Ad

Ad

2 September 2016

ຊາວພຸດລາວຮ່ວມໃສ່ບາດບຸນຫໍ່ເຂົ້າປະດັບດິນຢ່າງຟົດຟື້ນ

          ວັນທີ 1 ກັນຍານີ້, ຊຶ່ງກົງກັບແຮມ 15 ຄຳ່ ເດືອນ 9  ແລະ ເປັນວັນບຸນຫໍ່ເຂົ້າປະດັບດິນ, ຕາມຮີດ 12 ຄອງ 14 ຂອງຊາວພຸດລາວເຮົາເຄີຍປະຕິບັດມາ ແລະ ແຕ່ຮຸ່ງເຊົ້າຂອງມື້ນີ້ຢູ່ຕາມວັດວາອາຣາມຕ່າງໆໃນທົ່ວປະເທດພວກເຮົາຈະເຮັດອອກຕົນຍາດໂຍມຊາວພຸດທັງຫຼາຍຈະມາຮ່ວມກັນຕັກບາດ, ຖວາຍສັງຄະທານແກ່ພະສົງຕາມປະເພນີ, ຕ່າງກໍຈະປະດັບປະດາໄປດ້ວຍເຄື່ອງນຸ່ງໃໝ່ທີ່ສວຍງາມທັງຍິງ ແລະ ຊາຍ, ເຖົ້າແກ່ອາວຸໂສກໍຈະຖືຂັນ, ຖືໂອທີ່ກະກອບໄປດ້ວຍວັດຖຸປັດໄຈ, ທູບທຽນ, ດອກໄມ້ບູຊາເຂົ້າມາໃນວັດ, ເພື່ອຮ່ວມໃສ່ບາດ ແລະ ຟັງເທດສະໜາຢ່າງພ້ອມພຽງຮຽງໜ້າ ແລະ ຈິດໃຈທີ່ຊື່ນບານ, ໂດຍໄດ້ນຳເອົາເຄື່ອງປັດໄຈທານຂອງຕົນໄປມອບແດ່ພະສົງສຳມະເນນດ້ວຍຈິດໃຈອັນຜ່ອງໃສ່ ແລະ ໃນມື້
ນີ້ເອງທີ່ຊາວລາວສ່ວນຫຼາຍຕ່າງກໍຈະເຮັດພາເຂົ້າທິບ, ເພື່ອສະນຶກເຖິງຄຸນຂອງພະຣັດຕະນະໄຕຣ 3 ປະການຄື: ຄຸນພະພຸດ, ພະທຳ ແລະ ພະສົງ, ພ້ອມທັງອຸທິດສ່ວນບຸນກຸສົນໄປເຖິງດວງວິນຍານຂອງບັນພະບູລຸດ, ຄຸນບິດາ, ມານດາ, ຄູບາອາຈານ ແລະ ຍາດຕິພີ່ນ້ອງທີ່ລວງລັບໄປແລ້ວນັ້ນໃຫ້ມາຮັບເອົາເຄື່ອງປັດໄຈທານຕ່າງໆດັ່ງກ່າວ.
          ຕາມຄຳບອກເລົ່າຂອງຜູ້ເຖົ້າຜູ້ແກ່ວ່າ: ປະເພນີບຸນຫໍ່ເຂົ້າປະດັບດິນເປັນຮີດ ທີ 9 ໃນ 12 ຮີດທີ່ຄົນລາວເຮົາເຄີຍສືບທອດປະຕິບັດກັນມາແຕ່ບູຮານນະການ. ເມື່ອກ່ອນປະເພນີບຸນຫໍ່ເຂົ້າປະດັບ ດິນແມ່ນໝາຍເຖິງການເອົາເຂົ້າ ແລະ ອາຫານຕ່າງໆ ໄປບູຊາຕາມຕົ້ນໄມ້, ຕາມແຄມປ່າ, ຕາມຫໍເຈົ້າຫລັກເມືອງເພື່ອໃຫ້ຜີປູ່ຍ່າຕານາຍທີ່ລ່ວງລັບໄປນັ້ນໄດ້ມີຢູ່ມີກິນ. ແຕ່ຕໍ່ມາພາຍຫລັງທີ່ສາສະໜາພຸດເຂົ້າມາມີອິດທິພົນຄວາມເຊື່ອກໍປ່ຽນໄປພ້ອມນັ້ນຍັງມີການເຮັດບຸນຕັກບາດ, ຖວາຍສັງຄະທານຢູ່ຕາມວັດວາອາຮາມຕ່າງໆອີກດ້ວຍ. ປະເພນີບຸນຫໍ່ເຂົ້າປະດັບ ດິນນີ້ເພິ່ນກຳນົດໃນມື້ແຮມ 14 ຄໍ່າ ເດືອນ 9 ລາວ, ໃນປີນີ້ແມ່ນກົງກັບວັນທີ 1 ເດືອນກັນຍາ ແລະ ຍ້ອນຫຍັງຈຶ່ງມີຊື່ບຸນຫໍ່ເຂົ້າປະດັບດິນນີ້ກໍຍ້ອນວ່າເອົາເຄື່ອງສັກກາ ລະບູຊາ, ເຂົ້າປາອາຫານແຫ້ງ ຕ່າງໆ, ມີທັງໝາກໄມ້, ຂອງຫວານຂອງຄາວຂອງກິນຕາມພື້ນບ້ານເຮົາແລ້ວເອົາໄປວາງໄວ ຕາມດິນແຄມທ້າຍວັດ, ກ້ອງຕົ້ນໄມ້ຕາມຄວາມສະ ດວກຂອງໃຜລາວ, ຈຸດປະສົງແມ່ນ ເພື່ອເປັນການອະນຸເຄາະແດ່ພວກຜີເຜດທີ່ບໍ່ມີທີ່ຢູ່ອາໄສໄຮ້ຍາດຂາດມິດ ເຊິ່ງມີ ຄວາມເຊື່ອທີ່ສືບທອດກັນມາແຕ່ບູຮານ.
          ການກະກຽມ ແລະ ພິທີ ກຳກ່ຽວກັບບຸນເຂົ້າປະດັບດິນ ນີ້ກໍບໍ່ຕ່າງ ຈາກບຸນອື່ນໆ ພໍເທົ່າ ໃດ ຄືຕອນແລງ ຂອງມື້ 13 ຄໍ່າພໍ່ແມ່ພີ່ນ້ອງທັງ ຫລາຍຕ່າງກໍຈະພາກັນຫໍ່ເຂົ້າຕົ້ມ, ກະກຽມເຄື່ອງຢູ່ຂອງກິນຕ່າງໆມາລວມກັນແລ້ວເຮັດເປັນຫໍ່ໄວ້. ເມື່ອຮອດມື້ 14 ຄໍ່າກໍພາ ກັນໄປຢາຍຫໍ່ເຂົ້າຕັ້ງແຕ່ເວລາ 3 ໂມງຈົນຮອດ 5 ໂມງເຊົ້າ(ກ່ອນແຈ້ງ).ຈາກນັ້ນ ໃນຕອນເຊົ້າມາກໍຈະພາກັນເຂົ້າວັດເຮັດພິທີໄຫ້ວພະ, ຮັບສິນ, ໃສ່ບາດ, ຖວາຍສັງຂະທານ ແລະຟັງທຳມະເທສະໜາຕາມປະເພນີ.

          ບຸນເຂົ້າປະດັບດິນນີ້ນອກຈາກເປັນບຸນອຸທິດໃຫ້ຍາດແລ້ວເຮັດໃຫ້ຜູ້ເປັນລູກຫລານລະນຶກ ເຖິງບຸນຄຸນຜູ້ເປັນບັນພະບູລຸດດັ່ງນັ້ນພວກເຮົາທີ່ເປັນຄົນລາວຈົ່ງຊ່ວຍກັນປະພຶດປະຕິບັດປະເພນີໃຫ້ຖືກ ຕ້ອງເພື່ອສືບທອດໃຫ້ລູກຫລານຜູ້ເກີດໃໝ່ໃຫຍ່ລຸນຮູ້ຈັກປະເພນີອັນດີງາມດີງາມດັ່ງກ່າວ.

No comments:

Post a Comment