Ad

Ad

26 January 2017

ບັນຍາກາດການຊື້-ຂາຍເຄື່ອງບູຊາບຸນເຕດໃນນະຄອນຫຼວງວຽງຈັນເລີ່ມຄຶກຄັນຫຼາຍຂຶ້ນ

ດັ່ງຮູ້ນຳກັນແລ້ວວ່າຍັງພຽງ 2-3 ມື້ບຸນເຕດຂອງຊາວຫວຽດນາມ ແລະ ຊາວຈີນກໍຈະມາຮອດແລ້ວ, ຕາມການລົງສັງເກດເບິ່ງບັນຍາກາດການຊື້-ຂາຍເຄື່ອງບູຊາໃນໂອກາດດັ່ງກ່າວຢູ່ຕາມທ້ອງຕະຫຼາດຕ່າງໆໃນນະຄອນຫຼວງວຽງຈັນເຊັ່ນ:  ຂົວດິນ, ສູນການຄ້າ ແລະ ຫ້າງຮ້ານຕ່າງໆໄລ ຍະນີ້ແມ່ນມີຄວາມຄຶກຄື້ນດີຂຶ້ນ, ຂະນະທີ່ຊາວຄ້າຂາຍກໍໄດ້ມີການກະກຽມສິນຄ້າຂອງຕົນເປັນຈຳ ນວນຫຼາຍເພື່ອຈຳໜ່າຍກ່ອນມື້ໄຫວ້ຂອງບຸນເຕດຫວຽດນາມ ແລະ ຊາວຈີນ. ຊາວຄ້າຫລາຍບອກວ່າ: ກໍເປັນເລື່ອງ
ປົກກະຕິຄືທຸກໆປີຜ່ານມາ, ທີ່ການຊື້ຂາຍເຄື່ອງໃຊ້ສອຍຕ່າງໆ, ໂດຍສະເພາະແມ່ນເຄື່ອງບູຊາບຸນເຕດໃນໄລຍະນີ້ແມ່ນຈະຄຶກຄື້ນເປັນພິເສດ, ບໍວ່າຈະຢູ່ນະຄອນຫຼວງວຽງຈັນ, ກໍຄືບັນ ດາແຂວງໃນທົ່ວປະເທດເນື່ອງຈາກເປັນໄລຍະບຸນປີໃໝ່ຂອງເຂົາເຈົ້າ, ສຳລັບລາຄາຂອງມັນກໍຢູ່ໃນເກນປົກກະຕິດີເຊັ່ນ: ໃບຕອງຫໍເຂົ້າຕົ້ມ, ເຂົ້າໜົມມັດຕ່າງ ແລະ ເຄື່ອງໄວ້ຕາມປະເພນີ, ເຖິງຢ່ງໃດກໍຕາມພາກສ່ວນກ່ຽວຂ້ອງຕ້ອງເອົາໃຈໃສ່ຕິດຕາມກວດກາສິນຄ້າປະເພດຕ່າງໆໃນໄລຍະນີ້ໃຫ້ດີ ເພື່ອບໍໃຫ້ເກີດການສວຍໂອກາດຂື້ນລາຄາໂດຍລຳພັງ, ຊຶ່ງອາດຈະສົ່ງຜົນກະທົບຕໍ່ຄ່າຄອງຊີບຂອງປະຊາຊົນຜູ້ຫາເຊົ້າກິນຄ້ຳ ແລະ ຊີວິດທະຫານ, ພະນັກງານດັ່ງພວກເຮົາ.

No comments:

Post a Comment