Ad

Ad

27 January 2017

ລາວຈະເລັ່ງແກ້ໄຂການຍົກເວັ້ນພາສີອາກອນນໍາເຂົ້ານໍ້າມັນເຊື້ອໄຟ

   ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີເມື່ອວັນທີ 23 ມັງກອນຜ່ານມານີ້, ໄດ້ມອບໃຫ້ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງອື່ນໆປະສານສົມທົບກັນເພື່ອຕັ້ງຄະນະກວດກາແກ້ໄຂການນຳເຂົ້ານ້ຳມັນເຊື້ອໄຟໃນທົ່ວປະເທດ, ຊຶ່ງໄດ້ກໍານົດວ່າ: ການນຳເຂົ້ານ້ຳມັນເຊື້ອໄຟເພື່ອຮັບໃຊ້ໂຄງການຊ່ວຍເຫລືອລ້າ (ODA) ຕາມສັນຍາແມ່ນໃຫ້ສືບຕໍ່ຍົກເວັ້ນຕາມກໍານົດ
ສັນຍາ. ສ່ວນການນຳເຂົ້ານ້ຳມັນເຊື້ອໄຟຂອງບັນດາໂຄງການສຳປະທານຂະໜາດໃຫຍ່ທີ່ມີສັນຍາສຳປະທານກັບລັດຖະ ບານຈຳນວນ 16 ໂຄງການແມ່ນມອບໃຫ້ຄະນະທີ່ຕັ້ງຂຶ້ນລົງກວດກາ ແລະ ຄິດໄລ່ຄືນບໍລິມາດຄວາມຕ້ອງການເພື່ອນຳໃຊ້ນ້ຳມັນຕົວຈິງແຕ່ລະໜ້າວຽກຂອງແຕ່ລະໂຄງການໃຫ້ລະອຽດແລ້ວລາຍງານໃຫ້ລັດຖະບານພິຈາລະນາ ແລະ ໂຄງການໃດທີ່ສຳເລັດການກໍ່ສ້າງໂຄງການແມ່ນໃຫ້ຢຸດຕິການຍົກເວັ້ນ ເປັນຕົ້ນ: ໂຄງການບໍ່ຄຳເຊໂປນ, ພູເບ້ຍມາຍນິ້ງ, ນ້ຳເທີນ 2 ແລະ ໂຄງການອື່ນໆ ແລະ ແຕ່ນີ້ໄປ ລັດ ຖະບານຈະບໍ່ມີນະໂຍບາຍຍົກເວັ້ນພາສີ-ອາກອນໃນການນຳເຂົ້ານ້ຳມັນໃຫ້ບັນດາໂຄງການດັ່ງກ່າວອີກ ແລະ ທຸກໂຄງການຕ້ອງຫັນເຂົ້າສູ່ການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ, ຂະນະທີ່ໄດ້ມອບໃຫ້ກະຊວງການເງິນອອກແຈ້ງການເຖິງບໍລິສັດແອວເອັສການຄ້າຂາອອກ-ຂາເຂົ້າຈຳກັດ ແລະ ບໍລິສັດ ສີຈັນທອງທິບການຄ້າຂາອອກ-ຂາເຂົ້າ ໃຫ້ຢຸດຕິການດຳເນີນທຸລະກິດນຳເຂົ້ານ້ຳມັນເພື່ອສົ່ງອອກ ແລະ ໃຫ້ບໍລິສັດຂົນສົ່ງສາກົນຈຳກັດຢຸດຕິການດຳເນີນທຸລະກິດນ້ຳມັນເຊື້ອໄຟຜ່ານແດນ.

ສຳລັບດ່ານທີ່ອະນຸມັດໃຫ້ນຳເຂົ້ານ້ຳມັນເຊື້ອໄຟຕ້ອງເປັນດ່ານສາກົນ, ສ່ວນດ່ານທ້ອງຖິ່ນ ແລະ ດ່ານປະເພນີບໍ່ອະນຸຍາດໃຫ້ນຳເຂົ້າເດັດຂາດ, ພ້ອມທັງມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຄົ້ນຄວ້າດັດສົມຄືນຈຳນວນບໍລິສັດທີ່ດຳເນີນທຸລະກິດຂາເຂົ້າ-ຂາອອກນ້ຳມັນເຊື້ອໄຟບໍ່ໃຫ້ເກີນ 5 ບໍລິສັດ ແລະ ໃຫ້ຖືເອົາລັດວິສາຫະກິດນ້ຳມັນເຊື້ອໄຟລາວເປັນບູລິມະສິດ.

No comments:

Post a Comment