Ad

Ad

26 January 2017

ການຈັດຕັ້ງປະຕິບັດດໍາລັດເລກທີ 15/ນຍ ແມ່ນການຜັນຂະຫຍາຍນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍໃຫ້ປະກົດຜົນເປັນຈິງ

           ດໍາລັດສະບັບເລກທີ 15/ນຍ ຂອງນາຍົກລັດຖະມົນຕີວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານການນໍາລະດັບສູງ, ແມ່ນນິຕິກໍາທີ່ສ້າງຂຶ້ນໃໝ່ທີ່ມີຄວາມສໍາຄັນທີ່ສຸດສະບັບໜຶ່ງຂອງລັດຖະບານ, ຈຸດປະສົງຫລັກແມ່ນກໍານົດລະບຽບການປະກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານການນໍາລະດັບສູງແຕ່ປະເພດ1-4, ຊຶ່ງປະເພດ 1 ແມ່ນເລຂາທິການໃຫຍ່, ປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ ແລະ ກໍາມະການກົມການເມືອງສູນກາງພັກ, ປະເພດ 2 ແມ່ນເລຂາທິການສູນກາງພັກ, ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ ແລະ ຮອງນາຍົກລັດຖະມົນຕີ, ປະເພດ 3 ແມ່ນກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າອົງ ການທຽບເທົ່າກະຊວງ,
ປະທານກໍາມາທິການ, ເລຂາທິການສະພາແຫ່ງຊາດ, ປະທານແຫ່ງລັດ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານສູນກາງແນວລາວສ້າງຊາດ, ປະທານ ຫລື ເລຂາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ເລຂາຄະນະພັກນະຄອນຫລວງ, ເລຂາຄະນະພັກແຂວງ, ເຈົ້າຄອງນະຄອນ, ເຈົ້າແຂວງ, ປະທານສະພາປະຊາຊົນຂັ້ນນະຄອນ ແລະ ຂັ້ນແຂວງ ແລະ ປະເພດ 4 ແມ່ນກໍາມະການສໍາຮອງສູນກາງພັກ, ຮອງລັດຖະມົນຕີ-ອົງການທຽບເທົ່າກະຊວງ, ຮອງປະທານກໍາມາທິການ-ຮອງເລຂາທິ ການສະພາແຫ່ງຊາດ, ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານກວດສອບແຫ່ງລັດ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານສູນກາງແນວລາວສ້າງຊາດ, ຮອງປະທານ-ຮອງເລຂາອົງການຈັດ ຕັ້ງມະຫາຊົນຂັ້ນສູນກາງ, ຮອງເລຂາຄະນະພັກນະຄອນຫລວງ, ຮອງເລຂາຄະນະພັກແຂວງ, ຮອງເຈົ້າຄອງນະຄອນ-ຮອງເຈົ້າແຂວງ ໃຫ້ມີຄວາມເປັນເອກະພາບ ແລະ ລວມສູນ, ອໍານວຍຄວາມສະ ດວກ ແລະ ສ້າງເງື່ອນໄຂໃຫ້ພະນັກງານການນໍາລະດັບສູງເຮັດສໍາເລັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ແນໃສ່ປະຕິບັດນະໂຍບາຍປະຢັດແຫ່ງຊາດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ.

