Ad

Ad

27 January 2017

ລັດຖະບານຈະແກ້ໄຂບັນຫາລົດນໍາເຂົ້າບໍ່ຖືກຕ້ອງໃຫ້ໝົດໄປ

           ລັດຖະບານໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ລົງເລິກກວດກາ ແລະ ແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງໃນທົ່ວປະເທດທີ່ກວດພົບເບື້ອງຕົ້ນມີຫລາຍກວ່າ 5 ພັນຄັນໃຫ້ສຳເລັດ. ສໍາລັບລົດທີ່ລັກ ລອບນຳເຂົ້າຈາກປະເທດໃກ້ຄຽງທີ່ຜິດກົດໝາຍຖ້າກວດເຫັນແມ່ນໃຫ້ຢຶດ ແລະ ປະຕິບັດຕາມລະບຽບກົດໝາຍເຂັ້ມງວດ, ພ້ອມທັງສົ່ງກັບຄືນປະເທດດັ່ງກ່າວໂດຍມີການມອບ-ຮັບເປັນທາງການ. ສຳລັບການນຳເຂົ້າລົດທີ່ມີການປອມແປງເອກະສານແມ່ນໃຫ້ຢຶດເປັນຂອງລັດ ແລະ ໃຫ້ດຳເນີນມາດຕະ ການຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍຢ່າງເຂັ້ມງວດ, ຖ້າບໍລິສັດໃດກະທຳຜິດກໍໃຫ້ຖອນໃບທະ ບຽນວິສາຫະກິດຂອງບໍລິສັດ
ດັ່ງກ່າວ, ພ້ອມທັງມອບໃຫ້ກະຊວງການເງິນຕັ້ງໜ່ວຍງານກວດກາ ແລະ ເກັບກູ້ລົດນໍາເຂົ້າດັ່ງກ່າວ, ສ່ວນລົດທີ່ນຳເຂົ້າບໍ່ຖືກຕ້ອງຢູ່ບັນດາທ້ອງຖິ່ນແມ່ນໃຫ້ປະຕິບັດຕາມມາດຕະການແກ້ໄຂທີ່ໄດ້ລະບຸໄວ້ໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະ ບັບເລກທີ 1943/ຫສນຍ.ກສສ, ລົງວັນທີ 8 ທັນວາ 2016 ຊຶ່ງລະບຸວ່າ: ເພື່ອຮັບປະກັນການແກ້ໄຂບັນຫາດັ່ງກ່າວໃຫ້ຂາດຕົວ, ບໍ່ໃຫ້ມີຊ່ອງຫວ່າງ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ພາຫະນະປະເພດໃດທີ່ຄະນະກຳມະການຂັ້ນແຂວງໄດ້ຂຶ້ນບັນຊີຕີລາຄາແລ້ວກ່ອນວັນທີ 31 ທັນວາ 2015 ແມ່ນໃຫ້ປະຕິບັດຕາມລາຄາກາງທີ່ກຳນົດໃນຂໍ້ຕົກລົງສະບັບເລກທີ 2320/ກງ, ລົງວັນທີ 22 ທັນວາ 2003 ຂອງກະຊວງການເງິນ, ສ່ວນພາຫະນະປະເພດໃດທີ່ແຈ້ງຫລັງວັນທີ 31 ທັນວາ 2015 ແມ່ນໃຫ້ປະຕິບັດຕາມລາຄາຊື້-ຂາຍຕົວຈິງ ແລະ ໃຫ້ນຳໃຊ້ມາດຕະການປັບໄໝຕາມລະບຽບກົດໝາຍ, ຖ້າເຈົ້າຂອງພາຫະນະບໍ່ຍິນຍອມແມ່ນໃຫ້ດຳເນີນການຮິບມາເປັນຂອງລັດຕາມລະບຽບກົດໝາຍກໍານົດ.

    ສຳລັບລົດນຳເຂົ້າເພື່ອສົ່ງອອກໄປປະເທດທີ 3 ຢູ່ດ່ານພາສີສາກົນຂົວມິດຕະພາບ 1 ຈຳນວນ 1.947 ຄັນ, ໃນນີ້ມີລົດນຳເຂົ້າກາຍກຳນົດ 4 ເດືອນຈຳນວນ 435 ຄັນແມ່ນໃຫ້ເຊີນບໍລິສັດມາກ່າວເຕືອນ ແລະ ກຳນົດເວລາປະຕິບັດຕື່ມ, ຖ້າບໍ່ສາມາດປະຕິບັດໄດ້ໃຫ້ຢຶດເປັນຂອງລັດ, ສ່ວນທີ່ຍັງເຫລືອຖ້າບໍ່ນຳອອກໄປຕາມກຳນົດເວລາກໍໃຫ້ຢຶດເປັນຂອງລັດ, ພ້ອມນັ້ນກໍໃຫ້ດຳເນີນການກວດກາຄືນຄັກແນ່ກ່ຽວກັບຈຸດປະສົງ ແລະ ເປົ້າໝາຍໃນການນຳເຂົ້າລົດເພື່ອສົ່ງຕໍ່ໄປປະເທດທີ 3 ແລະ ເຊີນຜູ້ປະກອບການສອບຖາມຢ່າງລະອຽດ, ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບກວດກາຄືນສະພາບການອອກປ້າຍລົດບໍ່ຖືກຕ້ອງໃຫ້ບັນດາເປົ້າໝາຍຕ່າງໆທີ່ຂະແໜງການຕົນຮັບຜິດຊອບໃນໄລຍະຜ່ານມາ ເພື່ອລາຍງານລັດຖະບານ. ພ້ອມນັ້ນ ກໍໃຫ້ຄົ້ນຄວ້າ ແລະ ກວດກາຄືນບັນດານິຕິກຳໃນການຄຸ້ມຄອງປ້າຍ ແລະ ອອກທະບຽນລົດເພື່ອປັບປຸງໃຫ້ຮັດກຸມ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ໃຫ້ມີມາດຕະການດ້ານວິໄນເຂັ້ມງວດຕໍ່ບໍລິສັດທີ່ກະທໍາຜິດ ແລະ ພະນັກງານທີ່ສົມຮູ້ຮ່ວມຄິດໃນການນຳເຂົ້າລົດບໍ່ຖືກຕ້ອງຢ່າງເຄັ່ງຄັດ.

No comments:

Post a Comment