິ່ງພໍໃຈ. ແຕ່ຄຽງຄູ່ກັນນັ້ນ, ກໍຍັງມີຫລາຍອັນທີ່ແຂວງສະຫວັນນະເຂດຈະ
ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ ໂດຍສະເພາະແມ່ນຈະຕ້ອງໄດ້ສຸມໃສ່ແກ້ໄຂພະຍາດອາຍາສິດຫ່າງເຫີນປະຊາຊົນ ແລະ ບັນຫາການສໍ້ລາດບັງຫລວງທີ່ຍັງເປັນໄພຄຸກຄາມແກ່ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນນັ້ນໃຫ້ໝົດໄປ ແລະ ພ້ອມນັ້ນ ກໍຈະຕ້ອງໄດ້ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບຕ້ານສິ່ງຫຍໍ້ທໍ້ໃຫ້ເຂັ້ມແຂງກວ່າເກົ່າ ໂດຍສະເພາະແມ່ນບັນຫາຢາເສບຕິດທີ່ຍັງເປັນອຸປະສັກກີດກັ້ນການພັດທະນາບ້ານເມືອງເຮົາໃຫ້ໝົດໄປ ແລະ ຄຽງຄູ່ກັນນັ້ນ ກໍຕ້ອງໄດ້ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ, ສ້າງກຳລັງແຮງງານໃຫ້ມີຄວາມຮູ້ຄວາມສາມາດ, ປະກອບສ່ວນເຂົ້າໃນວຽກງານຕ່າງໆຂອງທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຜະລິດເປັນສິນຄ້າໃຫ້ແຂງແຮງຕາມທ່າແຮງ ແລະ ຄວາມອາດສາມາດບົ່ມຊ້ອນຂອງທ້ອງຖິ່ນຕາມທິດພັດທະນາທີ່ຍືນຍົງ, ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມໃຫ້ມີປະສິດທິຜົນຍິ່ງຂຶ້ນ.

     ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ທ່ານເລຂາທິການໃຫຍ່ຊາບວ່າ: ໃນສົກ 2015-2016 ເສດຖະກິດຂອງແຂວງມີການຂະຫຍາຍຕົວຕໍ່ເນື່ອງ ແລະ ໝັ້ນທ່ຽງ, GDP ເພີ່ມຂຶ້ນສະເລ່ຍ10,31% ຕໍ່ປີ, ໃນນັ້ນກະສິກຳເພີ່ມຂຶ້ນ 6,06% ກວມເອົາ 31,6%, ອຸດສາຫະກຳເພີ່ມຂຶ້ນ 11,62% ກວມເອົາ 35,1% ແລະ ການບໍລິການເພີ່ມຂຶ້ນ 14,30% ກວມເອົາ 33,27%, ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້ 1.799 ໂດລາສະຫະລັດ ແລະ ພິເສດໃນປີຜ່ານມາ, ແຂວງສະຫວັນນະເຂດສາມາດຜະລິດ ແລະ ສົ່ງເຂົ້າອອກເປັນສິນຄ້າໄດ້ 6.476 ໂຕນ, ພື້ນຖານໂຄງລ່າງການຜະລິດກະສິກຳພັດທະນາຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ, ບັນດາໂຮງງານອຸດສາຫະກຳຈຳນວນໜຶ່ງໄດ້ຮັບການສ້າງຕັ້ງຂຶ້ນຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ເຂດເສດຖະກິດພິເສດສະຫວັນ-ເຊໂນ, ເຂດການຄ້າຊາຍແດນ-ແດນສະຫວັນ ເຊິ່ງມີມູນຄ່າການລົງທຶນຫລາຍກວ່າ 5 ຕື້ກວ່າໂດລາສະຫະລັດ, ມີ 160 ໂຄງການຈາກຜູ້ລົງທຶນຫລາຍກວ່າ 20 ປະເທດ, ການຜະລິດສິນຄ້າເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະແມ່ນສິນຄ້າຈາກຜະລິດຕະພັນກະສິກຳ, ມູນຄ່າການສົ່ງອອກສິນຄ້າໃນໜຶ່ງປີຜ່ານມາບັນລຸໄດ້ 600 ກວ່າລ້ານໂດລາສະຫະລັດ. ມາຮອດປັດຈຸບັນ ມີບ້ານທີ່ໄດ້ຊົມໃຊ້ກະແສໄຟຟ້າແລ້ວກວມເອົາ 83,75% ຂອງບ້ານທັງໝົດ, ສາ ມາດປະກາດບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໄດ້ແລ້ວ 9 ບ້ານ. ປັດຈຸບັນທົ່ວແຂວງຍັງມີບ້ານທຸກຍາກ 140 ບ້ານ ຫລື ເທົ່າກັບ 13,7% ຂອງຈຳນວນບ້ານທັງໝົດ (1.022 ບ້ານ), ຄອບຄົວທຸກຍາກຍັງເຫລືອ 8.633 ຄອບຄົວ ເທົ່າກັບ 5,40% ຂອງຄອບຄົວທັງໝົດ ແລະ ເມືອງທຸກຍາກຍັງເຫລືອພຽງເມືອງນອງ ແລະ ທົ່ວແຂວງສາມາດປະກາດການຈົບຊັ້ນປະຖົມບຳລຸງຢ່າງເປັນທາງການ ແລະ ໄດ້ປະກາດຈົບຊັ້ນມັດທະຍົມຕົ້ນບຳລຸງໄດ້ 6 ຕົວເມືອງໃຫຍ່.

No comments:

Post a Comment