Ad

Ad

27 January 2017

ລາວເລັ່ງຄວບຄຸມພະຍາດໄຂ້ເລືອດອອກແຕ່ຫົວທີ

ກອງປະຊຸມຖອດຖອນບົດຮຽນການຄວບຄຸມພະຍາດໄຂ້ເລືອດອອກປີ 2016 ແລະ ວາງແຜນການທິດທາງປີ 2017 ໄດ້ຈັດຂຶ້ນໃນວັນທີ 26 ມັງກອນນີ້, ທີ່ນະຄອນຫຼວງວຽງຈັນ, ໂດຍກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕະກະ ຊວງດັ່ງກ່າວ, ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ, ສະຖາບັນປັດສະເຕີ, ພ້ອມດ້ວຍຮອງເຈົ້າແຂວງ , ພະແນກສາທາລະນະສຸກເຂົ້າຮ່ວມຫຼາຍກວ່າ 150 ທ່ານ.

ທ່ານຮອງລັດເຖະມົນຕີມີຄຳເຫັນຕໍ່ກອງປະຊຸມວ່າ: ໃນປີຜ່ານມາເຖິງວ່າປະເທດເຮົາຈະເອົາໃຈໃສ່ໃນການປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ເລືອດອອກຢ່າງມີປະສິດທິຜົນ, ແຕ່ກໍຍັງມີຜູ້ຕິດເຊື້ອເປັນຈຳນວນຫຼາຍ ແລະ ເສຍຊີວິດຈຳນວນໜຶ່ງ, ດັ່ງນັ້ນ ເພື່ອເປັນການທົບທວນຄືນດ້ານດີ, ດ້ານອ່ອນ  ແລະ ຂໍ້ຄົງຄ້າງ, ເພື່ອຫາວິທີປັບປຸງແກ້ໄຂເຮັດໃຫ້ວຽກງານຄວບຄຸມພະຍາດດັ່ງກ່າວນີ້ມີປະສິດທິຜົນກວ່າເກົ່າ, ໂດຍສະເພາະແມ່ນວິທີການຈັດຕັ້ງປະຕິບັດວຽກງານເຝົ້າລະວັງ, ວຽກງານສຸກເສີນ, ການເກັບກຳຂໍ້ມູນ, ການຕອບໂຕ້ ແລະ ການທຳລາຍແຫຼ່ງເພາະພັນຂອງຍຸງລາຍ, ວຽກງານປິ່ນປົວ, ວຽກງານໂຄສະນາສຸຂະສຶກສາ, ລວມເຖິງການປະສານສົມທົບລະຫວ່າງພາກສ່ວນຕ່າງໆ, ນັບແຕ່ສູນກາງຮອດທ້ອງຖິ່ນໃຫ້ດີກວ່າເກົ່າຄື: ປີ 2016 ສະແດງໃຫ້ເຫັນວ່າ:ຈຳນວນຜູ້ຕິດເຊື້ອໄຂ້ເລືອກອອກ ມີຫຼາຍກວ່າ 5600 ກໍລະນີ ແລະ ມີຜູ້ເສຍຊີວິດ ເຖິງ 10 ຄົນ ແລະ ເມື່ອທຽບໃສ່ 5 ປີຜ່ານມາ ເຫັນວ່າອັດຕາຜູ້ຕິດເຊື້ອໄຂ້ຍຸງລາຍຍັງມີຫຼາຍ ແລະ ພ້ອມນັ້ນພະຍາດນີ້ກໍມີການພັດທະນາຈາກຊະນິດທີ່ 1 , 2, 3 ແລະ ພົບຊະນິດທີ່ 4 ແລ້ວໃນປັດຈຸບັນ, ດັ່ງນັ້ນ ກອງປະຊຸມຄັ້ງນີ້ພວກເຮົາຈະໄດ້ພ້ອມກັບປຶກສາຫາລື, ແລກປ່ຽນຄຳຄິດເຫັນ, ບົດຮຽນ ແລະ ປະສົບການຕ່າງເພື່ອເຮັດໃຫ້ວຽກງານຄວບຄຸມພະຍາດໄຂ້ຍຸງລາຍປີນີ້ໃຫ້ມີປະສິດທິຜົນແຕ່ຫົວທີ.

ທ່ານຮອງລັດຖະມົນຕີກ່າວວ່າ: ການປ້ອງກັນ ແລະ ສະກັດກ້ັນພະຍາດໄຂ້ເລືອດອອກ ນັ້ນຖ້າມີກະຊວງສາທາລະນະສຸກພຽງຜູ້ດຽວແມ່ນບໍ່ສາມາດເຮັດໄດ້, ຊຶ່ງມັນຈະຕ້ອງມີສ່ວນຮ່ວມຂອງຫຼາຍພາກສ່ວນ, ໂດຍສະເພາະແມ່ນອຳນາດການປົກຄອງແຕ່ລະຂັ້ນ, ລວມເຖິງປະຊາຊົນທຸກຄົນຕ້ອງໄດ້ເອົາໃຈໃສ່ຊ່ວຍກັນ, ເນື່ອງຈາກນັບແຕ່ປີໃໝ່ມານີ້ທົ່ວປະເທດມີຈຳນວນຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວຈຳນວນຫຼາຍ ແລະ ຢູ່ໃນລະດັບການ ເຕືອນການລະບາດແຕ່ຕົ້ນປີ, ຈຶ່ງຂໍຮຽກຮ້ອງໃຫ້ທຸກພາກສ່ວນ, ອົງການຈັດຕັ້ງ ແລະ ສຳນັກງານອົງການຕ່າງໆ, ຕະຫຼອດຮອດປະຊາຊົນທຸກທົ່ວໜ້າຈົ່ງພ້ອມກັນເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນພະຍາດດັ່າງກ່າວຢ່າງເອົາຈິງເອົາຈັງ, ດ້ວຍການປະ ຕິບັດຕາມຄຳຂວັນ 5 ປ ທີ່ກະຊວງສາທາລະສະສຸກວາງອອກຢ່າງເຂັ້ມງວດ ຄື: 1. ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂ່ໃສ່. 2. ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. 3. ປ່ອຍປາຫາງນົກຍູງເພື່ອກິນໜອນນ້ຳ. 4. ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ 5. ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ໃຫ້ໄປພົບແພດໝໍດ່ວນເພື່ອສາມາດຈຳກັດພະຍາດນີ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແລະ ຈົນກວ່າມັນຈະດັບສູນ.

No comments:

Post a Comment