Ad

Ad

27 January 2017

15-15/ນຍ ຄໍາສັ່ງສັກສິດ

ໂດຍ: ຣັດສະໝີ ດວງສັດຈະ
ໃນຫວ່າງກາງປີ 2016 ຜ່ານມານີ້, ຂ້າພະເຈົ້າເຄີຍຂຽນບົດພາຍໃຕ້ຫົວຂໍ້ ຄືນຄໍາຂຽວສູ່ແຜ່ນດິນແມ່ທີ່ສ່ອງແສງໃຫ້ເຫັນເຖິງປະເທດລາວເປັນດິນແດນທີ່ອຸດົມສົມບູນໄປດ້ວຍຊັບພະຍາ ກອນທໍາມະຊາດ ເຊິ່ງແຜ່ນດິນນີ້ໄດ້ປົກຫຸ້ມໄປດ້ວຍພູຜາ, ປ່າໄມ້ແລະ ຊີວະນາໆພັນທີ່ຕິດແໜ້ນກັບວິຖີຊີວິດຂອງຄົນລາວ ເຊິ່ງມາຮອດທ້າຍສະຕະວັດທີ 20 ນີ້ຜືນປ່າທີ່ກ້ວາງໃຫຍ່ໄພສານດັ່ງກ່າວໄດ້ຫົດຕົວລົງຢ່າງໜ້າເປັນຫ່ວງເຊິ່ງພວກຄົນບໍ່ດີໄດ້ທໍາລາຍປ່າໄມ້ໃນທຸກຮູບແບບ, ປຸ້ນຊັບສິນຂອງຊາດຂອງປະຊາຊົນ ແລະ ເຫັນໄດ້ຜົນຮ້າຍດັ່ງກ່າວ ພາຍໃຕ້ລັດຖະບານທີ່ນໍາໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເດັດດ່ຽວເລີກຮື້ຫຼາຍຮ່ອງຮອຍກີດຂວາງທ່ວງດຶງການພັດທະນາໂດຍໄດ້ອອກຄໍາສັ່ງວ່າດ້ວຍການເພີ່ມທະວີ
ຄວາມເຂັ້ມງວດໃນການຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ ສະບັບເລກທີ 15/ນຍ, ລົງວັນທີ 13/05/2016 ແນໃສ່ເພີ່ມທະວີການຄຸ້ມຄອງປ່າໄມ້, ການຊື້-ຂາຍໄມ້ໃຫ້ມີຄວາມເຂັ້ມງວດຕາມກົດໝາຍແລະລະບຽບການຕ່າງໆທີ່ລັດຖະບານວາງອອກ, ທັງເປັນການສະກັດກັ້ນ, ຕ້ານ ແລະແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆໃນຂົງເຂດປ່າໄມ້ໃຫ້ຫຼຸດລົງ ແລະໝົດໄປເທື່ອລະກ້າວ, ຄໍາສັ່ງສະບັບນີ້ໄດ້ຮັບການສະໜັບສະໜູນແລະໃຫ້ການຮ່ວມມືເປັນຢ່າງດີຈາກພະນັກງານ, ທະຫານ, ຕໍາຫຼວດ ແລະປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ລວມທັງສາກົນ ແລະ ສາມາດປາບປາມ, ຢຶດຂອງກາງໄດ້ມະຫາສານ ແລະລົງໂທດພວກກະທໍາຜິດເປັນຈຳນວນຫລາຍ ແລະ ຕົກມາອາທິດທໍາອິດຂອງປີໃໝ່ 2017, ທ່ານນາຍົກ ລັດຖະມົນຕີໃນດວງໃຈປະຊາຊົນລາວໄດ້ອອກດໍາລັດ ສະບັບເລກທີ 15/ນຍ ລົງວັນທີ 5 ມັງກອນ 2017ວ່າດ້ວຍການປະກອບ ແລະຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານການນໍາຂັ້ນສູງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງມີຄວາມເປັນເອກະພາບ ແລະລວມສູນ, ອໍານວຍຄວາມສະດວກ ແລະສ້າງເງື່ອນໄຂໃຫ້ພະນັກງານການນໍາລະດັບສູງເຮັດສໍາເລັດໜ້າທີ່ວຽກງານທີ່ພັກ-ລັດ ແລະປະຊາຊົນມອບໝາຍໃຫ້ ແນໃສ່ປະຕິບັດນະໂຍບາຍປະຢັດແຫ່ງຊາດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ.

ດໍາລັດສະບັບນີ້ ຍັງເຫັນດີໃຫ້ຖອນຄືນລົດປະຈໍາຕໍາແໜ່ງພະນັກງານການນໍາຂັ້ນສູງ ແລະລົດຮັບແຂກຢູ່ຂັ້ນສູນກາງ ແລະທ້ອງຖິ່ນທີ່ເປັນປະເພດລົດ BMW ແລະລົດອື່ນໆທີ່ບໍ່ເໝາະສົມກັບຕໍາແໜ່ງການນໍາລະດັບສູງ ຕາມທີ່ຮັບຊາບວ່າ: ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ຄືນລົດປະຈໍາຕໍາແໜ່ງຂອງຕົນໃຫ້ພາກສ່ວນທີ່ມີສິດອໍານາດໃນການຄຸ້ມຄອງພາຫະນະແລ້ວ ໂດຍທ່ານໄດ້ເປັນຕົ້ນແບບໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ແລະ ໃນຂະນະນີ້ບັນດາການນໍາຂັ້ນສູງກໍກໍາລັງທະຍອຍນໍາລົດສົ່ງ-ມອບເຂົ້າເປັນຄັງຊັບສິນຂອງຊາດ ແລະສິ່ງເຫຼົ່ານີ້ໄດ້ກາຍເປັນໄມ້ຫຼາວັດແທກຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະທັງເປັນຂະບວນການຮັກຊາດ ແລະພັດທະນາຕິດພັນກັບນະໂຍບາຍປະຢັດ ແລະຕ້ານການຟຸມເຟືອຍ.

No comments:

Post a Comment