Ad

Ad

26 January 2017

ເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ແນະນຳແຂວງຄຳມ່ວນເອົາໃຈໃສ່ຕ້ານການສໍ້ລາດບັງຫລວງ

     ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ເມື່ອວັນທີ 24 ມັງກອນນີ້ ໂດຍມີທ່ານ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະປະຈຳຄະນະບໍລິຫານງານພັກແຂວງ, ພະນັກງານຫລັກແຫລ່ງອ້ອມຂ້າງແຂວງໃຫ້ການຕ້ອນຮັບຢ່າງອົບອຸ່ນ.
     ໃນໂອກາດພົບປະໂອ້ລົມຕໍ່ຄະນະນຳ, ນອກຈາກທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງບັນລຸຜົນສຳເລັດ, ເຮັດໃຫ້ພື້ນຖານໂຄງລ່າງຂອງແຂວງໄດ້ຮັບການ
ພັດທະນາຢ່າງກວ້າງຂວາງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ບັນດາຄອບຄົວ ແລະ ບ້ານທຸກຍາກໄດ້ຫລຸດລົງ. ພ້ອມນີ້ທ່ານໄດ້ເນັ້ນໃຫ້ຄະນະນຳທຸກຂັ້ນພາຍໃນແຂວງເອົາໃຈໃສ່ວຽກງານການຜະລິດ, ການປູກ, ການລ້ຽງຂອງປະຊາຊົນໃຫ້ກາຍເປັນສິນຄ້າ ໂດຍສະເພາະແມ່ນການກຳນົດລາຄາສິນຄ້າຢ່າງລະອຽດ, ພ້ອມທັງຊອກຫາຕະຫລາດ, ກວດກາບັນດາການລົງທຶນຂອງນັກທຸລະກິດຢ່າງເຂັ້ມງວດ ເປັນຕົ້ນການຮັກສາດ້ານສິ່ງແວດລ້ອມ. ພ້ອມກັນນັ້ນ ກໍໃຫ້ບັນດາຂະແໜງການຈົ່ງພ້ອມກັນປະສານງານກັນລະອຽດໃນການຈັດຕັ້ງປະຕິບັດວຽກງານ ເປັນຕົ້ນໃຫ້ເອົາໃຈໃສ່ເຂົ້າໃນການຕ້ານການສໍ້ລາດບັງຫລວງຢ່າງເຂັ້ມງວດ, ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການ ເມືອງ ແລະ ພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍສະເພາະແມ່ນເອົາໃຈ ໃສ່ສ້າງບ້ານພັດທະນາ, ບ້ານປອດຄະດີ, ບ້ານສາທາລະນະສຸກ ໂດຍຕິດພັນກັບວຽກງານອື່ນໆພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ ແລະ ອົງການປົກຄອງແຕ່ລະຂັ້ນ ແຂວງຄຳມ່ວນຈຶ່ງຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍດ້ວຍຈິດໃຈສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດທີ່ໃຫຍ່ຫລວງກວ່າເກົ່າ.

     ໃນໂອກາດດັ່ງກ່າວ, ທ່ານ ໂອໄດ ສຸດາພອນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບ ດ້ານອັນພົ້ນເດັ່ນຂອງແຂວງໂດຍຫຍໍ້ໃນໄລຍະ 1 ປີຜ່ານມາໃຫ້ຊາບ ໂດຍສະເພາະການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນສົກ 2015-2016 ເສດຖະກິດຂອງແຂວງໄດ້ມີການຂະຫຍາຍຕົວໃນລະດັບ 7,95% ຕໍ່ປີ, ໃນນັ້ນຂົງເຂດກະສິກຳ ແລະ ປ່າໄມ້ກວມ 1.345,631 ຕື້ກີບ ເທົ່າກັບ 25% ຂອງ GDP, ຂົງເຂດອຸດສາຫະກຳ 2.206,830 ຕື້ກີບ ເທົ່າກັບ 41% ຂອງ GDP, ລາຍໄດ້ສະເລ່ຍຕໍ່ຫົວຄົນຮອດປັດຈຸບັນໄດ້ 1.922 ໂດລາສະຫະລັດຕໍ່ຄົນຕໍ່ປີ, ຄາດໝາຍສູ້ຊົນຮອດປີ 2020 ທາງແຂວງຈະຜະລິດເຂົ້າທັງນາປີ-ນາແຊງໃຫ້ໄດ້ 46.340 ໂຕນ. ຜ່ານການຈັດຕັ້ງປະຕິບັດຕົວຈິງໃນສົກປີ 2015-2016 ບັນລຸໄດ້ 349.056 ໂຕນ, ສະເລ່ຍ 877 ກິໂລເຂົ້າເປືອກຕໍ່ຄົນຕໍ່ປີ.

No comments:

Post a Comment