           ທ່ານລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ຈະເລີນ ເຢຍປາວເຮີ ໃຫ້ຮູ້ວ່າ: ຄວາມຈໍາເປັນທີ່ຕ້ອງສ້າງ ແລະ ປະກາດໃຊ້ດໍາລັດດັ່ງກ່າວນີ້ຍ້ອນວ່າພາຍຫລັງສະຖາປະ ນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນມາ, ພັກ ແລະ ລັດຖະບານ, ຍາມໃດກໍໄດ້ຄໍານຶງເຖິງຄວາມສໍາຄັນຂອງການປະຢັດ ແລະ ຕ້ານການຟູມເຟືອຍ, ໂດຍສະເພາະໄດ້ປະກາດໃຊ້ນະໂຍບາຍປະກອບພາຫະນະປະຈໍາຕໍາແໜ່ງໃຫ້ພະນັກງານການນໍາຂັ້ນສູງ ແລະ ປີ 2001 ທ່ານ ບຸນຍັງ ວໍລະຈິດ ຊຶ່ງດໍາລົງຕໍາແໜ່ງນາຍົກລັດຖະມົນຕີໃນເວລານັ້ນໄດ້ລົງນາມປະກາດໃຊ້ດໍາລັດສະ ບັບເລກທີ 81/ນຍ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານການນໍາ, ຊຶ່ງຕະຫລອດໄລຍະ 16 ປີຜ່ານມາ, ດໍາລັດສະບັບດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນເພື່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານການນໍາຂັ້ນສູງຫລາຍລຸ້ນເຮັດສໍາເລັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ເປັນຢ່າງດີ, ແຕ່ຄຽງຄູ່ກັນນັ້ນເຫັນວ່າເນື້ອໃນດໍາລັດດັ່ງກ່າວຍັງມີຫລາຍຈຸດບໍ່ທັນສອດຄ່ອງກັບສະພາບການຕົວຈິງທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນ, ອັນສໍາຄັນເຫັນວ່າໃນໄລຍະບໍ່ເທົ່າໃດປີມານີ້ການຈັດຊື້, ການປະກອບລົດປະຈໍາຕໍາແໜ່ງໃຫ້ພະນັກງານຂັ້ນສູງມີລັກສະ ນະຟມເຟືອຍ, ປະກອບລົດປະເພດລາຄາແພງ-ຫລູຫລາ, ທັງບົວລະບັດຮັກສາຍາກ, ຊຶ່ງເປັນການສີ້ນເປືອງງົບປະມານລັດ ແລະ ບໍ່ສອດຄ່ອງກັບສະພາບຕົວຈິງຂອງປະເທດເຮົາຍັງດ້ອຍພັດທະນາ ແລະ ປະຊາຊົນຈໍານວນບໍ່ໜ້ອຍຍັງຕົກຢູ່ໃນສະພາບຄວາມທຸກຍາກ. ສະນັ້ນໃນກອງປະຊຸມກໍາມະການກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກເມື່ອທ້າຍເດືອນຕຸລາ 2016 ຜ່ານມາ, ຈຶ່ງມີມະຕິຕົກລົງມອບໃຫ້ລັດຖະບານກວດກາຄືນບັນດານິຕິກໍາທີ່ຈະຕ້ອງໄດ້ປັບປຸງ ແລະ ມີຄວາມຈໍາເປັນສ້າງຂຶ້ນໃໝ່ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍໃຫ້ມີປະສິດທິຜົນ, ໃນນັ້ນໃຫ້ຄົ້ນຄວ້າປັບປຸງການປະກອບລົດປະຈໍາຕໍາແໜ່ງໃຫ້ການນໍາຂັ້ນສູງ, ໂດຍຄໍານຶງເຖິງລາຄາທີ່ເໝາະສົມ, ບໍ່ແພງເກີນໄປ, ການບໍາລຸງຮັກສາສະດວກ, ຮັບປະກັນຄວາມປອດໄພ ແລະ ການນໍາແຕ່ລະຂັ້ນຄວນນໍາໃຊ້ລົດລະດັບໃດ ແລະ ທ່ານນາຍົກລັດຖະມົນຕີຈຶ່ງໄດ້ປະກາດນໍາໃຊ້ດໍາລັດສະບັບນີ້ເມື່ອຕົ້ນເດືອນມັງກອນ 2017 ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງທາງດ້ານເສດຖະ ກິດ-ສັງຄົມຂອງປະເທດ, ທັງເປັນການສະກັດກັ້ນ ແລະ ຕ້ານການຟູມເຟືອຍໃນການນໍາໃຊ້ງົບປະ ມານລັດ ແລະ ສ້າງຄວາມເປັນແບບຢ່າງນໍາໜ້າໃຫ້ແກ່ສັງຄົມ.   

No comments:

Post a Comment