Ad

Ad

26 January 2017

ຄະນະປະຈໍາສະພາແຫ່ງຊາດພິຈາລະນາບັນຫາສໍາຄັນປະຈໍາເດືອນມັງກອນ


          ກອງປະຊຸມຄະນະປະຈໍາສະພາແຫ່ງຊາດສະໄໝສາມັນປະຈໍາເດືອນມັງກອນ 2017 ໄດ້ຈັດຂຶ້ນໃນວັນທີ 25-26 ມັງກອນນີ້ຢູ່ຫ້ອງປະຊຸມສະພາແຫ່ງຊາດ ເພື່ອຄົ້ນຄວ້າ ແລະ ພິຈາລະນາບັນຫາສໍາຄັນຈໍານວນໜຶ່ງ, ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ມີບັນດາຄະນະປະຈໍາສະພາແຫ່ງຊາດ, ປະທານຄະນະກໍາມາທິການຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

  ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ພິຈາລະນາແຜນການກະກຽມດໍາເນີນກອງປະຊຸມສະໄໝສາມັນ
ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII, ພິຈາລະນາວຽກງານຈຸດສຸມປະຈໍາປີ 2017 ຂອງຄະນະປະຈໍາສະພາແຫ່ງຊາດ, ຮັບຟັງການສະເໜີແຕ່ງຕັ້ງຊັບຊ້ອນບ່ອນປະຈໍາການຂອງລັດຖະກອນຕຸລາການ, ພ້ອມທັງຜ່ານຮ່າງຂໍ້ຕົກລົງຂອງຄະນະເລຂາທິການຂອງສະພາແຫ່ງຊາດວ່າດ້ວຍການ ຈັດຕັ້ງການເຄື່ອນໄຫວຂອງກົມ, ຄະນະສະມາຊິກສະພາແຫ່ງຊາດເພດຍິງ, ຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງກົມປ້ອງກັນຊາດ, ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມ, ຄໍາຮ້ອງຂໍຄວາມເປັນທໍາ, ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຈັດຕັ້ງ-ພະນັກງານ, ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງກົມສັງຄົມ, ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຊົນເຜົ່າ ແລະ ສາສະໜາ, ພ້ອມນີ້ຍັງໄດ້ພິຈາລະນາການໂອນກໍາມະສິດໂຄງການເຂື່ອນໄຟຟ້າເຊນ້ຳນ້ອຍ 5 ຢູ່ເມືອງປາກຊ່ອງ, ແຂວງຈໍາປາສັກລະຫວ່າງບໍລິສັດເຄທີເອັກພັດທະນາພະລັງງານຈໍາກັດຜູ້ດຽວ ແລະ ບໍລິ ສັດທີ່ປຶກສາລົງທຶນດ້ານພະລັງງານໄຟຟ້າຈໍາກັດຜູ້ດຽວ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.

No comments:

Post a Comment