Ad

Ad

27 January 2017

ລາວຂຸ້ນຂ້ຽວກຽມສະເໜີເຂດປ່າສະຫງວນແຫ່ງຊາດຫີນໜາມໜໍເຂົ້າເປັນມໍລະດົກໂລກ

          ວັນທີ 26 ມັງກອນນີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງກະສິກຳ ແລະ ປ່າໄມ້, ອຳນາດການປົກ ຄອງແຂວງຄຳມ່ວນ ແລະ ອົງການຈັດຕັ້ງສາກົນຕ່າງໆ, ໄດ້ພ້ອມກັນຈັດກອງປະຊຸມດ້ານຂໍ້ມູນຂ່າວສານ, ໃນການແນະນຳກ່ຽວກັບຂະບວນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງໃນການສະເໜີເຂດປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກຂອງອົງການຢູເນັສໂກ, ຊຶ່ງກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານຈາກຊ່ຽວຊານອາວຸໂສຂອງອົງການສາກົນ
ເພື່ອການອະນຸລັກທຳມະຊາດ (IUCN), ກ່ຽວກັບຜົນການສຶກສາເບື້ອງຕົ້ນ ກ່ຽວກັບຂະບວນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງໃນການສະເໜີເຂດປ່າສະຫງວນດັ່ງກ່າວເຂົ້າເປັນມໍລະດົກໂລກ, ຊຶ່ງໃນນັ້ນ ຊ່ຽວຊານໄດ້ແນະນຳເຖິງຂະບວນການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງລວມທັງຂອບເຂດ ແລະ ໄລຍະການດຳເນີນງານ, ມາດຕະຖານເພື່ອພິຈາລະນາຄຸນຄ່າອັນໂດດເດັ່ນທີ່ເປັນສາກົນ ແລະ ຍັງໄດ້ອະທິບາຍຄວາມກະຈ່າງແຈ້ງເຖິງອົງປະກອບ ຫລື ທາງເລືອກຕ່າງໆ ທີ່ເໝາະສົມສຳລັບການສະເໜີ ແລະ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນບັນດາຄຳຄິດຄຳເຫັນທີ່ກ່ຽວຂ້ອງເປັນຕົ້ນ ຈຸດດີ ແລະ ຂໍ້ຄົງຄ້າງ, ວຽກງານບູລິມະສິດທີ່ຈະຕ້ອງສຳເລັດໃນການຈັດຕັ້ງປະຕິບັດ ແລະ ຊ່ອງຫວ່າງສຳລັບການສະເໜີເຂດປ່າສະຫງວນແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກຂອງອົງການຢູເນັສໂກ. ນອກນີ້ ກອງປະຊຸມຍັງໄດ້ມີການສົນທະນາບັນຫາຕ່າງໆເພື່ອຈະໄດ້ມີການປຶກສາຫາລື ແລະ ພ້ອມກັນແກ້ໄຂຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໃນການເອົາປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງດ້ານຊັບພະຍາກອນທຳມະຊາດເປັນແຫ່ງທຳອິດຂອງລາວໃນໄວໆນີ້.

No comments:

Post a Comment