Ad

Ad

26 January 2017

ໄຂຂຶ້ນແລ້ວເທດສະການອາຫານລາວປະຈຳປີ 2017

ເທດສະການອາຫານລາວຄັ້ງທີ 12 ປະຈຳປີ 2017 ໄດ້ໄຂຂຶ້ນໃນວັນທີ່ 25 ມັງກອນນີ້ ແລະ ຈະ ດຳເນີນໄປເປັນເວລາ 3 ວັນ, ທີ່ສວນເຈົ້າອານຸວົງ ( ແຄມຂອງ ) ນະຄອນຫຼວງວຽງຈັນ, ໂດຍສະ ມາຄົມນັກທຸລະກິດຍິງລາວ, ຊຶ່ງມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ອິນລະວັນ ແກ້ວບຸນພັນ ປະທານຄະນະບໍລິຫານສູນກາງສະຫະພັນແມ່ແມ່ລາວ, ພ້ອມດ້ວຍເອກອັກຄະຣາຊະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນຕ່າງໆປະຈຳລາວກໍໄດ້ເຂົ້າຮ່ວມເປັນຈຳນວນ ຫຼາຍ.

ທ່ານ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ທັງເປັນປະທານຈັດງານອາຫານລາວປີນີ້ກ່າວໃນພິທີວ່າ: ງານເທດສະການອາຫານລາວໄດ້ເລີ່ມຈັດຕັ້ງມາແຕ່ປີ 2006  ແລະ ປີນີ້ກໍເປັນຄັ້ງທີ 12 ແລ້ວ, ຊຶ່ງການຈັດງານດັ່ງກ່າວນີ້ເປັນການສ້າງສະຕິເຕືອນໃຈຂອງມວນຊົນໃຫ້ຮູ້ຈັກສະຫງວນຮັກ ແລະ ສົ່ງເສີມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດທາງດ້ານອາຫານການກິນ ແລະ ການນຸ່ງຖື, ທັງເປັນການສ້າງໂອກາດໃຫ້ແມ່ຍິງຜູ້ປະກອບການໃນຂະແໜງປຸງແຕ່ງອາຫານໃນຂອບເຂດທົ່ວປະເທດໄດ້ມີໂອກາດນຳສິນຄ້າ ແລະ ຜະລິດຕະພັນຂອງຕົນມາວາງສະແດງ ແລະ ຂາຍ,ເປີດໂອກາດໃຫ້ແມ່ຍິ່ງໄດ້ສະແດງອອກຄວາມສາມາດບົ່ມຊ້ອນ, ຫົວຄິດປະດີດສ້າງ ແລະ ສະຕິປັນຍາ ຂອງເຂົາເຈົ້າໃນການປຸງແຕ່ງອາຫານ ແລະ ເພື່ອເຮັດໃຫ້ຜູ້ຜະລິດ ແລະ ປຸງແຕ່ງອາຫານໄດ້ມີໂອ ກາດໄດ້ແລກປ່ຽນບົດຮຽນ ເລະ ປະສົບການນຳກັນເພື່ອນຳໄປປັບປຸງຜະລິດຕະພັນຂອງຕົນ, ສາມາດຕອບສະໜອງໄດ້ຕາມຄວາມຮ້ອງຮຽກຕ້ອງການຂອງຜູ້ບໍລິໂພກ, ເຮັດໃຫ້ແມ່ຍິງສາມາດປະກອບ ສ່ວນໃນການຜະລິດເປັນສິນຄ້າ, ສ້າງລາຍຮັບໃຫ້ແມ່ຍິງກໍຄືຄອບຄົວເພີ່ມຂຶ້ນ ແລະ ທັງເປັນການຮອງຮັບເອົານັກທ່ອງທ່ຽວທີ່ເຂົ້າມາຢ້ຽມຢາມລາວໃຫ້ຮູ້ລົດຊາດຂອງອາຫານລາວຫຼາຍຂຶ້ນ, ຊຶ່ງງານຄັ້ງນີ້ໄດ້ມີຮ້ານອາຫານ, ຢາສະໜຸນໄພ, ເຄື່ອງດື່ມ, ເຄື່ອງຫັດຖະກຳ ແລະ ສິນຄ້າອື່ນໆທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມທັງໝົດ 178 ຫົວໜ່ວຍ, ໃນນັ້ນສະເພາະຮ້ານອາຫານລາວມີ 95 ຮ້ານອີກດ້ວຍ.

ທ່ານ ປະທານຈັດງານກ່າວກວ່າ: ນອກຈາກງານວາງສະແດງ ແລະ ຂາຍສິນຄ້າແລ້ວພິເສດໃນງານຄັ້ງ ນີ້ຍັງໄດ້ຈັດໃຫ້ມີການແຂ່ງຂັນປຸງແຕ່ງອາຫານລາວ  ( ໝົກໄກລາດ ) ເພື່ອເປັນການສະໜັບສະໜູນ ແລະ ສ້າງໂອກາດໃຫ້ໄວໜຸ່ມລາວໄດ້ສະແດງອອກເຖິງຄວາມຮູ້ຄວາມສາມາດໃນການປຸງແຕ່ງອາຫານອີກດ້ວຍ ແລະ ສຳລັບງານດັ່ງກ່ວປີນີ້ທາງຄະນະກຳມະການຄາດຄະເນ່ວ່າຈະມີປະ ລິມານການຊື້ຂາຍໃນວົງເງິນບໍ່ຕ່ຳກວ່າ 3-4 ຕື້ນກີບ, ດັ່ງນັ້ນ ຈຶ່ງຂໍເຊີນຊວນທຸກຄົນເຂົ້າຮ່ວມທ່ຽວຊົມໃນງານດັ່ງ, ຊຶ່ງຈະເລີ່ມເປີດແຕ່ເວລາ 8:00-22:00 ຈົນເຖິງ 27 ມັງກອນນີ້.

No comments:

Post a Comment